ທັດສະນີຍະພາບນະຄອນ ວຸ້ງເຕົາ ໂດຍເບິ່ງຈາກບ່ອນສູງ |
“ນີ້ແມ່ນເທື່ອທີ 5 ທີ່ຂ້າພະເຈົ້າໄດ້ມາທ່ອງທ່ຽວ, ໃນເທື່ອນີ້ກໍ່ໄດ້ໄປນຳໝູ່ເພື່ອນ, ທັດຊະນີຍະພາບຢູ່ແຫ່ງນີ້ເຢັນສະບາຍ ມີທິວທັດທຳມະຊາດງົດງາມແລະ ມີການບໍລິການທີ່ດີ”.
ຮອດທ້າຍເດືອນ ຕຸລາ ປີ 2022 ພະແນກທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ກໍ່ໄດ້ສຳເລັດການສຳຫຼວດປະມານ 60 ສະຖາທີ່ທ່ອງທ່ຽວໃໝ່, ຮາກຖານຜະລິດຢູ່ໝູ່ບ້ານອາຊີບຫັດຖະກຳ, ການຄ້າເພື່ອນຳເຂົ້າຮັບໃຊ້ການທ່ອງທ່ຽວ. ທ່ານ ຈິ້ງຫ່າງ ຫົວໜ້າພະແນກທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ດຳເນີນການສຳຫຼວດຊັບພະຍາກອນທັງໝົດກໍ່ຄືສະພາບທ່ອງທ່ຽວປັດຈຸບັນຢູ່ທ້ອງຖິ່ນ. ຜ່ານການສຳຫຼວດກໍ່ໄດ້ເຫັນວ່າ ການທ່ອງທ່ຽວຂອງແຂວງ ພຽງແຕ່ຂະຫຍາຍຕົວສ່ວນໜຶ່ງອັນນ້ອຍໆ ເມື່ອທຽບໃສ່ຊັບພະຍາກອນທ່ອງທ່ຽວທີ່ພວມມີຢູ່ແລ້ວ. ພວກຂ້າພະເຈົ້າຈະເຊື່ອມຕໍ່ບັນດາເຂດແຄ້ວນໃນທົ່ວປະເທດ,ກໍ່ສ້າງແຫຼ່ງຊັບພະຍາກອນມະມຸດ ເພື່ອກະກຽມບັນດາໂຄງການແຜນງານພັດທະນາເປັນຢ່າງດີ”.
ສ່ວນທ່ານ ຫວໍ໊ເທ້ໝີ ຮອງປະທານສະຫະສະມາຄົມທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າຖືວ່າ:
“ໄດ້ຕ້ອນຮັບແຂກທ່ອງທ່ຽວແຕ່ 14 ຫາ 16 ລ້ານເທື່ອຄົນຕໍ່ປີ ສຳລັບແຂວງນ້ອຍໆຄື ບາເຣັຍ - ຫວຸງເຕົ່າ ກໍ່ແມ່ນຄວາມເອກອ້າງທະນົງໃຈແລ້ວ. ພວກເຮົາຄວນມີບັນດາສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຕື່ມອີກ. ຂະແໜງທ່ອງທ່ຽວ ບາເຣັຍ - ຫວຸງເຕົ່າ ກໍ່ຕ້ອງມີສິ່ງທີ່ໃໝ່ອ່ຽມແລະ ເປັນເອກະລັກ ຈຶ່ງສາມາດດຶງດູດແຂກທ່ອງທ່ຽວມາເອງ”.
ພາຍຫຼັງມານະພະຍາຍາມຢ່າງຫຼວງຫຼາຍນັ້ນ, ໃນ10 ເດືອນຕົ້ນປີ 2022 ແຂວງ ບາເຣັຍ - ຫວຸງເຕົ່າ ໄດ້ຕ້ອນຮັບແຂກທ່ອງທ່ຽວ 11 ລ້ານເທື່ອຄົນ ບັນລຸເກືອບ 350% ແຜນການປີ, ເພີ່ມຂຶ້ນປະມານ 250% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລາຍຮັບຈາກການທ່ອງທ່ຽວ ແມ່ນປະມານ 452 ລ້ານUSD ເພີ່ມຂຶ້ນເກືອບ 94% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກ່ຽວກັບດຶງດູດແຂກທ່ອງທ່ຽວຢູ່ພາຍປະເທດ, ແຂວງ ບາເຣັຍ - ຫວຸງເຕົ່າ ພວມມານະພະຍາຍາມຟື້ນຟູຕະຫຼາດແຂກທ່ອງທ່ຽວສາກົນ. ໃນນັ້ນມີການເຂົ້າຮ່ວມບັນດາງານຕະຫຼາດນັດໂຄສະນາ, ຕ້ອນຮັບບັນດາຄະນະຟາມຈິບມາສຳຫຼວດການບໍລິການ, ໂຄສະນາທາງໂທລະພາບຕ່າງປະເທດ.ທ່ານນາງເຈິ່ນທິທູຮວ່ຽນ ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ບາເຣັຍ - ຫວຸງເຕົ່າ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຍູ້ແຮງເຕັກໂນໂລຊີ ດີຈີຕອນເພື່ອພັດທະນາການທ່ອງທ່ຽວ ນັ້ນແມ່ນສິ່ງທີ່ເປັນຕາຍ ຂອງຂະແໜງທ່ອງທ່ຽວ. ພວກເຮົາກໍ່ບໍ່ມີວິທີໃດດີກວ່າການຍູ້ແຮງໃນເຄືອຂ່າຍອິນເຕີເນັດ. ຖ້າຫາກບໍ່ນຳໃຊ້ເຕັກໂນໂລຊີດີຈີຕອນນັ້ນ ເຖິງວ່າຈະເຮັດດີຄືແນວໃດກໍ່ຕາມ ກໍ່ພຽງເຮັດໃນຂອບເຂດພາຍໃນແຂວງເທົ່ານັ້ນ ບໍ່ສາມາດເຮັດວຽກງານໂຄສະນາສົ່ງເສີມອອກສູ່ພາຍນອກໄດ້”.




