|
(ພາບ: REUTERS/Kevin Lamarque)
|
ວັນທີ 11 ມີນາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ຖືວ່າ ບັ້ນການທະຫານແນໃສ່ ອີຣານ ໃກ້ຈະສິ້ນສຸດລົງ, ພ້ອມກັນນັ້ນກໍ່ຢືນຢັນວ່າ ບັນດາເປົ້າໝາຍທີ່ສຳຄັນສ່ວນຫຼາຍຢູ່ປະເທດນີ້ໄດ້ຖືກທຳລາຍ. ໃນການຕອບສຳພາດຕໍ່ເວັບໄຊຂ່າວ Axios, ທ່ານ Donald Trump ໃຫ້ຮູ້ວ່າ ປະຈຸບັນ “ເກືອບຄືວ່າບໍ່ມີເປົ້າໝາຍໃດທີ່ເປັນໜ້າບຸກໂຈມຕີ” ຢູ່ ອີຣານ ແລະ ການປະທະກັນຢູ່ທີ່ນີ້ຈະສິ້ນສຸດລົງໂດຍໄວ. ໃນຊຸມມື້ມໍ່ໆມານີ້, ການນຳ ອາເມລິກາ ໄດ້ຍົກອອກບັນດາສານທີ່ແຕກຕ່າງກັນກ່ຽວກັບຄວາມອາດສາມາດຈະຢຸດຕິການປະທະກັນໂດຍໄວ, ເຮັດໃຫ້ວົງການນັກສັງເກດການບໍ່ຮູ້ວ່າ ວິຊິງຕັນ ພວມກະກຽມສິ້ນສຸດບັ້ນການທະຫານ ຫຼື ບໍ່. ໃນຂະນະນັ້ນ, ອິດສະຣາແອັນ ໃຫ້ວ່າ ບັ້ນການທະຫານຕ້ານ ອີຣານ ຈະຍັງໄດ້ຮັກສາໄວ້ຈົນຮອດເວລາບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກ. ທ່ານ Katz, ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ຖະແຫຼງວ່າ ບັ້ນການທະຫານລວມລະຫວ່າງ ອິດສະຣາແອັນ ແລະ ອາເມລິກາ “ຈະສືບຕໍ່ໂດຍບໍ່ມີການກຳນົດເວລາໃດໆ”.




