(ສູນຮັບໃຊ້ການບໍລິຫານສາທາລະນະຕາແສງ ລອງຝູ) |
ນັບແຕ່ວັນທີ 01 ກໍລະກົດ, ອຳນາດການປົກຄອງ 2 ຂັ້ນເຄື່ອນໄຫວໃນທົ່ວປະເທດຢ່າງເປັນທາງການ. ເລື່ອງນຳໃຊ້ເຕັກໂນໂລຊີເພື່ອປະຕິບັດລະບຽບການບໍລິຫານຢູ່ທ້ອງຖິ່ນຕ່າງໆ ໄດ້ຊ່ວຍຍົກສູງປະສິດທິຜົນການເຮັດວຽກ. ປະຊາຊົນໄດ້ຮັບການແກ້ໄຂລະບຽບການຢ່າງວ່ອງໄວ, ສະດວກ, ປະກອບສ່ວນສ້າງພື້ນຖານການບໍລິຫານຢ່າງປອດໂປ່ງ, ມີປະສິດທິຜົນ ແລະ ທັນສະໄໝ.
ຢູ່ສູນຮັບໃຊ້ການບໍລິຫານສາທາລະນະຕາແສງ ລອງຝູ, ນະຄອນ ເກິນເທີ, ບັນຍາກາດເຮັດວຽກດຳເນີນໄປຢ່າງຄຶກຄັກ. ນັບແຕ່ວັນທີ 01 ກໍລະກົດ, ເມື່ອກົງຈັກອຳນາດການປົກຄອງຕາແສງໃໝ່ໄດ້ນຳເຂົ້າເຄື່ອນໄຫວ, ເຖິງວ່າ ພໍ່ແມ່ປະຊາຊົນມາຫຼາຍ ແຕ່ກໍ່ລ້ວນແຕ່ມີລະບຽບການ. ພະນັກງານ, ພາລະກອນໄດ້ແນະນຳ, ໜູນຊ່ວຍພໍ່ແມ່ປະຊາຊົນກົດປຸ່ມເລກບັດຄິວ, ຂຽນຂໍ້ມູນຢ່າງສຸດຈິດສຸດໃຈ ເພື່ອເຮັດສຳເລັດລະບຽບການໂດຍໄວ, ແລ້ວກັບເມືອເຮືອນ. ທ່ານ ເຈິ່ນວັນບາວ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມາແຫ່ງນີ້ເພື່ອຢັ້ງຢືນໜັງສື. ພະນັກງານຢູ່ທີ່ນີ້ໄດ້ແນະນຳ, ໜູນຊ່ວຍໃນການເຮັດເອກະສານໃໝ່ຢ່າງສຸດຂີດ, ບໍ່ຕ້ອງລໍຖ້າດົນ”.
ໃນຂະນະນັ້ນ, ໃນຊຸມມື້ນີ້, ຢູ່ສູນບໍລິຫານສາທາລະນະຕາແສງ ຮວ່າຝູ, ແຂວງ ດັກລັກ, ມີປະຊາຊົນຫຼາຍຄົນມາເຮັດບັນດາລະບຽບການບໍລິຫານ. ໂດຍເຮັດສຳເລັດການແຈ້ງຂໍ້ມູນທາງອອນລາຍ ແລະ ຮັບເອກະສານ, ທ່ານ ຫງວຽນເທເລິນ, ຢູ່ບ້ານ 9, ຕາແສງ ຮວ່າຝູ, ແຂວງ ດັກລັກ, ແບ່ງປັນວ່າ:
“ສິ່ງທີ່ດີທີ່ສຸດທີ່ຂ້າພະເຈົ້າເຫັນວ່າມີຄວາມແຕກຕ່າງເມື່ອທຽບໃສ່ເມື່ອກ່ອນ, ນັ້ນແມ່ນກ່ອນນີ້ຕ້ອງລໍຖ້າ, ແລ້ວເອກະສານລະບຽບການຕ້ອງສົ່ງໄປຫຼາຍບ່ອນ, ແຕ່ປະຈຸບັນເກືອບຄືວ່າ ການຫັນເປັນດີຈີຕອນພວມສະແດງອອກໃນວຽກງານ ແລະ ແຕ່ລະວຽກງານປະຈຳວັນ. ການນຳໃຊ້ດີຈີຕອນເຂົ້າໃນການແກ້ໄຂລະບຽບການບໍລິຫານແມ່ນປະຕິບັດໂດຍໄວ ແລະ ມີປະສິດທິຜົນສູງ”.
(ມີຫຼາຍລະບຽບການບໍລິຫານໄດ້ສະໜອງຜ່ານທາງອິນເຕີເນັດ) |
ໂດຍບໍ່ຕ້ອງໄປເຖິງສຳນັກງານບໍລິຫານໂດຍກົງ. ປະຈຸບັນ, ມີຫຼາຍລະບຽບການບໍລິຫານໄດ້ສະໜອງຜ່ານທາງອິນເຕີເນັດ. ນອກຈາກການປະກອບພື້ນຖານດ້ານວັດຖຸຢ່າງຄົບຖ້ວນແລ້ວ, ຖັນແຖວພາລະກອນຮັບໃຊ້ການບໍລິຫານສາທາລະນະຢູ່ບັນດາທ້ອງຖິ່ນ ຍັງເພີ່ມທະວີການແນະນຳປະຊາຊົນໃຫ້ເຂົ້າເຖິງກັບລະບົບເອເລັກໂຕນິກຜ່ານອິນເຕີເນັດ ເພື່ອສາມາດແກ້ໄຂວຽກງານໂດຍໄວ, ຊັດເຈນກວ່າ, ຊ່ວຍຫຼຸດຜ່ອນວຽກງານ. ທ່ານ ເຈືອງກວັກດ່ຽນ, ເລຂາຄະນະພັກຕາແສງ ທ້ວນຮວ່າ, ນະຄອນ ເກິນເທີ, ຢັ້ງຢືນວ່າ:
“ບັນດາລະບຽບການທີ່ປະຊາຊົນຊອກຮູ້ຜ່ານອິນເຕີເນັດ, ແຕ່ຍັງບໍ່ທັນເຂົ້າໃຈແຈ້ງໝົດ, ພວກຂ້າພະເຈົ້າໄດ້ຈັດແບ່ງພະນັກງານ, ພາລະກອນຮັບໃຊ້ການບໍລິຫານສາທາລະນະຂອງສູນພົບປະ, ແນະນຳ, ໜູນຊ່ວຍພໍ່ແມ່ປະຊາຊົນຢ່າງສຸດຈິດສຸດໃຈ, ພິເສດແມ່ນແນະນຳໃຊ້ພໍ່ແມ່ປະຊາຊົນ ປະກອບຂໍ້ມູນຕາມແບບຟອມ, ເຮັດເອກະສານເປັນແບບດີຈີຕອນ, ແລ້ວເອົາເຂົ້າໃນແອັບ (App) ການບໍລິການສາທາລະນະແຫ່ງຊາດ”.
ອຳນາດການປົກຄອງໃໝ່ໄດ້ນຳເຂົ້າເຄື່ອນໄຫວພາຍຫຼັງໂຮມແຂວງ ສະນັ້ນອາດຈະປະສົບກັບຄວາມຫຍຸ້ງຍາກໃນເບື້ອງຕົ້ນໄດ້. ເຖິງຢ່າງໃດກໍ່ຕາມ, ບັນດາພະນັກງານ, ພາລະກອນຢູ່ບັນດາຫົວໜ່ວຍບໍລິຫານສາທາລະນະໃນທົ່ວປະເທດໄດ້ເຮັດວຽກເກືອບຄືວ່າບໍ່ມີວັນພັກການ, ເຮັດວຽກຫຼາຍທົບ 2 ເທົ່າເພື່ອສ້າງຂໍ້ມູນໃຫ້ຄົບຊຸດ, ມານະພະຍາຍາມເພື່ອເຄື່ອນໄຫວລະບົບ ຕອບສະໜອງຄວາມຮຽກຮ້ອງຂອງປະຊາຊົນ. ທ່ານ ຫງວຽນດັງຮຸຍ, ພາລະກອນສູນບໍລິຫານສາທາລະນະຕາແສງ ຮວ່າຝູ, ແຂວງ ດັກລັກ, ແບ່ງປັນວ່າ:
“ໃນຈຳນວນພາລະກອນທີ່ເຮັດວຽກຢູ່ສູນບໍລິຫານສາທາລະນະໃໝ່ແມ່ນມາຈາກຫຼາຍແຫຼ່ງພະນັກງານ, ສະນັ້ນ, ເລື່ອງອັບເດດ, ກຳແໜ້ນ, ທົດລອງເຄື່ອນໄຫວລະບົບແມ່ນມີຄວາມເປັນປົກກະຕິໂດຍພື້ນຖານ, ແຕ່ມີບາງສິ່ງຄື ຂໍ້ມູນກ່ຽວຂ້ອງເຖິງລະບົບລະບຽບການບໍລິຫານຍັງໃໝ່ຢູ່, ສະນັ້ນ, ເລື່ອງອັບເດດ, ແກ້ໄຂກໍ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ພວກອ້າຍນ້ອງກໍ່ພວມມານະພະຍາຍາມແກ້ໄຂ”.
ການຫັນການບໍລິຫານສາທາລະນະເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນ ແລະ ແມ່ນພື້ນຖານເພື່ອສ້າງລັດຖະບານດີຈີຕອນທັນສະໄໝ, ຮັບໃຊ້ປະຊາຊົນ. ຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງອຳນາດການປົກຄອງທຸກຂັ້ນໄດ້ ແລະ ພວມແຜ່ຂະຫຍາຍການຫັນສຳເນົາເອກະສານ, ແກ້ໄຂລະບຽບການບໍລິຫານຜ່ານອິນເຕີເນັດເປັນດີຈິຕອນເທື່ອລະກ້າວ. ຜ່ານນັ້ນ, ກໍ່ແກ້ໄຂບັນດາວຽກງານຂອງປະຊາຊົນຢ່າງມີປະສິດທິຜົນ, ຫັນຈາກຮູບແບບລັດຄຸ້ມຄອງໄປສູ່ລັດທີ່ສ້າງສັນ.




