logo

ການ​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢູ່ ຝ​ັ່ງ​ຕາ​ເວັນ​ຕົກ

2026/3/29 | 11:32:50
(VOVWORLD) - ວັນທີ 28 ມີນາ, ກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ກຳລັງ ອິດສະຣາແອັນ ໄດ້ຍິງຊາວ ປາແລັດສະຕິນ ຢູ່ຝັ່ງຕາເວັນຕົກຈົນເສຍຊີວິດ.

ນາຍທະຫານ ອິດສະຣາແອັນ ກໍຈັບຕົວນັກຂ່າວຜູ້ໜຶ່ງຂອງ CNN ທີ່ພວມໃຫ້ຂ່າວກ່ຽວກັບເຫດບຸກໂຈມຕີຂອງຊາວຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກ. ເຫດທີໜຶ່ງເກີດຂຶ້ນຢູ່ຖະໜົນ Kafr Aqab ຢູ່ Jerusalem ຕາເວັນອອກ ໃນວັນທີ 27 ມີນາ, ກຳລັງ ອິດສະຣາແອັນ ໄດ້ຍິງຊາວໜຸ່ມ ປາແລັດຕິນ ເສຍຊີວິດ ແລະ ເຮັດໃຫ້ 3 ຄົນອື່ນຖືກບາດເຈັບ. ຫຼັງຈາກນັ້ນ, ມີຊາວ ປາແລັດສະຕິນ ອີກໜຶ່ງຄົນຖືກຍິງເສຍຊີວິດ. ໃນອີກເຫດການໜຶ່ງທີ່ຕ່າງຫາກ, ກຳລັງ ອິດສະຣາແອັນ ໄດ້ຍິງໃສ່ເຍົາວະຊົນຜູ້ໜຶ່ງ ອາຍຸ 15 ປີ, ໃນບັ້ນຮົບຢູ່ຄ້າຍລີ້ໄພ Dheisha, ທາງທິດໃຕ້ນະຄອນ Bethlehem ໃນວັນທີ 27 ມີນາ. ຫຼັງຈາກນັ້ນອີກບໍ່ດົນ, ເຍົາວະຊົນຄົນນັ້ນກໍເສຍຊີວິດຢູ່ ໂຮງໝໍ.

        ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ຝັ່ງຕາເວັນຕົກໃນຊຸມອາທິດມໍ່ໆມານີ້, ເມື່ອຄວາມສົນໃຈຂອງພາກພື້ນພວມຫັນໄປສູ່ການປະທະກັນຢູ່ຕາເວັນອອກກາງ ພາຍຫຼັງ ອິດສະຣາແອັນ ແລະ ອາເມລິກາ ບຸກໂຈມຕີ ອີຣານ, ບັນດາບັນດາການເຄື່ອນໄຫວການທະຫານຂອງ ອິດສະຣາແອັນ ຢູ່ຝລັ່ງຕາເວັນຕົກ ແລະ ບັນດາເຫດບຸກໂຈມຕີຂອງຊາວຕັ້ງຖິ່ນຖານ.


TAG
VOV/VOVworld/ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ຝັ່ງຕາເວັນຕົກ/ອິດ​ສະ​ຣາ​ແອັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ