|
(ພາບ: REUTERS/Khalil Ashawi)
|
ບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນຕອນຄ່ຳວັນທີ 11 ມີນາ ໄດ້ທຳລາຍເຂດຊານນະຄອນທາງທິດໃຕ້ນະຄອນຫຼວງ Beirut ຂອງ ລີບັງ, ພາຍຫຼັງກຳລັງ ເຮັກໂບລາ ໄດ້ຍິງລູກສອນໄພຫຼາຍລູກເຂົ້າທາງພາກເໜືອ ອິດສະຣາແອັນ. ເຈົ້າໜ້າທີ່ຂັ້ນສູງຂອງ ອິດສະຣາແອັນ ຢືນຢັນວ່າ ອີຣານ ແລະ ເຮັກໂບລາ ໄດ້ປຸກລະດົມບັ້ນບຸກໂຈມຕີດ້ວຍລູກສອນໄຟຮ່ວມ, ວາດພາບວ່າ ນີ້ແມ່ນການກະທຳສົມທົບກັນຄັ້ງທຳອິດເພື່ອຕ້ານ ອິດສະຣາແອັນ ນັບແຕ່ເມື່ອການປະທະກັນເກີດຂຶ້ນຄືນໃໝ່.
ໃນຂະນະນັ້ນ, ຈຳນວນຜູ້ເສຍຊີວິດ, ຜູ້ຮັບບາດເຈັບ ແລະ ຜູ້ໄປອົບພະຍົບຢູ່ ລີບັງ ສືບຕໍ່ເພີ່ມຂຶ້ນຢ່າງແຮງ. ອຳນາດການປົກຄອງຂອງປະເທດນີ້ໃຫ້ຮູ້ວ່າ ບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ເຮັດໃຫ້ມີຜູ້ເສຍຊີວິດ 634 ຄົນ ນັບແຕ່ວັນທີ 02 ມີນາ, ໃນນັ້ນມີເດັກນ້ອຍ 91 ຄົນ, ໃນຂະນະທີ່ຜູ້ຕ້ອງຍົກຍ້າຍອອກໄປແມ່ນກວ່າ 800.000 ຄົນ.




