logo

ການເຕົ້າໂຮມສີສັນ - ຢັ້ງຢືນທີ່ຕັ້ງບົດບາດຂອງວັດທະນະທຳ ຫວຽດນາມ ໃນຍຸກທັນສະໄໝ.

2025/9/15 | 10:32:00
(VOVWORLD) -ໃນຂອບເຂດງານວາງສະແດງຜົນງານຂອງປະເທດຊາດ “80 ເສັ້ນທາງເອກະລາດ ອິດສະຫຼະພາບ ຄວາມຜາສຸກ” ໂສມໜ້າຂອງ 12 ຂະແໜງອຸດສາຫະກຳວັດທະນະທຳ  ຫວຽດນາມ ໄດ້ຖືກວາດພາບຢ່າງຈະແຈ້ງໃນເຂດປປະດິດຄິດສ້າງ ດ້ວຍຂອບຂະຂາດໃຫຍ່ ແລະ ທັນສະໄໝ ອັນໄດ້ເປີດໄລຍະທາງຄົ້ນຫາວັດທະນະທຳບໍ່ເຄີຍມີມາກ່ອນ
ເຂດເວທີສະແດງ

    ໂດຍມີຄວາມແຕກຕ່າງກັບເວທີສະແດງຄົງທີ່ ໃນບັນດາໂຮງລະຄອນ, ຈຸດongໂດຍທົ່ວໄປ ເຊິ່ງໄດ້ສ້າງເວທີສະແດງເປີດຂອງວັດທະນະທຳ ແລະ ສິລະປະ. ຈາກໜ້າກາກໃນນະຄອນ ຕວງ, ເຄື່ອງດົນຕີພື້ນເມືອງ, ພາບດົງໂຮ່ ຕະຫຼອດຮອດເຕັກໂນໂລຢີເໝືອນຈິງ, ເກມຫຼິ້ນເອເລັກໂຕຕນິກ, ຮູບເງົາ… ທັງໝົດກໍ່ພ້ອມກັນປາກົດຕົວ ແລະ ນີ້ແມ່ນການເຕົ້າໂຮມຂອງບັນດາປະເພດວັດທະນະທຳ ເຊິ່ງໄດ້ເລົ່າເລື່ອງທີ່ມີຊີວິດຊີວາກ່ຽວກັບ ຫວຽດນາມ,ແຫ່ງທີ່ມີສີສັນບໍ່ພຽງແຕ່ໄດ້ຮັບການອະນຸລັກເທົ່ານັ້ນ ຫາກຍັງໄດ້ຮັບການຟື້ນຟູຢ່າງບໍ່ຢຸດຢັ້ງອີກດ້ວຍ. ເຂດວາງສະແດງ “ປະດິດຄິດສ້າງເພື່ອສ້າງສາ” ໄດ້ນຳມາເຊິ່ງການສັງເກດໂດຍສັງລວມ ກ່ຽວກັບ12 ຂະແໜງອຸດສາຫະກຳວັດທະນະທຳ ລວມມີການໂຄງສະນາ; ສະຖາປັດຕະຍະກຳ; ຊັອບແວ ແລະ ບັນດາເກມຫຼິ້ນບັນເທີງ, ສິລະປະຫັດຖະກຳ; ຮູບເງົາ… ພິເສດສຳລັບໄວໜຸ່ມ ນີ້ກໍ່ແມ່ນໂອກາດ ເພື່ອສຳຜັດຊອກຮູ້ ແລະ ຄົ້ນຫາບັນດາຄຸນຄ່າພື້ນເມືອງທີ່ໃໝ່ອ່ຽມ.

“ນ້ອງໄດ້ຮັບຊົມລະຄອນ ແຈວ, ໄດ້ຄົ້ນຫາຄວາມເໝືອນຈິງ, ໄດ້ນຸ່ງຊຸດອາພອນສະໄໝລາດຊະວົງ ຫງວຽນ ແລະ ນຳໃຊ້ເຄື່ອງຖ່າຍທຳວີດີໂອ. ຜ່ານນັ້ນນ້ອງກໍ່ສາມາດເຂົ້າໃຈກ່ຽວກັບຮີດຄອງປະເພນີ ປະຫວັດສາດຂອງ ຫວຽດນາມ”.

“ນ້ອງໄດ້ຄົ້ນຫາຫຼາຍຂົງເຂດທີ່ແຕກຕ່າງກັນຄື ເຮັດພາບດົງໂຮ່ ປັ້ນຕໍແຮ່, ໄດ້ຊີມລົດຊາດພິເສດຂອງບບັນດາເຍື່ອງອາຫານ ຫວຽດນາມ. ມານີ້ນ້ອງກໍ່ໄດ້ຄົ້ນຫາວັດທະນະທຳ ຫວຽດນາມ ຫຼາຍຢ່າງ”.

ໃນເຂດວັດທະນະທຳລວມ, ຫຼາຍທ້ອງຖິ່ນ ໄດ້ນຳບັນດາມໍລະດົກອັນລ້ຳຄ່າມາຮ່ວມ ເພື່ອໂຄສະນາ ແລະ ແນະນຳຕໍ່ມວນຊົນ. ໃນນັ້ນແຂວງ ບັກນິງ ໄດ້ນຳບັນດາພາບພື້ນເມືອງ ດົງໂຮ່ ແລະ ແມ່ພິມວັດ ຫວິງງຽມ ເຊິ່ງແມ່ນມໍລະດົກເອກະສານໂລກໄດ້ຮັບການເຊີດຊູຈາກ Unesco ມາວາງສະແດງ. ທ່ານ ຫງວຽນວັນອານ ພະນັກງານຫໍພິພທະພັນ ບັກນິງ ໃຫ້ຮູ້ວ່າ:

 “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍປະກອບສ່ວນແນະນຳໂຄສະນາໃຫ້ແກ່ມວນຊົນອັນໄດ້ຊ່ວຍເຂົາເຈົ້າຮູ້ເຖິງຄຸນຄ່າມໍລະດົກວັດທະນະທຳຂອງແຂວງ ບັກນິງ”.

ຈາກແງ່ມູມຂອງບັນດາຜູ້ເຮັດວຽກງານສິລະປະອາຊີບ, ເຂດວາງສະແດງນີ້ຍັງເປັນຫຼັກຖານຢັ້ງຢືນເຖິງວິໄສທັດພັດທະນາຍາວນານຂອງຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ. ອ້າຍ ຟ້າມດຶກລັອງ ຜູ້ອຳນວຍການຜະລິດໂຄງການ “ສະບາຍດີ ຫວຽດນາມ” ຖືວ່າ:

“ບັນດາປະເພດສິລະຖືກນຳມາວາງສະແດງຢູ່ນີ້ ບໍ່ພຽງແຕ່ຊ່ວຍມວນຊົນຮູ້ຈັກຢ່າງກວ້າງຂວາງເທົ່ານັ້ນ ຫາກຍັງມີກຳລັງບົ່ມຊ້ອນຢ່າງພຽງພໍ່ ເພື່ອຂະຫຍາຍອອກສູ່ສາກົນ. ມັນໄດ້ສະແດງໃຫ້ເຫັນການວາງແຜນຜັງທີ່ດີທີ່ສຸດຂອງຄະນະການນຳ ແລະ ຂອງລັດ”.

ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຕະກວາງດົງ ເນັ້ນໜັກວ່າ:

 “ນັບແຕ່ກ່ອນມາຮອດປັດຈຸບັນພວກເຮົາກໍ່ບໍ່ດຄີຍມີເຂດວາງສະແດງໃຫຍ່ ເພື່ອວາງສະແດງ ແລະ ຈັດຕັ້ງບັນດາເຫດການໃຫຍ່ເຊັ່ນນີ້. ນີ້ແມ່ນສະຖານທີ່ເຊິ່ງຂ້າພະເຈົ້າຖືວ່າ ສາມາດຕອບສະໜອງບັນດາເງື່ອນໄຂເພື່ອໃຫ້ພວກເຮົາສາມາດຈັດເຫດການລະດັບສາກົນໄດ້. ນີ້ກໍ່ແມ່ນງານວາງສະແດງທີ່ພວກເຮົາໄດ້ໂຄສະນາບັນດາຮູບພາບກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ປະຊາຊົນຢູ່ພາຍໃນປະເທດ.”

 ວັດທະນະທຳໄດ້ ແລະ ພວມກາຍເປັນແຫຼ່ງກຳລັງພັດທະນາປະເທດຊາດ. ຂະນະທີ່ເຕົ້າໂຮມ, ເຊື່ອມຕໍ່, ແຜ່ກະຈາຍຢ່າງມີຫົວຄິດປະດິດສ້າງ, ສີສັນນີ້ບໍ່ພຽງແຕ່ໄດ້ຮັບການຮັກສາເທົ່ານັ້ນ ຫາກຍັງຂະຫຍາຍກ້າວໄປໄກອີກດ້ວຍ ປະກອບສວ່ນຢັ້ງຢືນ ຫວຽດນາມ ແມ່ນປະເທດທີ່ເຕັມໄປດ້ວຍມູນເຊື້ອການປະດິດຄິດສ້າງ ແລະ ຍາມໃດກໍ່ປ່ຽນແປງໃໝ່ໃນແຜນທີ່ວັດທະນະທຳໂລກ.

TAG
VOV/VOVworld/ເວທີສະແດງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ