logo

ການ​ປະ​ທະ​ກັນ​ຢູ່​ພາກພື້ນ​ຕາ​ເວັນ​ອອ​ກກາງ ສືບ​ຕໍ່​ເຄັ່ງ​ຕຶງ​ຂຶ້ນ

2026/3/5 | 09:00:41
(VOVWORLD) - ກຳປັ່ນດຳນ້ຳຂອງອາເມລິກາ ໄດ້ບຸກໂຈມຕີກຳປັ່ນສູ້ຮົບລຳໜຶ່ງຂອງ ອີຣານ ຢູ່ເຂດທະເລສາກົນຢູ່ເຂດນອກຝັ່ງທະເລ ສີລັງກາ, ເຮັດໃຫ້ລູກເຮືອ ເກືອບ 148 ຄົນຫາຍສາບສູນ.
ພາບປະກອບ: Majid Asgaripour/WANA/REUTERS

ການປະທະກັນລະຫວ່າງ ອາເມລິກາ, ອິດສະລາແອັນ ກັບ ອີຣານ ສືບຕໍ່ເຄັ່ງຕຶງຂຶ້ນ ດ້ວຍຫຼາຍການຜັນແປທີ່ສັບສົນ. ເຫດການເປັນໜ້າສົນໃຈທີ່ສຸດໃນວັນທີ 4 ມີນາແມ່ນເລື່ອງທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ປະກາດວ່າ ກຳປັ່ນດຳນ້ຳຂອງອາເມລິກາ ໄດ້ບຸກໂຈມຕີກຳປັ່ນສູ້ຮົບລຳໜຶ່ງຂອງ ອີຣານ ຢູ່ເຂດທະເລສາກົນຢູ່ເຂດນອກຝັ່ງທະເລ ສີລັງກາ, ເຮັດໃຫ້ລູກເຮືອ ເກືອບ 148 ຄົນຫາຍສາບສູນ. ຮອດຕອນເຊົ້າວັນທີ 5 ມີນາ, ມີຂ່າວແຈ້ງໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 87 ຄົນ. ກ່ອນໜ້ານັ້ນ, ວົງການເຈົ້າໜ້າທີ່ ສີລັງກາ ໄດ້ຢັ້ງຢືນຂໍ້ມູນກ່ຽວກັບເຫດການນີ້ ແລະ ໃຫ້ຮູ້ວ່າ ນີ້ແມ່ນກຳປັ່ນ IRIS Dena ຂອງກອງທັບເຮືອ ອີຣານ ເຊິ່ງພວມເດີນທາງກັບເມືອປະເທດພາຍຫຼັງເຂົ້າຮ່ວມການຊ້ອມຮົບການເດີນເຮືອ Milan ຢູ່ ອິນເດຍ. ແລະກໍ່ໃນວັນດຽວກັນຢູ່ນະຄອນຫຼວງ Tehran ຂອງອີຣານ ແລະ ຢູ່ Jerusalem ໄດ້ຢັ້ງຢືນມີເຫດລະເບີດຫຼາຍຄັ້ງຢ່າງຕໍ່ເນື່ອງ. ຝ່າຍອິດສະລາແອັນ ໃຫ້ຮູ້ວ່າ ບັນດາເປົ້າໝາຍຖືກບຸກໂຈມຕີລວມມີບັນດາອົງການການນຳ  ແລະ ກຳລັງປ້ອງກັນຄວາມສະຫງົບຂອງ ອີຣານ. ໂດຍໂຕ້ຕອບ, ຝ່າຍອີຣານ ໄດ້ຍິງລູກສອນໄຟ ແລະ ວັດຖຸບໍ່ມີຄົນຂັບ ເລັ່ງໃສ່ອິດສະລາແອັນ ແລະ ເປົ້າໝາຍຈຳນວນໜຶ່ງໃນພາກພື້ນ.

TAG
VOV/VOVworld/ການ​ປະ​ທະ​ກັນ/​ພາກ​ພື້ນຕາ​ເວັນ​ອອ​ກກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ