logo

ການ​ເຄື່ອນ​ໄຫວ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢູ່ ດ້ຽນ​ບຽນ

2026/3/8 | 11:32:00
(VOVWORLD) - ໃນຂອບເຂດປະຕິບັດງານຢູ່ແຂວງ ດ້ຽນບຽນ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນໄຊຊະນະດ້ຽນບຽນຝູ ຄົບຄອບ 72 ປີ (7/5/1954 - 7/5/2026), ຕອນເຊົ້າວັນທີ 08 ມີນາ, ທ່ານນາຍົກລັດະຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ, ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອສ້າງໄຊຊະນະ ດ້ຽນບຽນຝູ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ປະທານ ໂຮ່ຈີມິນ

        ຢູ່ເຮືອນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດຮ່ອງຮອຍສະຖານປະຫວັດສາດ E2, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານໄດ້ຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳທີ່ມີຊື່ສຽງໃນໂລກ ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດເພື່ອປົດປ່ອຍຊາດ, ສຸດຈິດສຸດໃຈເພື່ອປະເທດຊາດ ແລະ ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງພ້ອມດ້ວຍຄະນະກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

        ຖັດຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາສະມາຊິກໃນຄະນະປະຕິບັດງານໄດ້ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ, ບັນດານັກຮົບວິລະຊົນ ທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານໃນດິນແດນ ດ້ຽນບຽນຝູວິລະຊົນ.

ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຮູບແບບປູກຕົ້ນມາກກາເດເມຍ ແລະ ມອບຂອງຂວັນ, ຊົມເຊີຍບັນດາຄອບຄົວດີເດັ່ນໃນການຜະລິດຕົ້ນມາກກາເດເມຍ, ພັດທະນາເສດຖະກິດຄອບຄົວ, ຢູ່ບ້ານ ຫ້ວຍຕາວ B, ຕາແສງ ປູຍີ, ແຂວງ ດ້ຽນບຽນ.

 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມຮູບແບບປູກຕົ້ນມາກກາເດເມຍ

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມພິທີເປີດສະຫຼອງໂຄງການລົງທຶນກໍ່ສ້າງອະນຸລັກຮັກສາ, ບູລະນະເຂດປູຊະນີຍະສະຖານປະຫວັດສາດ ຮິມລາມ ໄລຍະ II ນອນໃນເຂດຮ່ອງຮອຍສະຖານປະຫວັດສາດລະດັບຊາດພິເສດ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. 

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ໂດຍສະເພາະແມ່ນສະພາບການຜັນຂະຫຍາຍຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນການຢ້ຽມຢາມ, ເຮັດວຽກຢູ່ ດ້ຽນບຽນ ໃນທ້າຍເດືອນ ມັງກອນ 2026. 
TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ/ດ້ຽນ​ບຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ