logo

ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ຣາ​ແອັນ, ອີ​ຣານ ສືບ​ຕໍ່​ເຄັ່ງ​ຕຶງ

2026/3/28 | 07:52:03
(VOVWORLD) - ໃນວັນທີ 27 ມີນາ, ກຳລັງປ້ອງກັນ ອິດສະຣາແອັນ (IDF) ຢັ້ງຢືນໄດ້ບຸກໂຈມຕີຖານທີ່ໝັ້ນທະຫານເຮືອສຳຄັນຂອງ ອີຣານ ຢູ່ນະຄອນ Yazd, ພາກກາງ ອີຣານ. 

ຕາມ IDF ແລ້ວ, ນີ້ແມ່ນສະຖານທີ່ ເຊິ່ງ ເຕເຮຣານ ນຳໃຊ້ເພື່ອສ້າງແຜນການ, ພັດທະນາ, ຕິດຕັ້ງ ແລະ ເກັບຮັກສາບັນດາລຸກສອນໄຟທີ່ທັນສະໄໝ ແນໃສ່ຈຸດປະສົງຍິງບັນດາເປົ້າໝາຍເດີນທະເລເຄື່ອນທີ່ ແລະ ຄົງທີ່.

        ທ່ານ Israel Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ຖະແຫຼງວ່າ ບັນດາເຫດບຸກໂຈມຕີທາງອາກາດເລັ່ງໃສ່ ອີຣານ ຈະໄດ້ “ຮັບການເພີ່ມທະວີ ແລະ ເປີດກວ້າງໄປສູ່ບັນດາເປົ້າໝາຍເພີ່ມເຕີມ”. ທ່ານ Katz ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ ໄດ້ຍົກອອກມາພາຍຫຼັງທີ່ ອີຣານ ສືບຕໍ່ບັນດາເຫດບຸກໂຈມຕີຍຸຕິທຳດ້ວຍລູກສອນໄຟເລັ່ງໃສ່ ອິດສະຣາແອັນ.

        ໃນຂະນະນັ້ນ, ຝ່າຍ ອີຣານ ກ່າວຫາບັນດາເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ ແລະ ອິດສະຣາແອັນ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ບັນດາມໍລະດົກວັດທະນະທຳຂອງປະເທດນີ້.


TAG
VOV/VOVworld/ການ​ປະ​ທະ​ກັນ ລະ​ຫວ່າງ ອິດ​ສະ​ຣາ​ແອັນ/ອີ​ຣານ ສືບ​ຕໍ່​ເຄັ່ງ​ຕຶງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ