logo

ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ລຽບ​ຕ​າມ​ຊາຍ​ແດນ ອາບ​ກາ​ນິດ​ສະ​ຖານ - ປາ​ກິດ​ສ​ະ​ຖານ, ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ

2026/2/27 | 07:33:01
(VOVWORLD) - ມີຫຼາຍເຫດການລະເບີດເກີດຂຶ້ນໄດ້ເຮັດໃຫ້ນະຄອນຫຼວງ Kabul ແລະ ບໍລິເວນຈຳນວນໜຶ່ງອື່ນຂອງ ອາບການິດສະຖານ ສັ່ນສະເທື່ອນໃນຮຸ່ງເຊົ້າວັນທີ 27 ກຸມພາ, ມ້າງທຳລາຍຫຼາຍເປົ້າໝາຍສຳຄັນ. 

ບັນດາບັ້ນບຸກໂຈມຕີທາງອາກາດຖືກປະຕິບັດຄືເປັນສ່ວນໜຶ່ງຂອງບັ້ນຮົບ “Ghazab Lil Haq” (ຄວາມໂມໂຫແຫ່ງຄວາມຍຸຕິທຳ) ໂດຍ ປາກິດສະຖານ ປຸກລະດົມພາຍຫຼັງກຳລັງ ຕາລີບານ ປະຈໍາຢູ່ ອາບການິດສະຖານ ຍິງປືນບຸກໂຈມຕີບັນດາດ່ານໜ້າຂອງ ປາກິດສະຖານ ຢູ່ລຽບຕາມເຂດຊາຍແດນໃນຕອນຄ່ຳວັນທີ 26 ກຸມພາ. ຫຼັງຈາກນັ້ນ, ກອງບັນຊາການທະຫານພາກຕາເວັນອອກຂອງ ອາບການິດສະຖານ ກໍຢັ້ງຢືນ “ປະທະກັນຢ່າງດຸເດືອດ” ໄດ້ເກີດຂຶ້ນຢູ່ລຽບເສັ້ນຊາຍແດນທີ່ມີຄວາມຍາວ 2.611  ກິໂລແມັດ ຕິດກັບ ປາກິດສະຖານ.  

        ໃນຖະແຫຼງການຕອນເຊົ້າວັນທີ 27 ກຸມພາ, ທ່ານ Khawaja Asif ລັດຖະມົນຕີກະຊວງປ້ອງກັນປະເທດ ປາກິດສະຖານ ຖະແຫຼງວ່າ ປະເທດນີ້ “ພວມດຳເນີນບັນດາປະຕິກິລິຍາຢ່າງຂ້ຽວຂາດ” ແລະ “ນີ້ແມ່ນສົງຄາມບໍ່ມີພົມແດນ”. ໃນຂະນະນັ້ນ, ທ່ານ Shehbaz Sharif ນາຍົກລັດຖະມົນຕີ ປາກິດສະຖານ ກໍ່ເນັ້ນໜັກວ່າ ລັດຖະບານ ປາກິດສະຖານ ຈະບໍ່ປະນິປະນອມກ່ຽວກັບດ້ານປ້ອງກັນຊາດ ແລະ ທຸກການກະທຳເກາະຜິດຈະຖືກໂຕ້ຕອບຄືນ “ດ້ວຍກຳລັງແຮງທີ່ເໜືອກວ່າ”. ທ່ານໃຫ້ຮູ້ວ່າ ປາກິດສະຖານ ຍາມໃດກໍຊຸກຍູ້ສັນຕິພາບ ແຕ່ບໍ່ປະໃຫ້ເກີດບໍ່ວ່າຄວາມເສຍຫາຍໃດຕໍ່ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

TAG
VOV/VOVworld/ອາບ​ກາ​ນິດ​ສະ​ຖານ/ການ​ປະ​ທະ​ກັນ/​​ຄວາມ​ໂມ​ໂຫ​ແຫ່ງ​ຄວາມ​ຍຸ​ຕິ​ທຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ