logo

ການສອບເສັງກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020

2020/10/16 | 07:19:47
(VOVWORLD) - ການສອບເສັງຮອບທຳອິດແມ່ນຈຸດໃໝ່ຂອງການສອບເສັງກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020.
 ມອບລາງວັນໃຫ້ທິມເຂົ້າຮ່ວມການສອບເສັງກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ ປີ 2019 (ພາບ: ictvietnam.vn)

  ວັນທີ 15 ຕຸລາ, ສະຫະສະມາຄົມຄວາມປອດໄພຂໍ້ມູນຂ່າວສານ ຫວຽດນາມ (VNISA) ໄດ້ປະກາດການສອບເສັງຮອບທຳອິດກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020 ເຊິ່ງຈະໄດ້ຈັດຕັ້ງໃນຕອນເຊົ້າວັນທີ 17 ຕຸລາ ພາຍໃຕ້ຮູບການທາງອອນລາຍ. ເຂົ້າຮ່ວມການສອບເສັງດັ່ງກ່າວ ມີ 121 ທິມ ທີ່ມາຈາກ 31 ມະຫາວິທະຍາໄລ, ວິທະຍາໄລຂອງ ຫວຽດນາມ ແລະ 37 ທິມມາຈາກບັນດາມະຫາວິທະຍາໄລຂອງ 6 ປະເທດ ອາຊຽນ.

       ການສອບເສັງຮອບທຳອິດແມ່ນຈຸດໃໝ່ຂອງການສອບເສັງກ່ຽວກັບນັກສຶກສາກັບຄວາມປອດໄພຂໍ້ມູນຂ່າວສານ ອາຊຽນ 2020. ດ້ວຍຈຸດປະສົງແມ່ນສ້າງເງື່ອນໄຂໃຫ້ແກ່ຜູ້ສອບເສັງ, ເປັນຕົ້ນແມ່ນຢູ່ບັນດາປະເທດ ອາຊຽນ ທຳຄວາມລື້ງເຄີຍກັບວິທີການຈັດຕັ້ງ, ລະບຽບການ ແລະ ຮູບແບບຫົວບົດສອບເສັງ. ຕາມນັ້ນແລ້ວ ຫົວບົດສອບເສັງຈະສ້າງຕາມຮູບການຜ່ານຜ່າສິ່ງທ້າທາຍຕາມບັນດາຫົວເລື່ອງ.

       ການສອບເສັງຮອບສຸດທ້າຍຂອງບັນດາທິມ ຫວຽດນາມ ແລະ ພິທີສະຫລຸບ, ມອບລາງວັນຈະໄດ້ຈັດຕັ້ງຢູ່ສະຖາບັນໄປສະນີໂທລະຄົມມະນາຄົມ (ຮ່າໂນ້ຍ).

TAG
VOV/VOVworld/ການສອບເສັງ/ນັກສຶກສາ/ຄວາມປອດໄພຂໍ້ມູນຂ່າວສານ/ອາຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ