logo

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

2026/2/8 | 09:14:22
(VOVWORLD) - ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ
(ພາບ: TTXVN)

ເມື່ອຕອບສຳພາດຕໍ່ສື່ມວນຊົນຫວ່າງມໍ່ໆມານີ້ ກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດປະເທດ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນວັນທີ 05 ກຸມພາ ສະແດງໃຫ້ເຫັນຢ່າງແຈ້ງເຖິງການຖືສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນພິເສດ ແລະ ໃຫ້ບຸລິມະສິດແຖວໜ້າຂອງ ຫວຽດນາມ. ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ. 2 ຝ່າຍໄດ້ເຫັນດີຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງຄົບຊຸດ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, 2 ປະເທດກໍ່ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດ ອາຊຽນ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen
(ພາບ: TTXVN)

ກ່ຽວກັບການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ໃນວັນທີ 06 ກຸມພາ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນວ່າ 2 ປະເທດເຫັນດີເປັນເອກະພາບຂຸດຄົ້ນບັນດາທ່າແຮງເພີ່ມເຕີມໃຫ້ແກ່ກັນ ເພື່ອເພີ່ມທະວີຄວາມສະໜິດຕິດພັນ ແນໃສ່ເຊື່ອມຕໍ່ເສດຖະກິດ 2 ຝ່າຍ ແລະ ພາກພື້ນ. ພິເສດ, 2 ຝ່າຍໄດ້ເຫັນດີຖືການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳອັນໝັ້ນແກ່ນໃນການພົວພັນ 2 ຝ່າຍ, ຕັດສິນໃຈຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ; ຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນການສໍ້ໂກງຫຼອກລວງທາງອອກໄລ, ການຄ້າຂາຍຢາເສບຕິດ.

TAG
VOV/VOVworld/ເຫັນດີ/ຜັນຂະຫຍາຍ/ຂໍ້ຕົກລົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ