logo

ກະກຽມຈັດງານບຸນໂຍນໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ

2025/12/11 | 10:28:44
(VOVWORLD) - ງານບຸນແມ່ນເຫດການວັດທະນະທຳປະຈຳປີ ໂດຍບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມພັດປ່ຽນກັນຈັດຂຶ້ນ.
ມີຫຼາຍການເຄື່ອນໄຫວທີ່ຈະໄດ້ຈັດຂຶ້ນໃນງານບຸນ
(ພາບ: ຄະນະຈັດງານບຸນ)

        ງານບຸນໂຍນໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ຄັ້ງທີ 4 ຈະຈັດຂຶ້ນຢູ່ຕາແສງ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ແຕ່ວັນທີ 19 – 21 ທັນວາ. ນີ້ແມ່ນຂໍ້ມູນໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດ້ຽນບຽນ ປະກາດ.

        ງານບຸນແມ່ນເຫດການວັດທະນະທຳປະຈຳປີ ໂດຍບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມພັດປ່ຽນກັນຈັດຂຶ້ນ. ນີ້ແມ່ນການເຄື່ອນໄຫວມີຄວາມໝາຍດ້ານການເມືອງ, ການທູດສຳຄັນ, ປະກອບສ່ວນເພີ່ມນ້ຳໃຈສາມັກຄີ, ເປີດກວ້າງການພົບປະແລກປ່ຽນ, ໂຄສະນາວັດທະນະທຳ ແລະ ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງລະຫວ່າງ 3 ປະເທດ.

        ມີຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ແລະ ທ່ອງທ່ຽວທີ່ເປັນເອກະລັກສະເພາະຈະໄດ້ຈັດຂຶ້ນໃນ 3 ວັນບຸນ, ຄື: ງານພົບປະແລກປ່ຽນສະແດງສິລະປະ, ສະແດງຊຸດອາພອນຊົນເຜົ່າຂອງບັນດາຄະນະຜູ້ແທນ; ເຂດວາງສະແດງ, ໂຄສະນາຜະລິດຕະພັນວັດທະນະທຳ ທ່ອງທ່ຽວ; ງານວາງສະແດງຢູ່ເຂດ ຕະຫຼາດ ເມື່ອງແທັງ…

TAG
VOV/VOVworld/​ວັດ​ທະ​ນະ​ທຳ/ສິ​ລະ​ປະ/ກິ​ລາ/ທ່ອງ​ທ່ຽວ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ