logo

ການປະທະກັນຢູ່ ຕາເວັນອອກກາງ: ຫຼາຍປະເທດຮຽກຮ້ອງຢຸດຕິການປະທະກັນ

2026/3/9 | 09:48:15
(VOVWORLD) -  ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ ຕາເວັນອອກກາງ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນທີ່ສຸດ ແລະ ຫຼາຍປະເທດໄດ້ສະແດງທັດສະນະ ກໍຄືຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈເພືຶ່ອຫຼີກລ່ຽງການແຜ່ລາມອອກສູ່ວົງກວ້າງຢູ່ພາກພື້ນ.

ທ່ານSergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຜັນຂະຫຍາຍຂໍ້ສະເໜີຂອງທ່ານປະທານາທິບໍດີ Vladimir Putin ກ່ຽວກັບການຈັດກອງປະຊຸມສຸດຍອດ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງສະຫະປະຊາດ.

ທ່ານ Anwar Ibrahim, ນາຍົກລັດຖະມົນຕີ ມາເລເຊຍ ຖືວ່າ ບັນດາການເຄື່ອນໄຫວດ້ານການທະຫານຂອງ ອາເມລິກາ ແລະ ອິດສະຣາແອັນ ແນໃສ່ ອີຣານ ແມ່ນ “ລະເມີດກົດໝາຍສາກົນ ກໍຄືບັນດາຫຼັກການນິຕິກຳ ແລະ ຄຸນສົມບັດ”.

ໃນຂະນະນັ້ນ, ທ່ານ Hakan Fidan, ລັດຖະມົນຕີການຕ່າງປະເທດ ຕວັກກີ ກ່າວເຕືອນຄວາມສ່ຽງຂາດສະຖຽນລະພາບຢູ່ ອີຣານ ຈະເພີ່ມຂຶ້ນ. ທ່ານເນັ້ນໜັກວ່າ ຕວັກກີ ຄັດຄ້ານທຸກແຜນການຊວຍໃຊ້ການຈຳແນກເຊື້ອຊາດເຜົ່າພັນເພື່ອແບ່ງແຍກພາຍໃນ ອີຣານ, ຍ້ອນນີ້ແມ່ນ “ແຜນການອັນຕະລາຍທີ່ສຸດ” ຕໍ່ກັບຄວາມສະຖຽນລະພາບຢູ່ພາກພື້ນ.

TAG
VOV/VOVworld/ລະ​ເມີດ/​ກົດ​ໝາຍ​/ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ