logo

ການນຳ​ຂັ້ນ​ສູງ ຫວຽດ​ນາມ - ລາວ: ສາຍ​ພົວ​ພັນ 2 ປະ​ເທດ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ

2025/12/3 | 02:11:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນຍຸດທະສາດ ຫວຽດນາມ - ລາວ ຜ່ານບັນດາກົນໄກຮ່ວມມືແທດຈິງ ແລະ ມີປະສິດທິຜົນທີ່ພວມມີຢູ່ແລ້ວ, ສ້າງບັນດາກົນໄກໃໝ່ທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຜັນຂະຫຍາຍ. 

ຕອນບ່າຍວັນທີ 2 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນແບບຍຸດທະສາດ ຫວຽດນາມ - ລາວ ຜ່ານບັນດາກົນໄກຮ່ວມມືແທດຈິງ ແລະ ມີປະສິດທິຜົນທີ່ພວມມີຢູ່, ສ້າງບັນດາກົນໄກໃໝ່ທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຜັນຂະຫຍາຍ.

ກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ (ພາບ: TTXVN)

ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນສືບຕໍ່ນຳສາຍພົວພັນລະຫວ່າງສອງພັກ, ສອງລັດໃນການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ; ກຳນົດສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍາມໃດກໍແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງແຕ່ລະປະເທດ.

ສອງຝ່າຍຢັ້ງຢືນຈະສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາ, ພ້ອມດຽວກັນນັ້ນ ກໍກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກໃຫ້ປະສົບຜົນສຳເລັດ. ການນຳສອງທ່ານກໍເນັ້ນໜັກ ແລະ ຢັ້ງຢືນເຖິງຄວາມສຳຄັນຍຸດທະສາດຂອງການເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຫຼາຍກວ່າອີກ, ເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ; ຍູ້ແຮງການເຊື່ອມຕໍ່ ແລະ ຊ່ວຍເຫຼືອກັນລະຫວ່າງສອງພື້ນຖານເສດຖະກິດ; ຕັ້ງໜ້າແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຄັດໃນວິວັດການປະຕິບັດ.  ສອງຝ່າຍເຫັນດີຊຸກຍູ້ການເຕີບໂຕມູນຄ່າການຄ້າສອງຝ່າຍເພື່ອບັນລຸໄດ້ເປົ້າໝາຍ 5 ຕື້ USD ໃນໄວໆນີ້ ແລະ ມຸ່ງໄປເຖິງການບັນລຸໄດ້ 10 ຕື້ USD ໃນໄລຍະຈະມາເຖິງ; ສຸມໃສ່ແຫຼ່ງກຳລັງຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຈຸດສຸມ, ເຊັ່ນ: ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຊຸກຍູ້ການຜັນຂະຫຍາຍຮູບແບບເຂດອຸດສາຫະກຳ ຫວຽດນາມ - ລາວ, ເສດຖະກິດດ່ານຊາຍແດນຜ່ານຊາຍແດນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ; ສ້າງສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງ ເພື່ອແນໃສ່ສ້າງເງື່ອນໄຂສະດວກຊຸກຍູ້ວິສາຫະກິດສອງປະເທດພັດທະນາແບບຍືນຍົງ, ເພີ່ມທະວີການໜູນຊ່ວຍກັນລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ - ລາວ.

         ໄປຄຽງຄູ່ກັນນັ້ນ, ຫວຽດນາມ ແລະ ລາວ ຈະເປີດກວ້າງການຮ່ວມມືລະຫວ່າງບັນດາອົງການພັກ, ລັດ, ແນວໂຮມ, ໝູ່ຄະນະ ແລະ ອົງການຈັດຕັ້ງມະຫາຊົນ; ເພີ່ມທະວີການສົມທົບ, ໜູຊ່ວຍກັນໃນການພັດທະນາເສດຖະກິດ - ສັງຄົມ, ກໍຄືຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດໃຫ້ແໜ້ນແຟ້ນກວ່າອີກ.

TAG
VOV/VOVworld/ກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ