logo

ການປະທະກັນຢູ່ຕາເວັນອອກກາງ: ອາເມລິກາ ສ້າງຂອບເຂດການເຈລະຈາກັບ ອີຣານ

2026/3/23 | 09:30:53
(VOVWORLD) - ອຳນາດການປົກຄອງ ອາເມລິກາ ໄດ້ເລີ່ມດຳເນີນບັນດາການປຶກສາຫາລືພາຍໃນ ເພື່ອສ້າງຂອບເຂດການເຈລະຈາກັບ ອີຣານ, ໃນສະພາບການປະທະກັນຢູ່ ຕາເວັນອອກກາງ ກ້າວເຂົ້າສູ່ ອາທິດທີ 4.
ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: REUTERS)

        ບັນດາການປຶກສາຫາລືໃນເບື້ອງຕົ້ນໄດ້ສຸມໃສ່ການກະກຽມພື້ນຖານການເຈລະຈາ, ເຖິງວ່າການປະທະກັນໄດ້ຮັບການຄາດຄະເນວ່າຍັງສືບຕໍ່ດຳເນີນໄປໃນ 2 – 3 ອາທິດຈະມາເຖິງ. ບໍ່ວ່າຂໍ້ຕົກລົງໃດກໍ່ຈະຕິດພັນກັບເງື່ອນໄຂເປັນແກ່ນສານ, ຄື: ເປີດຊ່ອງແຄບ Hormuz ຄືນໃໝ່, ການຄວບຄຸມໂຄງການນິວເຄຼຍ ແລະ ລູກສອນໄຟ ອີຣານ, ກໍ່ຄືຈຳກັດການໜູນຊ່ວຍໃຫ້ແກ່ບັນດາກຳລັງພັນທະມິດໃນພາກພື້ນ.

        ຝ່າຍ ອາເມລິກາ ໄດ້ຮັບຖືວ່າໄດ້ຍົກອອກຄຳຮຽກຮ້ອງຈຳນວນໜຶ່ງ, ລວມມີ ຢຸດຕິໂຄງການລູກສອນໄຟໃນໄລຍະ 5 ປີ, ບໍ່ເສີມທາດອູຣານີ, ຍົກເລີກບັນດາຮາກຖານນິວເຄຼຍ ແລະ ຍອມຮັບກົນໄກຕິດຕາມກວດກາສາກົນຢ່າງເຄັ່ງຄັດ. ໃນຂະນະນັ້ນ, ອີຣານ ໄດ້ຍົກອອກບັນດາເງື່ອນໄຂ, ຄື: ຢຸດຍິງ, ຮັບປະກັນໃຫ້ບໍ່ເກີດການບຸກໂຈມຕີຄືນໃໝ່ ແລະ ຊົດເຊີຍຄວາມເສຍຫາຍ. ເຖິງຢ່າງໃດກໍ່ຕາມ, ອາເມລິກາ ປະຕິເສດຄຳຮຽກຮ້ອງຊົດເຊີຍໃຫ້ແກ່ສາມັນຊົນ.

TAG
VOV/VOVworld/ກົນ​ໄກ​/ຕິດ​ຕາມ/ກວດ​ກາ​/ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ