ການຂີ່ລົດຕ໋ອກໆຂ້າມໄປຫາເສັ້ນທາງດິນແດງ ບາຊານ ຈາກໝູ່ບ້ານຂຶ້ນໄປເນື້ອທີ່ໄຮ່ ພັດເປັນການລົງຕົວຈິງທີ່ຈັບອົກຈັບໃຈສຳລັບເຂົາເຈົ້າ (ພາບ: VOV) |
ໃນສະພາບອາກາດແດດອ່ອນໆຂອງຍາມຕົ້ນລະດູແລ້ງຢູ່ ເຕີຍງວຽນ, ຂີ່ລົດຕ໋ອກໆຂ້າມໄປຫາເສັ້ນທາງດິນແດງ ບາຊານ ຈາກໝູ່ບ້ານຂຶ້ນໄປເນື້ອທີ່ໄຮ່, ສຽງຫົວຢ່າງຄຶກຄື້ນມ່ວນຊື່ນຂອງຄະນະແຂກທ່ອງທ່ຽວ ຝລັ່ງ ເມື່ອລົດຢຽບຂຸມ ພັດເປັນການລົງຕົວຈິງທີ່ຈັບອົກຈັບໃຈສຳລັບເຂົາເຈົ້າ.
ທ່ານ Mercler Olivier, ແຂກທ່ອງທ່ຽວມາຈາກ ຝລັ່ງ ໄດ້ແບ່ງປັນວ່າ ການໄປເຮັດໄຮ່ນຳພໍ່ແມ່ປະຊາຊົນ, ເຫັນວິທີອອກແຮງງານ, ວິຖີການດຳລົງຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນແມ່ນຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້ໃນໄລຍະເດີນທາງມາ ຫວຽດນາມ.
“ສຸດຍອດແທ້! ພວກຂ້າພະເຈົ້າໄດ້ລົງຕົວຈິງ, ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ອາຫານການກິນ, ຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້”.
ແມ່ຍິງເອເດ ໝັ້ນໃຈໂອ້ລົມກັບແຂກທ່ອງທ່ຽວ (ພາບ: VOV) |
ເມື່ອມາຮອດບັນດາໝູ່ບ້ານ ເອເດ ຢູ່ ດັກລັກ, ແຂກທ່ອງທ່ຽວສາກົນ ບໍ່ພຽງແຕ່ເພື່ອຢ້ຽມຊົມ, ຖ່າຍຮູບເທົ່ານັ້ນ, ຫາກຍັງໄດ້ລົງຕົວຈິງ, ເຊື່ອມຕົວເຂົ້າກັບຈັງຫວະດຳລົງຊີວິດຂອງໝູ່ບ້ານຢ່າງແທ້ຈິງ. ທ່ານນາງ Mercler Claire, ແຂກທ່ອງທ່ຽວ ຝລັ່ງ ສະແດງຄວາມປະທັບໃຈເປັນພິເສດຕໍ່ບົດບາດຂອງແມ່ຍິງ ເອເດ ໃນຊີວິດປະຈຳວັນຂອງໝູູ່ບ້ານ. ທ່ານນາງ Mercler Claire ແບ່ງປັນວ່າ:
“ແມ່ຍິງໃນວັດທະນະທຳ ເອເດ ມີຄວາມສຳຄັນແທ້ໆ. ສິ່ງດັ່ງກ່າວແມ່ນມີຄວາມແຕກຕ່າງທີ່ສຸດ, ບໍ່ມີຫຼາຍພື້ນຖານວັດທະນະທຳທີ່ຖືບົດບາດຂອງແມ່ຍິງມີຄວາມສຳຄັນຄືແນວນັ້ນ. ຂ້າພະເຈົ້າຄິດວ່າ ນີ້ແມ່ນທີ່ຕັ້ງທີ່ດີສຳລັບແມ່ຍິງ”.
ບັນດາການລົງຕົວຈິງເບິ່ງຄືວ່າລຽບງ່າຍ ແຕ່ພັດເປີດມູມມອງໃໝ່ໃຫ້ແກ່ແຂກທ່ອງທ່ຽວສາກົນຕໍ່ກັບຊີວິດທາງດ້ານວັດທະນະທຳຂອງບັນດາເຜົ່າ ຫວຽດນາມ, ບ່ອນທີ່ມີຄວາມຜູກພັນກັບຊຸມຊົນ, ບົດບາດຂອງຄອບຄົວ ແລະ ມີສາຍພົວພັນຢ່າງກົມກຽວກັບທຳມະຊາດທີ່ຍັງຄົງໄດ້ຮັບການຮັກສາຜ່ານຫຼາຍລຸ້ນຄົນ. ອ້າຍ ອີຕຽນ ນີເອ ເກີດຳ, ຜູ້ນຳທ່ຽວຊາວເຜົ່າ ເອເດ ແບ່ງປັນວ່າ:
“ແຂກທ່ອງທ່ຽວຕ່າງປະເທດມາສຳຜັດກັບວິຖີການດຳລົງຊີວິດຢູ່ໝູ່ບ້ານ, ພໍ່ແມ່ປະຊາຊົນມີຄວາມກະຕືລືລົ້ນ, ຮູ້ສຶກເປັນກຽດ ແລະ ຕ້ອນຮັບດ້ວຍຄວາມຈິງໃຈທີ່ສຸດ ແລະ ນັບມື້ນັບມີຄວາມໝັ້ນໃຈກວ່າ”.
ປັດຈຸບັນ, ຄອບຄົວເອື້ອຍ ເຮີດໍ ເອນວນ ຢູ່ບ້ານ ຈວນ, ຕາແສງ ເກີຣົງ ອານາ, ແຂວງ ດັກລັກ ມີຄວາມຊິນເຄີຍກັບການຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດໃນເຮືອນຮ້ານເກົ່າແກ່, ຜ່ານການຕ້ອນຮັບແຕ່ລະຄັ້ງ, ເອື້ອຍ ເຮີດໍ ເຫັນວ່າ:
“ໃນເບື້ອງຕົ້ນ ເຮົາຄິດວ່າການຕ້ອນຮັບແຂກທ່ອງທ່ຽວຕ່າງປະເທດຈະເປັນການຍາກ, ແຕ່ຜ່ານການຕ້ອນຮັບມາ 2 – 3 ຄັ້ງ ກໍເຫັນວ່າ ມັນກໍທຳມະດາ, ຕ້ອງເຮັດແທ້ທຳຈິງ, ຊື່ສັດ ເພື່ອໃຫ້ແຂກທ່ອງທ່ຽວມີການສຳຜັດກັບວິຖີການດຳລົງຊີວິດ ແລະ ການຜະລິດຂອງເຮົາໄດ້ຢ່າງແທ້ຈິງ. ຕາມການເວລາ, ພວກເຮົາກໍຄ່ອຍໆມີຄວາມໝັ້ນໃຈໃນການໂອ້ລົມກັບແຂກ”.
ແຂກທ່ອງທ່ຽວມັກການລົງຕົວຈິງຊອກຮູ້ກ່ຽວກັບວິຖີການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ (ພາບ: VOV) |
ສ່ວນຢູ່ບ້ານ ບວນຕົວ, ຕາແສງ ຮວ່າຝູ, ຜົວເມຍເອື້ອຍ ເຮີ ແບນລີ ເອບານ ໄດ້ປຸກສ້າງເຮືອນຮ້ານແບບເດີມ ເພື່ອທັງດຳລົງຊີວິດ, ທັງເຮັດ homestay ຕ້ອນຮັບແຂກ. ຕາມເອື້ອຍ ເຮີ ແບນລີ ແລ້ວ, ການທ່ອງທ່ຽວຊຸມຊົນແມ່ນທັງໝູ່ບ້ານພ້ອມກັນເຮັດ, ພ້ອມກັນແບ່ງປັນ ແລະ ພ້ອມກັນຊົມໃຊ້ຜົນປະໂຫຍດ. ການທ່ອງທ່ຽວຊຸມຊົນມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບສາກົນ, ຊ່ວຍໃຫ້ພໍ່ແມ່ປະຊາຊົນຮັກສາສີສັນ, ບັນດາຄຸນຄ່າອັນດີງາມຂອງເຜົ່າຕົນໄວ້ໄດ້ດີກວ່າເກົ່າ.
ກ່ຽວກັບການພັດທະນາ ແລະ ໂຄສະນາເຜີຍແຜ່ສີສັນຂອງບັນດາເຜົ່າໃນບໍລິເວນແຂວງ ດັກລັກ ຜ່ານການທ່ອງທ່ຽວຊຸມຊົນ, ທ່ານ ເຈິ່ນຮົ່ງຕຽນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດັກລັກ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະນຳໃຊ້ບັນດາພື້ນທີ່ມໍລະດົກ, ພ້ອມກັບການລົງທຶນຂອງລັດ ແລະ ບັນດາໂຄງການເປົ້າໝາຍແຫ່ງຊາດ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເສີມຂະຫຍາຍ, ຮັກສາບັນດາຄຸນຄ່າວັດທະນະທຳຕິດພັນກັບການພັດທະນາການທ່ອງທ່ຽວຊຸມຊົນ”.
ຈາກເລື່ອງລາວເຮັດການທ່ອງທ່ຽວຊຸມຊົນຂອງຊາວເຜົ່າ ເອເດ ຢູ່ ດັກລັກ, ສາມາດເຫັນໄດ້ວ່າ ພໍ່ແມ່ພີ່ນ້ອງໄດ້ນຳເອົາສີສັນ, ຄວາມເອກອ້າງທະນົງໃຈ ແລະ ວິຖີຊີວິດຂອງຕົນເພື່ອເຊື່ອມຕໍ່ກັບເພື່ອນມິດສາກົນ. ແລະ ຈາກບັນດາສິ່ງທີ່ລຽບງ່າຍ, ແທ້ຈິງນັ້ນ, ພາບພົດແຂວງ ດັກລັກ ເຂດ ເຕີຍງວຽນ ທີ່ເຕັມໄປດ້ວຍສີສັນນັ້ນ ກໍ່ພວມຄ່ອຍໆຫຍັບມໍ່ເຂົ້າໃກ້ກັບໂລກຫຼາຍກວ່າອີກ./.




