
(ລົດເມໄດ້ກາຍເປັນພາຫະນະຈະລາຈອນ
ທີ່ໄດ້ຮັບຄວາມສະໜັບສະໜູນຈາກປະຊາຊົນນະຄອນຫຼວງຮ່າໂນ້ຍ)

“ຂ້າພະເຈົ້າດຳລົງຊີວິດຢູ່ຮ່າໂນ້ຍແຕ່ເວລາຍັງນ້ອຍ, ດັ່ງນັ້ນສາມາດໄປຢ້ຽມຢາມສະຖານທີ່ຕ່າງໆດ້ວຍພາຫະນະສ່ວນຕົວໄດ້, ແຕ່ຂ້າພະເຈົ້າພັດຢາກໄປທ່ອງທ່ຽວດ້ວຍລົດເມກວ່າ. ເພາະວ່ານັ່ງເທິງລົດຂ້າພະເຈົ້າສາມາດສັງເກດ, ຊອກຮູ້ກ່ຽວກັບການດຳລົງຊີວິດຂອງຊາວຮ່າໂນ້ຍໄດ້. ຜ່ານປ່ອງຢ້ຽມລົດເມ, ຂ້າພະເຈົ້າໄດ້ເຫັນຫຼາຍສິ່ງຫຼາຍຢ່າງ, ເຊິ່ງໄປດ້ວຍພາຫະນະສ່ວນຕົວແມ່ນບໍ່ສາມາດເຫັນໄດ້“.
ເມື່ອນັ່ງເທິງລົດເມ, ພວກເຮົາກໍ່ຮູ້ສຶກໄດ້ວັດທະນະທຳຂອງຜູ້ໂດຍສານ ຜ່ານການໂອ້ລົມຂອງເຂົາເຈົ້າ, ການຈົ່ງທີ່ນັ່ງຂອງຄົນໜຸ່ມໃຫ້ແກ່ຜູ້ເຖົ້າ. ຖ້າໂອ້ກັບເຂົາເຈົ້າ, ພວກເຮົາກໍ່ສາມາດຮູ້ໄດ້ຊີວິດປະຈຳວັນກໍ່ຄືແນວຄິດຈິດໃຈຂອງເຂົາເຈົ້າອີກດ້ວຍ.
ກໍ່ເຊັ່ນດຽວກັບນາງ ຮ່ວຽນ, ທ້າວບຸນທະວີ ອິນທາວົງ, ນັກສຶກສາລາວທີ່ພວມຮຳ່ຮຽນຢູ່ມະຫາວິທະຍາໄລກໍ່ສ້າງຮ່າໂນ້ຍ ກໍ່ເລືອກເຟັ້ນລົດເມເປັນພາຫະນະໄປມາເພື່ອຊອກຮູ້, ຄົ້ນຫາຮ່າໂນ້ຍ, ເພາະຕາມທ້າວບຸນທະວີ ແລ້ວ, ການໄປມາດ້ວຍລົດເມຈະປະຢັດເງິນໄດ້ ແລະ ເໝາະສົມກັບນັກສຶກສາທີ່ດຳລົງຊີວິດໄກຈາກຄອບຄົວ. ແຕ່ລະເທື່ອເມື່ອຂີ່ລົດເມໃນບໍລິເວນຮ່າໂນ້ຍ, ເພື່ອນກໍ່ຮູ້ສຶກຄືດັ່ງໄດ້ໄປທ່ອງທ່ຽວທັດສະນີຍະພາບ ແລະ ສະຖານທີ່ທີ່ລືຊື່ຂອງຮ່າໂນ້ຍ ແລະ ສາມາດສັງເກດໄດ້ຊີວິດຂອງປະຊາຊົນນະຄອນນີ້.
ເທບສຽງພາສາລາວ
ເພື່ອນສາມາດທ່ອງທ່ຽວຮ່າໂນ້ຍຕາມສາຍລົດເມຈາກມີ້ດິ່ງ ໄປໜອງໂຮ່ໄຕ ເພື່ອຢ້ຽມຢາມວັດເຈິ໋ນກວົກ, ໜອງຈຸກແບກ ແລະ ຮັບປະທານເຝີກ໋ວນຫງູສ໋າ, ຫຼັງຈາກນັ້ນ, ເພື່ອນສາມາດຂຶ້ນລົດເມສາຍ 33 ເພື່ອໄປຢ້ຽມຢາມຫໍພິພິດທະພັນ ໂຮ່ຈີ໋ມິນ, ໄປຢ້ຽມຢາມສຸສານປະທານໂຮ່ຈິມິນ. ແລ້ວຈາກຖະໜົນ ຫງວຽນທ໋າຍຫອກ, ເພື່ອນສືບຕໍ່ຂຶ້ນລົດເມສາຍ 02 ໄປຢ້ຽມຢາມໂຮງລະຄອນໃຫຍ່ ແລະ ຍ່າງໄປລຽບຕາມຖະໜົນຈ່າງຕ່ຽນ, ຍ່າງເລາະໜອງໂຮ່ເກືອມ, ຊື້ເຄື່ອງເປັນທີ່ລະນຶກຢູ່ຖະໜນຮ່າງກາຍ ຫຼືຖະໜົນເກົ່າໂກ້. ຖ້າຢາກໄປຢ້ຽມຢາມໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ, ເພື່ອນສາມາດເລືອກລົດເມສາຍ 47. ໄປຢາມສວນສາທາລະນະຮ່ວາບິ່ງ, ຂົວທັງລອງ ແລະ ກຳແພງໂກລວາ ແມ່ນຂຶ້ນລົດເມສາຍ 46. ອ້າຍຟ້າມວັນຮ່ວາງ, ຜູ້ຂັບລົດ, ສາຍ 47, ໃຫ້ຮູ້ວ່າ:
“ປະຈຸບັນລົດເມຂອງຫວຽດນາມ ແມ່ນທັນສະໄໝ ແລະ ສ້າງຄວາມສະດວກກວ່າກ່ອນນີ້ຫຼາຍ. ແຂກໄປທ່ອງທ່ຽວດ້ວຍລົດເມກໍ່ຫຼາຍ, ພິເສດແມ່ນບັນດານັກສຶກສາ. ນອກນັ້ນຍັງມີແຂກຕ່າງປະເທດອີກດ້ວຍ. ການຈະລາຈອນໄປມາດ້ວຍລົດເມ ແມ່ນຄວາມສີວິໄລ, ປະກອບສ່ວນຫຼຸດຜ່ອນສະພາບລົດຕິດ ແລະ ປົກປັກຮັກສາສິ່ງແວດລ້ອມ“.
ສຳລັບຫຼາຍຄົນແລ້ວ, ລົດເມແມ່ນພາຫະນະໄປມາບໍ່ສ້າງຄວາມສະດວກປານໃດ. ແຕ່ຖ້າເພື່ອນຖືລົດເມແມ່ນພາຫະນະປະເພດໜຶ່ງເພື່ອໄປທ່ອງທ່ຽວ, ແນ່ນອນວ່າຄວາມໄຝ່ຝັນຢາກໄປຄົ້ນຫາຮ່າໂນ້ຍຂອງເພື່ອນຈະໄດ້ຮັບການປະຕິບັດຢ່າງງ່າຍດາຍ ແລະ ມີຄວາມຈັບອົກຈັບໃຈກວ່າ.




