logo

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ: ການ​ປະ​ທະ​ກັນ​ສືບ​ຕໍ່​ດຳ​ເນີນ​ຢ່າງ​ຮຸນ​ແຮງ

2026/3/31 | 07:37:11
(VOVWORLD) - ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ “”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.
ເຂດຊຸມຊົນຖືກທຳລາຍຍ້ອນບັ້ນບຸກໂຈມຕີທາງອາກາດຢູ່ ອີຣານ (ພາບ: Majid Asgaripour/WANA via REUTERS.)

ຕອນຄ່ຳວັນທີ 30 ມີນາ, ກຳລັງປ້ອງກັນ ອິດສະລາແອັນ (IDF) ໃຫ້ຮູ້ວ່າກອງທັບອາກາດປະເທດນີ້ໄດ້ປຸກລະດັບບັ້ນບຸກໂຈມຕີຄັ້ງໃໝ່ເລັ່ງໃສ່ບັນດາຕຶກອາຄານຂອງອຳນາດການປົກຄອງຢູ່ນະຄອນຫຼວງ ເຕເຮຣານ ຂອງອີຣານ. ກ່ອນໜ້ານັ້ນ, ຕອນເຊົ້າວັນດ່ຽວກັນ, ກອງທັບອາກາດ ອິດສະລາແອັນ ກໍ່ໄດ້ບຸກໂຈມຕີຮາກຖານການຜະລິດອາວຸດ ແລະ ໂຮງງານຜະລິດກົນຈັກເຮືອບິນບໍ່ມີຄົນຂັບຂອງ ອີຣານຢູ່ ເຕເຮຣານ. ຢູ່ພາກກາງອີຣານ, ເຮືອບິນບໍ່ມີຄົນຂັບ ອິດສະລາແອັນ ໄດ້ຖີ້ມລະເບີດລົງໃສ່ສຳນັກງານໃຫຍ່ຂອງບັນດາກຳລັງປະກອບອາວຸດອີຮານ, ໃນນັ້ນມີເຂດປະສົມຂອງກຳລັງທະຫານລາດ Basij ຢູ່ Daghlan ແລະ ປ້ອມຕຳຫຼວດຢູ່ Sanandaj.

ສຳລັບຝ່າຍອີຣານ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ປະກາດວ່າໄດ້ປຸກລະດົມບັນດາກະແສບຸກໂຈມຕີໃໝ່ໃນບັ້ນບຸກໂຈມຕີ “”ຄຳໝັ້ນສັນຍາທີ່ແທ້ຈິງ 4” ເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຢູ່ ອິດສະລາແອັນ ແລະ ບັນດາຮາກຖານຂອງອາເມລິກາ ໃນພາກພື້ນ.

ໃນຂະນະນັ້ນ, ວັນທີ 30 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ວໍຊິງຕັນຈະທຳລາຍບັນດາພື້ນຖານໂຄງລ່າງພະລັງງານ ແລະ ພົນລະເຮືອນຂອງ ອີຣານ ຖ້າຂໍ້ຕົກລົງຢຸດຕິການປະທະກັນບໍ່ບັນລຸໄດ້ໂດຍໄວ, ພ້ອມທັງໃຫ້ຮູ້ວ່າບັນດາການເຈລະຈາກັບເຕເຮຣານ ພວມມີຄວາມຄືບໜ້າ.

TAG
VOV/VOVworld/ການ​ປະ​ທະ​ກັນ/ອີ​ຣານ/ອິດ​ສະ​ລາ​ແອັນ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ