logo

ການ​ປະ​ທະ​ກັນ​ຢູ່ ພາກພື້​ນ​ຕາ​ເວັນ​ອອກ​ກາງ: ຈີນ ແລະ ລັດ​ເຊຍ​ຮຽກ​ຮ້ອງ​ການ​ຢຸດ​ຍິງ

2026/3/2 | 09:18:22
(VOVWORLD) - ຫຼັກໝັ້ນຂອງ ຈີນ ລວມມີ 3 ທັດສະນະ: ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງຢຸດຕິການກະທຳດ້ານການທະຫານຢ່າງທັນທີ, ສະກັດກັ້ນການປະທະກັນແຜ່ລາມໃນວົງກວ້າງ ແລະ ລື່ນກາຍການຄວບຄຸມ, ກັບຄືນສູ່ການໂອ້ລົມ ແລະ ເຈລະຈາໂດຍໄວ; ຄັດຄ້ານການກະທຳແບບພຽງລຳພັງຝ່າຍດຽວ.

ວັນທີ 1 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວ່າງອີ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຕາມການສະເໜີຈາກຝ່າຍລັດເຊຍ ເພື່ອແລກປ່ຽນກ່ຽວກັບສະພາບການອີຣານໃນປັດຈຸບັນ.

ທ່ານຫວ່າງອີ ໃຫ້ຮູ້ວ່າ ດ້ວຍການຊຸກຍູ້ຂອງຈີນ ແລະ ລັດເຊຍ, ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 28 ກຸມພາ ໄດ້ດຳເນີນໂດຍດ່ວນກ່ຽວກັບສະພາບການອີຣານ. ຈີນ ໄດ້ມີຄວາມສະເໝີຕົ້ນສະເໝີປາຍ ປະຕິບັດຕາມບັນດາເປົ້າໝາຍ ແລະ ຫຼັກການຂອງ ກົດບັດ ສປຊ. ຕາມທ່ານ ຫວ່າງອີແລ້ວ, ເລື່ອງ ອາເມລິກາ ແລະ ອິດສະລາແອັນ ດຳເນີນການບຸກໂຈມຕີ ອີຣານ ໃນວິວັດການເຈລະຈາ ລະຫວ່າງ ອາເມລິກາ ແລະ ອີຣານ ແມ່ນບໍ່ອາດຍອມຮັບໄດ້; ການກະທຳເຂັ່ນຂ້າການນຳຂອງປະເທດທີ່ມີອະທິປະໄຕ ແລະ ຍູ້ແຮງການປ່ຽນແປງລະບອບແມ່ນບໍ່ອາດຍອມຮັບໄດ້, ລະເມີດກົດໝາຍສາກົນ ແລະ ບັນດາມາດຖານພື້ນຖານຂອງການພົວພັນສາກົນ. ທ່ານ ຫວ່າງອີ ຊີ້ແຈ້ງຫຼັກໝັ້ນຂອງ ຈີນ ລວມມີ 3 ທັດສະນະ: ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງຢຸດຕິການກະທຳດ້ານການທະຫານຢ່າງທັນທີ, ສະກັດກັ້ນການປະທະກັນແຜ່ລາມໃນວົງກວ້າງ ແລະ ລື່ນກາຍການຄວບຄຸມ, ກັບຄືນສູ່ການໂອ້ລົມ ແລະ ເຈລະຈາໂດຍໄວ; ຄັດຄ້ານການກະທຳແບບພຽງລຳພັງຝ່າຍດຽວ.

ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖືວ່າ ບັນດາການບຸກໂຈມຕີດ້ານການທະຫານຂອງ ອາເມລິກາ ແລະ ອິດສະລາແອັນ ເລັ່ງໃສ່ ອີຣານ ກໍ່ຜົນເສຍຫາຍຢ່າງຮ້າຍແຮງຕໍ່ສະຖຽນລະພາບຂອງພາກພື້ນຕາເວັນອອກກາງ.

TAG
VOV/VOVworld/ຈີນ/ລັດ​ເຊຍ/ອາ​ເມ​ລິ​ກາ/ອີ​ຣານ/ການ​ປະ​ທະ​ກັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ