logo

ການ​ພົວ​ພັນດ້ານປ້ອງ​ກັນ​ຊາດກັບຕ່າງປະເທດປະ​ກອບ​ສ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄ​າມ, ສ້າງ​ສັນ​ຕິ​ພາບ

2025/8/31 | 10:15:00
(VOVWORLD) - ການຮ່ວມມືສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໃນຂົງເຂດແກ້ໄຂຜົນຮ້າຍຈາກສົງຄາມໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າໃນໄລຍະຜ່ານມາ. ນີ້ທັງແມ່ນພື້ນຖານເພື່ອຜ່ານຜ່າຄວາມເຈັບປວດຂອງສົງຄາມ, ທັງແມ່ນບັນດາການກະທຳລະອຽດ ຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ.


ທ່ານພົນໂທ ຮວ່າງຊວັນຈຽນ ແຈ້ງໃຫ້ຊາບກ່ຽວກັບວິວັດການກຳນັດມົນລະພິດຢູ່ສະໜາມບິນ ບຽນຮວ່າ (ພາບ: VOV)

ມື້ນີ້, ພວກເຮົາໄດ້ມີໜ້າຢູ່ສະໜາມບິນ ບຽນຮວ່າ ເພື່ອຈັດບັນດາເຫດການກ່ຽວກັບການກຳຈັດມົນລະພິດສິ່ງແວດລ້ອມ, ມົນລະພິດທາດພິດເຄມີ ດີໂອຊີນ. ບັນດາໝາກຜົນຮ່ວມມືລະອຽດໄດ້ຢັ້ງຢືນຄວາມຕັດສິນໃຈລວມຂອງທັງສອງຝ່າຍໃນການຮ່ວມມືແກ້ໄຂຜົນຮ້າຍຈາກສົງຄາມ, ດ້ວຍຈິດໃຈປະອະດີດຕະການໄວ້, ມຸ່ງໄປເຖິງອະນາຄົດ, ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ.

ສະໜາມບິນ ບຽນຮວ່າ, ແຂວງ ດົ່ງນາຍ, ໜຶ່ງໃນບັນດາຈຸດຮ້ອນເຮັ່ງຂອງມົນລະພິດທາດພິດ ດີໂອຊີນ ຫຼາຍທີ່ສຸດ ຫວຽດນາມ ໃນປາງສົງຄາມ, ບ່ອນທີ່ເຄີຍເປັນຖານທີ່ໝັ້ນຂອງກອງທັບອາກາດໃນປາງສົງຄາມ, ປັດຈຸບັນນີ້ ພັດກາຍເປັນສັນຍາລັກຂອງການຮ່ວມມືມະນຸດສະທຳ, ຂອງຈິດໃຈຮຳບາດແຜສົງຄາມ ແລະ ມຸ່ງໄປເຖິງອະນາຄົດ.

“ເຫດການມື້ນີ້ ບໍ່ພຽງແຕ່ສືບຕໍ່ບັນດາວຽກງານເຊິ່ງພວກເຮົາໄດ້ປະຕິບັດໃນໄລຍະຜ່ານມາເທົ່ານັ້ນ, ຫາກຍັງໜູນຊ່ວຍ, ສືບຕໍ່ປະກອບສ່ວນຊ່ວຍຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງສອງປະເທດ. ນີ້ກໍແມ່ນການສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຈະແຈ້ງທີ່ສຸດສຳລັບການແກ້ໄຂຜົນຮ້າຍຈາກສົງຄາມ ຂອງ ອາເມລິກາ ທີ່ມີຕໍ່ ຫວຽດນາມ”.

ການມອບ-ຮັບ ເນື້ອທີດິນ ແຮັກຕາ ທີ່ໄດ້ຮັບການກຳຈັດຢ່າງສະອາດ (ພາບ: VOV)

ວັນທີ 15 ກັນຍາ ຜ່ານມາ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Marc Evans Knappe ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ກໍໄດ້ພ້ອມກັນເປັນສັກຂີພິຍານພິທີມອບຮັບເນື້ອທີ່ດິນທີ່ໄດ້ຮັບການບຳບັດຢ່າງສະອາດແລ້ວ, ພິທີເລີ່ມລົງມືກໍ່ສ້າງ, ຕິດຕັ້ງລະບົບເຕັກໂນໂລຢີຄວາມຮ້ອນບຳບັດທາດພິດ ດີໂອຊີນ, ພ້ອມດຽວກັນນັ້ນ, ກໍລົງນາມໃນຂໍ້ຕົກລົງປະກອບຕື່ມ ODA ຊ່ວຍເຫຼືອລ້າຂອງ ອາເມລິກາ ຕື່ມ 32 ລ້ານ USD ເພື່ອປະຕິບັດບັນດາໂຄງການແກ້ໄຂຜົນຮ້າຍຈາກສົງຄາມຢູ່ ຫວຽດນາມ.

ໄປຄຽງຄູ່ກັບບັນດາໂຄງການບຳບັດທາດພິດ ດີໂອຊີນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດຍັງລະດົມຂົນຂວາຍການເຂົ້າຮ່ວມຂອງຫຼາຍຄູ່ຮ່ວມມື, ອົງການຈັດຕັ້ງສາກົນໃນການຮ່ວມມືເກັບກູ້ລະເບີດຍັງບໍ່ທັນແຕກ. ຢູ່ແຂວງ ກວ໋າງຈິ, ເຂດດິນແດນທີ່ເຄີຍເປັນແນວໜ້າຂອງສົງຄາມອັນດຸເດືອດ, ນີ້ແມ່ນໃຈກາງຂອງຫຼາຍໂຄງການເກັບກູ້ລະເບີດຍັງບໍ່ທັນແຕກສາກົນ.

ລູກລະເບີດແຕ່ລະລູກ, ລູກປືນແຕ່ລະລູກທີ່ໄດ້ພົບເຫັນ ແລະ ທຳລາຍໄດ້ຢ່າງປອດໄພນັ້ນ ແມ່ນມີດິນສະອາດຕື່ມອີກໜຶ່ງຕາແມັດ, ເຊິ່ງໄດ້ເພີ່ມໂອກາດພັດທະນາເສດຖະກິດໃຫ້ແກ່ປະຊາຊົນອີກໂອກາດໜຶ່ງ.

ກ່ອນໜ້ານັ້ນ, ດິນຢູ່ອ້ອມເຮືອນຂ້າພະເຈົ້າບໍ່ສາມາດປູກຝັງໄດ້ ເພາະຢ້ານວ່າຍັງມີລູກລະເບີດຍັງບໍ່ທັນແຕກເຫຼືອໄວ້. ແຕ່ດຽວນີ້, ຍ້ອນມີບັນດາໜ່ວຍງານເກັບກູ້ລູກລະເບີດມາຊ່ວຍ, ພວກຂ້າພະເຈົ້າອຸ່ນອ່ຽນໃຈປູກຝັງ, ລ້ຽງສັດ, ຊີວິດເປັນປົກກະຕິກວ່າເກົ່າຫຼາຍ”.

ນັບແຕ່ປີ 1993 ມາຮອດປັດຈຸບັນ, ອາເມລິກາ ໄດ້ສະໜອງເງິນຈຳນວນກວ່າ 230 ລ້ານ USD ໃຫ້ແກ່ ຫວຽດນາມ ເພື່ອເກັບກູ້ລະເບີດຍັງບໍ່ທັນແຕກ ແລະ ກຳຈັດທາດພິດ ດີໂອຊິນ. ຍີ່ປຸ່ນ, ນອກແວ, ເຢຍລະມັນ, ອົດສະຕາລີ ໄດ້ຮ່ວມມືກັບກະຊວງປ້ອງກັນປະເທດ ຫວຽດນາມ ໃນການພັດທະນາແຜນທີ່ມົນລະພິດຈາກລູກລະເບີດຍັງບໍ່ທັນແຕກລະດັບຊາດ, ສຸມໃສ່ບັນດາການໜູນຊ່ວຍດ້ານເຕັກນິກເຄື່ອງອຸປະກອນ, ການບຳລຸງສ້າງນັກຊ່ຽວຊານ, ການຖ່າຍທອດເຕັກໂນໂລຢີ... ບັນດາການເຄື່ອນໄຫວຮ່ວມມືສາກົນນີ້ ສະແດງໃຫ້ເຫັນນ້ຳໃຈມະນຸດສະທຳ, ເພື່ອຄວາມປອດໄພ ແລະ ການດຳລົງຊີວິດຂອງປະຊາຊົນ.

ກຳລັງຮັກສາສັນຕິພາບ ຫວຽດນາມ ຍັງນຳຈິດໃຈມະນຸດສະທຳນັ້ນໄປຍັງ ຊູດັງໃຕ້, ສ.ອາຟະລິກາກາງ ຜ່ານບັນດາການເຄື່ອນໄຫວໜູນຊ່ວຍສາທາລະນະສຸກ, ແກ້ໄຂຜົນຮ້າຍຈາກການປະທະກັນ, ຊ່ວຍເຫຼືອປະຊາຊົນຍ້ອນເຫດວິນາດຕະກຳ ແລະ ຊ່ວຍເຫຼືອປະຊາຊົນປະຈຳຖິ່ນ. ບັນດາກິດຈະກຳເຫຼົ່ານັ້ນ ບໍ່ພຽງແຕ່ຍົກສູງກຳລັງຄວາມສາມາດປ້ອງກັນຊາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຈດຕະນາດີ, ຄວາມຮັບຜິດຊອບສາກົນ ແລະ ພາບພົດຂອງທະຫານ ຫວຽດນາມ.  ທ່ານພັນເອກ ຫງວຽນຢຸຍມິງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ:

“ນີ້ແມ່ນໜ້າທີ່ສູ້ຮົບໃນສະໄໝສັນຕິພາບ, ແມ່ນໜ້າທີ່ອັນສູງສົ່ງ, ມີຄວາມໝາຍວັດທະນະທຳມະນຸດ, ມະນຸດສະທຳຂອງພັກ ກໍຄືກອງທັບປະຊາຊົນ ຫວຽດນາມ. ຜ່ານນັ້ນ, ກໍປະກອບສ່ວນແຜ່ກະຈາຍພາບພົດຂອງນັກຮົບກອງທັບປະຊາຊົນ ຫວຽດນາມ ໃນສາຍຕາເພື່ອນມິດສາກົນ”.

ເລີ່ມລົງມືກໍ່ສ້າງລະບົບເຕັກໂນໂລຢີກຳຈັດດີໂອຊິນ (ພາບ: VOV)

ການພົວພັນດ້ານປ້ອງກັນຊາດ ແລະ ການຮ່ວມມືແກ້ໄຂຜົນຮ້າຍຈາກສົງຄາມ ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍລວມ: ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຮັກສາສັນຕິພາບ. ໂດຍແມ່ນປະເທດທີ່ເຄີຍຜ່ານຜ່າສົງຄາມ, ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຄຸນຄ່າຂອງສັນຕິພາບ. ທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ ຕີລາຄາສູງຈິດໃຈດັ່ງກ່າວຂອງ ຫວຽດນາມ.

“ພວກຂ້າພະເຈົ້າຍາມໃດກໍເຫັນບັນດາທັກສະ, ກຳລັງຄວາມສາມາດທີ່ເປັນມືອາຊີບຂອງກຳລັງຮັກສາສັນຕິພາບທີ່ມາຈາກ ຫວຽດນາມ, ຍາມໃດກໍປັບຕົວ ແລະ ປະຕິບັດສຳເລັດວຽກງານໄດ້ເປັນຢ່າງດີ ນັບທັງໃນສະພາບແວດລ້ອມທີ່ຮ້າຍແຮງໃນບໍລິເວນຕ່າງໆ. ການປະກອບສ່ວນຂອງພວກເພື່ອນໄດ້ໜູນຊ່ວຍພວກຂ້າພະເຈົ້າ ສ້າງຄວາມແຕກຕ່າງໃຫ້ແກ່ສັນຕິພາບ, ພິເສດແມ່ນສ້າງຄວາມແຕກຕ່າງໃຫ້ແກ່ປະຊາຄົມຢູ່ຫຼາຍບ່ອນທີ່ຖືກຜົນກະທົບຈາກການປະທະກັນ”.

ຈາກບັນດາຂຸມລະເບີດໃນເມື່ອກ່ອນ, ປັດຈຸບັນນີ້ໄດ້ກາຍເປັນທົ່ງນາຂຽວອຸ່ມທຸ່ມ. ຈາກບັນດາເຂດດິນທີ່ບໍ່ມກິ່ນອາຍຂອງຊີວິດ, ດຽວນີ້ພັດເຕັມໄປດ້ວຍສຽງເວົ້າສຽງຫົວຂອງເດັກນ້ອຍ.  ດ້ວຍຈິດໃຈວັດທະນະທຳມະນຸດ, ດ້ວຍຄວາມມານະພະຍາຍາມໃນການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະ ດ້ວຍນ້ຳໃຈໄມຕີຈິດມິດຕະພາບສາກົນ, ຫວຽດນາມ ພວມຂຽນເປັນເລື່ອງລາວໃໝ່, ເລື່ອງລາວກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາເປັນເທື່ອລະກ້າວ./.

TAG
VOV/VOVworld/ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ/ຮັກ​ສາ​ສັນ​ຕິ​ພາບ/ພົວ​ພັນ​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ