logo

ການາດາ ປະກາດບ້ວງເງິນອຸປະຖຳໜູນຊ່ວຍມະນຸດສະທຳສຳລັບ ກຸຍບາ

2026/2/26 | 09:36:59
(VOVWORLD) - ປະຈຸບັນ, ກຸຍບາ ພຽງແຕ່ສະໜອງເຊື້ອເພີງດ້ວຍຕົນເອງຢູ່ພາຍໃນປະເທດໄດ້ປະມານ 40% ຂອງຄວາມຕ້ອງການເທົ່ານັ້ນ ແລະ ສ່ວນຫຼາຍແມ່ນອີງໃສ່ການນຳເຂົ້າ.
ບ້ວງເງິນໜູນຊ່ວຍນີ້ຈະໄດ້ຜັນຂະຫຍາຍຜ່ານບັນດາອົງການຂອງສະຫະປະຊາຊາດ
(ພາບປະກອບ: REUTERS/Norlys Perez)

        ວັນທີ 25 ກຸມພາ, ລັດຖະບານ ການາດາ ຖະແຫຼງສະໜອງບ້ວງເງິນອຸປະຖຳໜູນຊ່ວຍມະນຸດສະທຳທີ່ມີມູນຄ່າ 6,7 ລ້ານ USD ເພື່ອແນໃສ່ໜູນຊ່ວຍປະຊາຊົນ ກຸຍບາ ຮັບມືກັບວິກິດການທີ່ແກ່ຍາວຍ້ອນຂາດແຫຼ່ງທັນຍາຫານ ແລະ ພະລັງງານ.

        ໃນຖະແຫຼງການຮ່ວມ, ທ່ານ Anita Anand, ລັດຖະມົນຕີການຕ່າງປະເທດ  ການາດາ ແລະ ທ່ານ Randeep Sarai, ລັດຖະມົນຕີຜູ້ຮັບຜິດຊອບການພັດທະນາສາກົນ ໃຫ້ຮູ້ວ່າ ບ້ວງເງິນໜູນຊ່ວຍນີ້ຈະໄດ້ຜັນຂະຫຍາຍຜ່ານບັນດາອົງການຂອງສະຫະປະຊາຊາດ, ແທນທີ່ສົ່ງໂດຍກົງໃຫ້ອຳນາດການປົກຄອງ ກຸຍບາ. ບ້ວງເງິນອຸປະຖຳນີ້ສຸມໃສ່ສະໜອງທັນຍາຫານ ແລະ ບັນດາເຄື່ອງທີ່ຈຳເປັນເປັນຕົ້ນ.

        ປະຈຸບັນ, ກຸຍບາ ພຽງແຕ່ສະໜອງເຊື້ອເພີງດ້ວຍຕົນເອງຢູ່ພາຍໃນປະເທດໄດ້ປະມານ 40% ຂອງຄວາມຕ້ອງການເທົ່ານັ້ນ ແລະ ສ່ວນຫຼາຍແມ່ນອີງໃສ່ການນຳເຂົ້າ.

TAG
VOV/VOVworld/ຜັນ​ຂະ​ຫຍາຍ​/​ອົງ​ການ/ທັນ​ຍາ​ຫານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ