logo

ການ​ສົ່ງ​ອອກ​ນຳ​ເຂົ້າ​ບຸກ​ທະ​ລຸ​ບັນ​ລຸກວ່າ 130 ຕື້ USD, ເພີ່ມ​ຂຶ້ນ 36,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ

2026/2/27 | 10:46:56
(VOVWORLD) -  ວົງເງິນສົ່ງອອກຂອງ ຫວຽດນາມ ໃນໄລຍະ 1 ເດືອນ ກຸມພາ 2026 ບັນລຸ 20,36 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ 2 ອາທິດຕົ້ນເດືອນມັງກອນ. 
(ພາບປະກອບ: ວາລະສານວິສາຫະກິດ)

ຕາມການສະຖິຕິຂອງກົມພາສີແລ້ວ, ໃນ 2 ອາທິດຕົ້ນເດືອນກຸມພາ 2026, ມູນຄ່າການສົ່ງອອກ - ນຳເຂົ້າສິນຄ້າໃນທົ່ວປະເທດບັນລຸກວ່າ 130 ຕື້ USD, ເພີ່ມຂຶ້ນ 36,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໝາກຜົນອັນຕັ້ງໜ້ານີ້ ໄດ້ຢັ້ງຢືນໃຫ້ເຫັນທ່າຟື້ນຕົວ ແລະ ເປີດກວ້າງການຄ້ານັບແຕ່ຊຸມເດືອນຕົ້ນປີ.

        ໃນນັ້ນ, ວົງເງິນສົ່ງອອກຂອງ ຫວຽດນາມ ໃນໄລຍະ 1 ເດືອນ ກຸມພາ 2026 ບັນລຸ 20,36 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ 2 ອາທິດຕົ້ນເດືອນມັງກອນ. ກຳລັງໜູນເຕີບໂຕສືບຕໍ່ມາຈາກກຸ່ມອຸດສາຫະກຳປຸງແຕ່ງ, ປະດິດແຕ່ງ, ພິເສດແມ່ນບັນດາປະເພດສິນຄ້າເຕັກໂນໂລຢີສູງ. ໂທລະສັບ ແລະ ສິ້ນສ່ວນເພີ່ມຂຶ້ນຢ່າງແຮງທີ່ສຸດ, ປະກອບຕື່ມ 668 ລ້ານ USD, ເທົ່າກັບເກືອບ 33%. ຂະແໜງຕຳແຜ່ນຕັດຫຍິບມີການຟື້ນຕົວຢ່າງຕັ້ງໜ້າ, ບັນລຸ 1,8 ຕື້ USD, ເພີ່ມຂຶ້ນກວ່າ 32%, ສິ່ງດັ່ງກ່າວສະແດງໃຫ້ເຫັນສັນຍານປົວແປງສັນຍາສັ່ງຊື້ສິນຄ້າຢູ່ບັນດາຕະຫຼາດໃຫຍ່. ສິ່ງທີ່ໜ້າສົນໃຈແມ່ນ ຂົງເຂດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ສົ່ງອອກບັນລຸເກືອບ 16 ຕື້ USD, ກວມເອົາເກືອບ 78% ວົງເງິນສົ່ງອອກ, ສືບຕໍ່ສວມບົດບາດເປັນຫຼັກແຫຼ່ງແກ່ນສານ.

TAG
VOV/VOVworld/ເງິນລົງທຶນໂດຍກົງຈາກຕ່າງປະເທດ/ວົງ​ເງິນນ​ຳ​ເຂົ້າ​ສົ່ງ​ອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ