logo

ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ: ປະ​ຊາ​ຄົມໂລກ​ຮຽກ​ຮ້ອງ​ບັນ​ດາ​ຝ່າຍ “ລະ​ງັບ​ໃຈ​ຢ່າງ​ສຸດ​ຂີດ”

2026/3/3 | 07:29:00
(VOVWORLD) -  ວັນທີ 2 ມີນາ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ “ລະງັບໃຈຢ່າງສຸດຂີດ” ພາຍຫຼັງທີ່ ອາເມລິກາ ແລະ ອິດສະຣາແອັນ ດຳເນີນການບຸກໂຈມຕີທາງອາກາດເລັ່ງໃສ່ ອີຣານ ແລະ ບັນດາບັ້ນບຸກໂຈມຕີໂຕ້ຕອບຂອງ ເຕເຮຣານ. 
ເຫດບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ໂຮງຮຽນຢູ່  Minab, ອີຣານ ໃນວັນທີ 28/2/2026
(ພາບ: Abbas Zakeri/Mehr News/WANA via REUTERS)

ໃນວາລະປະຊຸມວິສາມັນກ່ຽວກັບສະພາບການ ອີຣານ ຖືກຈັດຂຶ້ນຕາມຄຳຮຽກຮ້ອງຈາກ ລັດເຊຍ ແລະ ອີຣານ, ທ່ານ Rafael Grossi ໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ, ອົງການ IAEA ຍັງບໍ່ທັນຮັບຮູ້ມີສັນຍານໃດສະແດງໃຫ້ເຫັນວ່າ ມີຮາກຖານນິວເຄຼຍໃດຢູ່ ອີຣານ ຖືກເປເພ ຫຼື ຖືກບຸກໂຈມຕີ.

ກໍໃນວັນດຽວກັນ, ເມື່ອກ່າວຄຳເຫັນຕໍ່ໜັງສືພິມ The Telegraph, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ປັດຈຸບັນ ການນຳ ອີຣານ “ຢາກບັນລຸໄດ້ຂໍ້ຕົກລົງຢ່າງແທ້ຈິງ” ກັບ ວໍຊິງຕັນ ໃນສະພາບການບຸກໂຈມຕີພວມດຳເນີນໄປ. ທ່ານ Trump ໃຫ້ຮູ້ວ່າ ອາເມລິກາ ຄາດວ່າ ບັ້ນຮົບເລັ່ງໃສ່ການນຳ ອີຣານ ຈຳນວນໜຶ່ງ ອາດຈະແກ່ຍາວແຕ່ 2 – 3 ອາທິດ ແລະ ບາງເທື່ອຈະຜັນຂະຫຍາຍກຳລັງທະຫານລາດໄປຍັງປະເທດນີ້.

ສະພາບການຢູ່ ເຕເຮຣານ ໃນວັນທີ 2/3/2026, ພາຍຫຼັງທີ່ ອິດສະຣາແອັນ ແລະ ອາເມລິກາ ດຳເນີນບັນດາບັ້ນບຸກໂຈມຕີເລັ່ງໃສ່ ອີຣານ (ພາບ: Majid Asgaripour/WANA via REUTERS)

ກໍໃນວັນທີ 2 ມີນາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ຮຽກຮ້ອງໃຫ້ຫຼຸດຄວາມເຄັ່ງຕຶງໂດຍດ່ວນ ເພື່ອແນໃສ່ສະກັດກັ້ນການປະທະກັນລະຫວ່າງ ອາເມລິກາ - ອິດສະຣາແອັນ ກັບ ອີຣານ ບໍ່ໃຫ້ແຜ່ລາມອອກສູ່ທົ່ວພາກພື້ນ ຕາເວັນອອກກາງ. ໃນຂະນະນັ້ນ, ທ່ານ Jean-Noel Barrot  ລັດຖະມົນຕີການຕ່າງປະເທດ ຝລັ່ງ  ຖະແຫຼງວ່າ ປະເທດນີ້ “ພ້ອມແລ້ວ” ທີ່ຈະປົກປ້ອງບັນດາປະເທດເຂດອ່າວ ແລະ ຈໍແດນ, ຕ້ານຄືນ ອີຣານ ຖ້າມີຄວາມຈຳເປັນ. ກໍໃນວັນດຽວກັນ, ທ່ານ Vladimir Putin  ປະທານາທິບໍດີ ລັດເຊຍ ໄດ້ມີການສົນທະນາກັບບັນດາການນຳ ອາຣັບ ກ່ຽວກັບຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ຕາເວັນອອກກາງ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງແກ້ໄຂສະພາບການຜ່ານບັນດາມາດຕະການທາງການທູດ.

ນັກຂ່າວ VOV ປະຈຳ ອາຣັບ

TAG
VOV/VOVworld/ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຢູ່ ຕາ​ເວັນ​ອອກ​ກາງ/ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ/ອາ​ເມ​ລິ​ກາ - ອິດ​ສະ​ຣາ​ແອັນ ແລະ ອີ​ຣານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ