logo

ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ

2022/4/12 | 00:52:11

(VOVWORLD) -ຕອນເຊົ້າວັນທີ 11 ເມສາ, ຢູ່ ວັດ ໂຝມິງ ນະຄອນ ໂຮ່ຈີມິນ ໄດ້ດຳເນີນການຕ້ອນຮັບບຸນປີໃຫມ່ປະຈຳຊາດຂອງບັນດາປະເທດ: ກຳປູເຈຍ, ລາວ, ມຽນມາ ແລະ ໄທ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຢູ່ ນະຄອນ ຈັດຂຶ້ນ.

ບັນດາຜູ້ແທນເຂົ້າຮ່ວມພິທີກຳຕ້ອນຮັບບຸນປີໃຫມ່. (ພາບ: ສຳນັກຂ່າວສານຫວຽດນາມ)

ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ແບ່ງປັນຄວາມເບີກບານມ່ວນຊື່ນຕໍ່ປະຊາຄົມບັນດາປະເທດອ້າຍນ້ອງໃນໂອກາດບຸນປີໃຫມ່ປະຈຳຊາດຂອງບັນດາປະເທດດັ່ງກ່າວ.

ກ່າວຄຳເຫັນນະພິທີ, ທ່ານນາງ ຟານທິຮົ່ງຊວນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ບຸນປີໃຫມ່ປະຈຳຊາດຂອງ 4 ປະເທດ ກຳປູເຈຍ: ລາວ,ມຽນມາ ແລະ ໄທ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແຜ່ກະຈາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາດ, ແນະນຳພື້ນຖານວັດທະນະທຳຂອງແຕ່ລະປະເທດໃນປະຊາຄົມ ອາຊຽນ ຜ່ານນັ້ນ ມຸ່ງໄປເຖິງເປົ້າໝາຍກະຕຸ້ນການທ່ອງທ່ຽວ, ຟື້ນຟູເສດຖະກິດຫລັງໂຄວິດ 19.

ໃນບັນຍາກາດອັນເຂັ່ມຂຶມ, ບັນດາພະນັກງານສະຖານກົງສູນ, ຜູ້ຕາງຫນ້າວິສາຫະກິດ, ນັກສຶກສາຂອງບັນດາປະເທດດັ່ງກ່າວທີ່ພວມເຮັດວຽກ, ຮ່ຳຮຽນ ຢູ່ ນະຄອນ ໂຮ່ຈີມິນ ພ້ອມກັນປະຕິບັດພິທີກຳໃນວັນບຸນປີໃຫມ່ ຕາມຮີດຄອງປະເພນີຂອງ 4 ປະເທດ.

TAG
VOV/VOVworld/ບຸນປີໃຫມ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ