logo

ການ​ຮ່ວມ​ມື​ກອງ​ທັ​ບ​ເຮືອ​ເພື່​ອ​ອາ​ຊຽ​ນ ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື

2020/11/6 | 07:11:00
(VOVWORLD) -“ການຮ່ວມມືກອງທັບເຮືອ ເພື່ອອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14 ຫຼື ໄດ້ເອີ້ນຫຍໍ້ວ່າ “ANCM” ໂດຍໄດ້ດຳເນີນໃນວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ
ທ່ານພົນເຮືອຕີ ເຈິ່ນແທັງງຽມຜູ້ບັນຊາການກອງທັບເຮືອປະຊາຊົນຫວຽດນາມເປັນປະທານກອງປະຊຸມ 

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ພົນເຮືອຕີ ເຈິ່ນແທັງງຽມ, ຜູ້ບັນຊາການກອງທັບເຮືອ ປະຊາຊົນ ຫວຽດນາມ, ພ້ອມກັບການເຂົ້າຮ່ວມຂອງ ຜູ້ບັນຊາການ, ຫົວໜ້າຄະນະກອງທັບເຮືອບັນດາປະເທດ ອາຊຽນ ແລະ ກອງທັບປະຊາຊົນ ລາວ. ທີ່ກອງປະຊຸມ, ຜູ້ບັນຊາການບັນດາປະເທດໄດ້ແບ່ງປັນທັດສະນະ ແລະ ລາຍງານ,ອັບເດດສະພາບການຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ, ປຶກສາຫາລືບັນດາການເຄື່ອນໄຫວ ແລະ ເສີມຂະຫຍາຍບັນດາຂໍ້ລິເລີ່ມໃນອະນາຄົດ. ຂໍ້ລິເລີ່ມກ່ຽວກັບການຮ່ວມມືຝຶກຊ້ອມກອງທັບເຮືອ ອາຊຽນ ຂອງ ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດ.

ທີ່ກອງປະຊຸມ, ທ່ານ ພົນເຮືອຕີ ເຈິ່ນແທັງງຽມ ໄດ້ຢັ້ງຢືນວ່າ: ການຈັດຕັ້ງກອງປະຊຸມຄັ້ງທີ 14 ນີ້ ສະແດງໃຫ້ເຫັນຢ່າງແຮງ ຄຳໝັ້ນສັນຍາຂອງ ກອງທັບເຮືອປະຊາຊົນ ຫວຽດນາມ ໃນບັນດາກົນໄກຄວາມໝັ້ນຄົງໃນການເດີນເຮືອ ແລະ ບັນດາຄວາມມານະພະຍາຍາມ, ຄວາມເປັນເຈົ້າການໃນການຮັບມືຂອງກອງທັບເຮືອ ຫວຽດນາມ ໃນສະພາບການໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັບສົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖານລະພາບ ຢູ່ທະເລໃນພາກພື້ນ.

ກອງປະຊຸມໄດ້ສຸມໃສ່ເຂົ້າການແລກປ່ຽນກ່ຽວກັບບັນດາຂໍ້ລິເລີ່ມ, ການເຄື່ອນໄຫວໃນອະນາຄົດ, ປຶກສາຫາລືກ່ຽວກັບໂຄງການແລກປ່ຽນບົດຮຽນ, ປະສົບການໃນການຝຶກຊ້ອມກອງທັບເຮືອ ຂອງບັນດາປະເທດສະມາຊິກ ອາຊຽນ, ເຊື່ອມຕໍ່ບັນດາສູນການເດີນເຮືອ ແລະ ສ້າງກຳລັງການເດີນເຮືອ ອາຊຽນ.

TAG
VOV/VOVworld/ການ​ຮ່ວມ​ມື/​ກອງ​ທັ​ບ​ເຮືອ/​ອາ​ຊຽ​ນ/ສະ​ໜິດ​ຕິດ​ພັນ/ເປັນ​ເຈົ້າ​ການ​ຮັບ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ