logo

ກະ​ກຽມ​ງານ​ວາງ​ສະ​ແດງການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ ຄັ້ງ​ທີ 3 ປີ 2026 ຢ່າງ​ລອບ​ຄົບ​ຖີ່​ຖ້ວນ

2026/2/27 | 10:16:25
(VOVWORLD) - ງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ ບໍ່ພຽງແຕ່ແມ່ນເຫດການການຕ່າງປະເທດດ້ານປ້ອງກັນຊາດເທົ່ານັ້ນ ຫາກຍັງແມ່ນຂີດໝາຍຢັ້ງຢືນອິດທິພົນຊື່ສຽງ, ກຳລັງຄວາມສາມາດໃນການຈັດຕັ້ງ ແລະ ຂອບຂະໜາດເຊື່ອມໂຍງຂອງ ກອງທັບປະຊາຊົນ ຫວຽດນາມ ໃນສະພາບແວດລ້ອມແຫ່ງການຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍອີກດ້ວຍ.
ພາບປະກອບ: VOV5

ໃນວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດກອງປະຊຸມກະກຽມການຈັດງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3 ປີ 2026 ດ້ວຍການເຂົ້າຮ່ວມຂອງທ່ານ ພົນໂທ ຫງວຽນເຈື່ອງທັ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ຮ່າງແຜນການງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ ຄັ້ງທີ 3 ປີ 2026 ດ້ວຍຫົວຂໍ້ “ສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ” ໄດ້ກຳນົດຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ມີອາວຸດ, ວັດຖຸອຸປະກອນເຕັກນິກຫຼາຍປະເພດໄດ້ວາງສະແດງດ້ວຍຫຼາຍການເຄື່ອນໄຫວຄື: ວາງສະແດງຜະລິດຕະພັນ, ກອງປະຊຸມສຳມະນາ - ໂອ້ລົມສົນທະນາ, ຝືກແອບ, ການສະແດງໃນຕົວຈິງ, ພົບປະ - ເຊື່ອມຕໍ່ວິສາຫະກິດ…

ທ່ານ ພົນໂທ ຫງວຽນເຈື່ອງທັ້ງ ເນັ້ນໜັກວ່າ ງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ ບໍ່ພຽງແຕ່ແມ່ນເຫດການການຕ່າງປະເທດດ້ານປ້ອງກັນຊາດເທົ່ານັ້ນ ຫາກຍັງແມ່ນຂີດໝາຍຢັ້ງຢືນອິດທິພົນຊື່ສຽງ, ກຳລັງຄວາມສາມາດໃນການຈັດຕັ້ງ ແລະ ຂອບຂະໜາດເຊື່ອມໂຍງຂອງ ກອງທັບປະຊາຊົນ ຫວຽດນາມ ໃນສະພາບແວດລ້ອມແຫ່ງການຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍອີກດ້ວຍ, ທ່ານຖືວ່າ ຜົນສຳເລັດຂອງງານວາງສະແດງຈະປະກອບສ່ວນແຜ່ກະຈາຍສານກ່ຽວກັບຫວຽດນາມ ຮັກຫອມສັນຕິພາບ, ກຽມພ້ອມກັນຮ່ວມມື, ມີຄວາມໂປ່ງໃສໃນນະໂຍບາຍປ້ອງກັນຊາດ, ພ້ອມທັງສະແດງໃຫ້ເຫັນລະດັບພັດທະນາຂອງ ອຸດສາຫະກຳປ້ອງກັນຊາດຂອງປະເທດຊາດແຫ່ງລັດ.

TAG
VOV/VOVworld/​ງານ​ວາງ​ສະ​ແດງ/ການ​ປ້ອງ​ກັນ​ຊາດ/​ສາ​ກົນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ