logo

ການ​ເຮັດ​ວຽກ​ມື້​ທີ 2 ຂອງກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສະ​ໄໝ​ທີ XIV

2026/3/24 | 11:58:21
(VOVWORLD) -    ວັນທີ 24 ມີນາ, ກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ສືບຕໍ່ເຮັດວຽກມື້ທີ 2.
ບັນຍາກາດຂອງກອງປະຊຸມ (ພາບ: VOV)

 ໃນຕອນເຊົ້າ, ສູນກາງ ແລະ ບັນດາຜູ້ແທນໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການປະຕິບັດກົດລະບຽບພັກ; ຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດລະບຽບວິໄນຂອງພັກ; ກົດລະບຽບເຮັດວຽກຂອງຄະນະກຳມະການກວດກາສູນກາງພັກສະໄໝທີ XIV; ຂໍ້ກຳນົດກ່ຽວກັບວຽກງານການເມືອງ, ແນວຄິດພາຍໃນພັກ.

        ໄລຍະເວລາທີ່ຍັງເຫຼືອຂອງຕອນເຊົ້າ ແລະ ຕອນບ່າຍ, ສູນກາງ ແລະ ບັນດາຜູ້ແທນໄດ້ເຮັດວຽກຕາມໜ່ວຍງານ, ປຶກສາຫາລື ແລະ ປະກອບຄຳເຫັນຕໍ່ບັນດາເນື້ອໃນ: ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 05 ປີ 2026 – 2030; ແຜນການການເງິນແຫ່ງຊາດ ໄລຍະ 05 ປີ 2026 – 2030; ແຜນການລົງທຶນພາກລັດໄລຍະກາງ 2026 – 2030; ແຜນການກູ້ຢືມ, ຊຳລະໜີ້ສາທາລະນະ 5 ປີ 2026 – 2030; ໃບສະເໜີກ່ຽວກັບເລື່ອງສ້າງຕັ້ງນະຄອນ ດົງນາຍ ເປັນນະຄອນຂຶ້ນກັບສູນກາງ; ສະຫຼຸບ 20 ປີປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ X ກ່ຽວກັບການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາຂອງພັກ ແລະ ສະຫຼຸບ 20 ປີປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 3 ສະໄໝທີ X ກ່ຽວກັບການເພີ່ມທະວີການຊີ້ນຳນຳພາຂອງພັກຕໍ່ກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ.

TAG
VOV/VOVworld/ກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສະ​ໄໝ​ທີ XIV/ກົດ​ລະ​ບຽບ​ພັກ/ຂໍ້​ກຳ​ນົດ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ