ວັນທີ 25 ມີນາ, ອີຮານ ສືບຕໍ່ສະແດງຫຼັກໝັ້ນແຂງກະດ້າງເມື່ອປະຕິເສດຂໍ້ສະເໜີປັດຈຸບັນຂອງ ອາເມລິກາ ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ, ພ້ອມທັງຍົກອອກເງື່ອນໄຂສະເພາະ, ໃນນັ້ນມີການຮຽກຮ້ອງຕ້ອງຮັບຮູ້ສິດຄວບຄຸມຊ່ອງແຄບທະເລ Hormuz.
ຕາມເຈົ້າໜ້າທີ່ການເມືອງ - ຄວາມໝັ້ນຄົງລະດັບສູງຂອງອີຣານ ທ່ານໜຶ່ງໂດຍຊ່ອງທາງ PressTV ຄັດສະເໜີແລ້ວ, ຂໍ້ສະເໜີລວມມີ 15 ຂໍ້ໂດຍທ່ານ Donald Trump ປະທານາທິບໍດີ ອາເມລິກາ ສົ່ງໄປຍັງປາກິດສະຖານ ແມ່ນ “ບໍ່ສາມາດຍອມຮັບໄດ້”. ເຈົ້າໜ້າທ່ານນີ້ໄດ້ເໜັ້ນໜັກວ່າການປະທະກັນ ຈະຢຸດຕິໄດ້ກໍ່ຕໍ່ເມື່ອໄປ “ຕາມບັນດາເງື່ອນໄຂ ແລະ ແຜນວິວັດການໂດຍ ເຕເຮຣານ ຕັດສິນ”.
ແລະກໍ່ໃນວັນທີ 25 ມີນາ, ທ່ານ Mohammad Baqer Qalibaf ປະທານສະພາແຫ່ງຊາດ ອີຣານ ກໍ່ໄດ້ກ່າວເຕືອນວ່າອາເມລິກາບໍ່ຄວນທົດສອບຄວາມຕັດສິນໃຈປ້ອງກັນຕົວຂອງ ອີຣານ, ໃນສະພາບການ ວໍຊິງຕັນພວມເພີ່ມທະວີການຈັດສົ່ງກຳລັງໄປຍັງພາກພື້ນຕາເວັນອອກກາງ. ທ່ານໃຫ້ຮູ້ວ່າ ອີຣານ ພວມຕິດຕາມ ທຸກການກະທຳດ້ານການທະຫານຂອງອາເມລິກາ ໃນພາກພື້ນຢ່າງໃກ້ຊິດ.
ໃນຂະນະນັ້ນ, ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກໍ່ກ່າວເຕືອນຈະບຸກໂຈມຕີຢ່າງຮຸນແຮງກວ່າ ຖ້າ ອີຣານ ບໍ່ຍອມຮັບປະລາໄຊ, ເຖິງວ່າຈະຍັງເປີດຄວາມອາດສາມາດຊຸກຍູ້ແຜນການ 15 ຂໍ້.




