logo

ການ​ເສັງ ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025

2025/3/7 | 10:42:00
(VOVWORLD) - ນັບແຕ່ວັນທີ 10 ມີນາ 2025 – 15 ມິຖຸນາ 2025, ວິທະຍຸກະຈາຍສຽງ ຫວຽດນາມ ຈັດການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບປະເທດ ຫວຽດນາມ ໃຫ້ສຳລັບຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ ຕ່າງປະເທດ ຫຼື ຢູ່ ຫວຽດນາມ.

ການເສັງດັ່ງກ່າວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 80 ປີ (ວັນທີ 7 ກັນຍາ 1945 – 07 ກັນຍາ 2025).

ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ

ຜ່ານການຕອບຄຳຖາມ, ຜູ້ຟັງ, ຜູ້ອ່ານມີໂອກາດສະແດງຄວາມເຂົ້າໃຈ ແລະ ຄວາມຮັກຕໍ່ກັບປະເທດຊາດ, ປະຊາຊົນ ຫວຽດນາມ. ພ້ອມດຽວກັນນັ້ນ, ການເສັງກໍແມ່ນໂອກາດເພື່ອໃຫ້ຜູ້ຟັງສະແດງຄວາມຮັກຂອງຕົນທີ່ມີຕໍ່ວິທະຍຸກະຈາຍສຽງ ຫວຽດນາມ. ທ່ານຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ແບ່ງປັນວ່າ:

“ພວກຂ້າພະເຈົ້າຫວັງວ່າ ຜູ້ຟັງ, ຜູ້ອ່ານຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນທົ່ວໂລກຈະເຂົ້າຮ່ວມ ແລະ ຕອບສະໜອງການເສັງນີ້. ເພື່ອລະດົມກຳລັງໃຈ, ສົ່ງເສີມບັນດາຜູ້ຟັງ, ຜູ້ອ່ານເຂົ້າຮ່ວມການເສັງດັ່ງກ່າວ, ພວກຂ້າພະເຈົ້າກໍໄດ້ກະກຽມ ຫຼາກຫຼາຍລາງວັນ. ປີ 2025 ນີ້ ແມ່ນປີທີ 40 ທີ່ວິທະຍຸກະຈາຍສຽງ ຫວຽດນາມ ຈັດການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ, ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຜູ້ຟັງ, ຜູ້ອ່ານຈະສະແດງອາລົມຈິດຄວາມຮັກແພງຕໍ່ວິທະຍຸກະຈາຍສຽງ ຫວຽດນາມ, ຄວາມຮັກຕໍ່ປະເທດ ຫວຽດນາມ ດ້ວຍການເຂົ້າຮ່ວມການເສັງຄັ້ງນີ້. ນີ້ກໍແມ່ນກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າຮັບໃຊ້ຜູ້ຟັງ, ຜູ້ອ່ານໃນທົ່ວໂລກໄດ້ດີກວ່າອີກ, ໃນນັ້ນ ມີທັງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ”.

ການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ໄດ້ຈັດຂຶ້ນພາຍໃຕ້ຮູບແບບຕອບຄຳຖາມ 05 ຂໍ້ຄະນະຈັດຕັ້ງ. ຄຳຖາມ ແລະ ກະຕິກາຂອງການເສັງດັ່ງກ່າວ ຈະໄດ້ແນະນຳໃນຄໍລຳ ໂອ້ລົມກັບເພື່ອນລາວ ອອກອາກາດໃນວັນພະຫັດຂອງທຸກໆອາທິດ ແລະ ລົງໃນເວັບໄຊ vovwolrd.vn. ເພື່ອນສາມາດຊອກເຫັນຄຳຕອບສຳລັບບັນດາຄຳຖາມດັ່ງກ່າວ ດ້ວຍການຮັບຟັງລາຍການຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ແລະ ຕິດຕາມເວັບໄຊ vovworld.vn ຂອງພວກຂ້າພະເຈົ້ານັບແຕ່ນີ້ຮອດວັນທີ 31 ພຶດສະພາ 2025.

ກະລຸນາສົ່ງບົດເສັງເຂົ້າ ອີເມວ: laovov5@gmail.com ຫຼື ທາງໄປສະນີ ທີ່ຈ່າໜ້າຊອງວ່າ: ພະແນກບັນດາລາຍການກະຈາຍສຽງຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າງບ່າຍ, ເມືອງ ຮວ່ານກຽມ, ຮ່າໂນ້ຍ, ຫວຽດນາມ ດ້ວຍເລກລະຫັດ code 100000.

ມື້ສຸດທ້າຍຮັບບົດເຂົ້າຮ່ວມການເສັງແມ່ນວັນທີ 30 ມິຖຸນາ 2025 (ໄລ່ຕາມກາຈ້ຳຂອງໄປສະນີບ່ອນສົ່ງ).

ຜົນຂອງການເສັງຈະໄດ້ປະກາດໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (ວັນທີ 07 ກັນຍາ 2025).

ສຳລັບຜູ້ຄວ້າໄດ້ລາງວັນທີ 1 ມີ 01 ລາງວັນ ຈະມີໂອກາດໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ໂດຍບໍ່ເສຍຄ່າ ພ້ອມດ້ວຍຂອງຂວັນ; ລາງວັນທີ 2 ມີ 01 ລາງວັນ  ແມ່ນການໄປທ່ອງທ່ຽວ ຫວຽດນາມ 5 ວັນ 04 ຄືນ ໂດຍບໍ່ເສຍຄ່າ ພ້ອມດ້ວຍຂອງຂວັນ; ລາງວັນທີ 3 ມີ 01 ລາງວັນ ກໍຈະໄດ້ໄປທ່ຽວ ຫວຽດນາມ 05 ວັນ 04 ໂດຍບໍ່ເສຍຄ່າ.

ລາງວັນຊົມເຊີຍມີ 10 ລາງວັນ, ແຕ່ລະລາງວັນມີມູນຄ່າ 2.000.000 ລ້ານດົ່ງ (ໂດຍຈະມອບເປັນວັດຖຸພັນ).

ຄະນະຈັດຕັ້ງກໍຈະມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມການເສັງທີ່ມີອາຍຸນ້ອຍສຸດ, ຜູ້ມີອາຍຸສູງສຸດ, ແຕ່ລະລາງວັນມີມູນຄ່າ 2.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ).

ລາງວັນບົດຂຽນທີ່ມີຄວາມປະດິດປະດອຍລະອຽດລະອໍ ແລະ ຈັບໃຈ ມີມູນຄ່າ 5.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ).

ທ່ານຜູ້ຟັງ, ຜູ້ອ່ານຂອງວິທະຍຸກະຈາຍສຽງ ຫວຽດນາມ ຈົ່ງຢ່າພາດໂອກາດເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ແລະ ການສະແດງອາລົມຈິດຄວາມຮັກແພງທີ່ມີຕໍ່ວິທະຍຸກະຈາຍສຽງ ຫວຽດນາມ ແລະ ປະເທດ ຫວຽດນາມ ແດ່ເດີ. ຂໍອວຍພອນໃຫ້ບັນດາທ່ານຜູ້ຟັງ, ຜູ້ອ່ານ ຄວ້າໄດ້ລາງວັນສູງໃນການເສັງຄັ້ງນີ້./.

TAG
VOV/VOVworld/ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ/ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ