logo

ການນຳນະຄອນ ໂຮ່ຈີມິນ ອວຍພອນບຸນປີໃໝ່ລາວ

2017/4/10 | 10:51:44
​​​​​ເມື່ອ​ໄປ​ຢ້ຽມ​ຢາມ​ສະ​ຖານ​ກົງ​ສູນ​ໃຫຍ່​ລາວ ປະ​ຈຳນະ​ຄອນ ໂຮ່​ຈີ​ມິນ ໃນ​ວັນ​ທີ 10/4, ທ່ານ​ນາງ ຫວໍ​ທິ​ຢູງ, ຮອງ​ເລ​ຂາ​ຄະ​ນະ​ພັກ ອວຍ​ພອນ​ພະ​ນັກ​ງານ, ພາ​ລະ​ກອນ ແລະ ປະ​ຊາ​ຄົມ​ຊາວ​ລາວ ພວມ​ດ​ຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່​ນະ​ຄອນ, ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ລາວ. 

ການ​ຕ້ອນ​ຮັບ​ໃນ​ວັນ​ທີ 10/4

(vovworld) – ​​​​​ເມື່ອ​ໄປ​ຢ້ຽມ​ຢາມ​ສະ​ຖານ​ກົງ​ສູນ​ໃຫຍ່​ລາວ ປະ​ຈຳນະ​ຄອນ ໂຮ່​ຈີ​ມິນ ໃນ​ວັນ​ທີ 10/4, ທ່ານ​ນາງ ຫວໍ​ທິ​ຢູງ, ຮອງ​ເລ​ຂາ​ຄະ​ນະ​ພັກ ອວຍ​ພອນ​ພະ​ນັກ​ງານ, ພາ​ລະ​ກອນ ແລະ ປະ​ຊາ​ຄົມ​ຊາວ​ລາວ ພວມ​ດ​ຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່​ນະ​ຄອນ, ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ລາວ. ທ່ານ​ນາງ ຫວ​ໍ​ທິ​ຢູງ, ເນັ້ນ​ໜັກ​ວ່າ: ນະ​ຄອນ ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ, ນະ​ຄອນເຊິ່ງ​ນະ​ຄອນ ໂຮ່​ຈີ​ມິນ ມີ​ການ​ພົວ​ພັນ​ແຮກ​ສ່ຽວ, ຮ່ວມ​ມື​ມິດ​ຕະ​ພາບ.

        ທ່ານ ສົມ​ໄຊ ​ຊະ​ນະ​ມູ​ນີ ເຊື່ອ​ໝັ້​ນ​ວ່າ, ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ, ໃນ​ນັ້ນ​ມີ​ນະ​ຄອນ ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ພັດ​ທະ​ນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.


TAG
vovworld/ໂຮ່​ຈີ​ມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ