logo

ກາ​ເຟ​ຕອນ​ເຊົ້າ ຮຽນ​ເປັນ​ພົນ​ລະ​ເມືອງ​ດີ​ຈີ​ຕອນ

2025/8/29 | 11:18:10

(VOVWORLD) - ໃນໂອກາດທ້າຍອາທິດ, ຮ້ານກາເຟຢູ່ຖະໜົນ ຫງວຽນຊີ, ເມືອງ ບິ່ງແທັກ, ນະຄອນ ໂຮ່ຈິມິນ ພັດມີຄວາມຄຶກຄື້ນມ່ວນຊື່ນ. ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນພັກຜ່ອນຢ່ອນອາລົມເທົ່ານັ້ນ ຫາກຍັງກາຍເປັນ ຫ້ອງຮຽນກ່ຽວກັບພົນລະເມືອງດີຈີຕອນ ຊ່ວຍປະຊາຊົນເຂົ້າເຖິງການຫັນເປັນດີຈີຕອນໂດຍໄວ, ສະດວກຈາກ ສມາດໂຟນ, ແອັບ ບັດປະຈຳຕົວດີຈີຕອນ (VneID), ຕະຫຼອດຮອດການບໍລິການສາທາລະນະແບບທາງໄກອີກດ້ວຍ.



ຫ້ອງຮຽນຫັນເປັນດີຈີຕອນ ຢູ່ຮ້ານກາເຟເມືອງບິ່ງແທັກ (ພາບ: VOV)

ບັນດາຜູ້ອາສາສະໝັກເສື້ອຟ້າຂອງກຸ່ມປະຈັນບານ 1 – 2 – 3 ເມືອງ ບິ່ງແທັກ ພວມຕັ້ງໜ້າແນະນຳໃຫ້ປະຊາຊົນນຳໃຊ້ ສມາດໂຟນ ເພື່ອຕິດຕັ້ງ ແອັບບັດປະຈຳຕົວດີຈີຕອນ VNeID, ຈົດທະບຽນການກວດປິ່ນປົວພະຍາດແບບທາງໄກ, ໂອນເງິນ ບໍ່ນຳໃຊ້ເງິນສົດ, ຊອກຫາການບໍລິການສາທາລະນະ ຫຼື ຂັ້ນຕອນການນຳໃຊ້ພື້ນຖານດີຈີຕອນຕ່າງໆ. ລຸງ ໂງວັນຕ້າ, ຜູ້ມີອາຍຸສູງ, ແບ່ງປັນວ່າ ໃນເມື່ອກ່ອນ ລຸງພຽງແຕ່ນຳໃຊ້ໂທລະສັບເພື່ອໂທ ແລະ ຮັບສາຍເທົ່ານັ້ນ ປັດຈຸບັນ ພວກຫຼານໆໄດ້ແນະນຳຢ່າງສຸດຈິດສຸດໃຈ, ລຸງສາມາດນຳໃຊ້ບາງແອັບທີ່ມີປະໂຫຍດຢ່າງຄ່ອງແຄ້ວກວ່າແລ້ວ.

ພວກຫຼານໄດ້ລົງແນະນຳໂດຍກົງຄືແນວນີ້ ດັ່ງນັ້ນສະດວກຫຼາຍ, ຍ້ອນວ່າຖ້າເດີນທາງໄປຍັງຕາແສງຈະໄກກວ່າ. ປັດຈຸບັນ ມີບາງຄົນຢາກນຳໃຊ້ເຕັກໂນໂລຢີ ແຕ່ໃນຕົວຈິງແມ່ນຍາກຫຼາຍ, ຫວັງວ່າ ອຳນາດການປົກຄອງ ຈະຈັດບັນດາບັ້ນແນະນຳຜູ້ມີອາຍຸສູງໂດຍກົງຢູ່ເຮືອນ ຄື ເອີ້ນລົດ, ນັດປິ່ນປົວພະຍາດ. ເປັນຕົ້ນແມ່ນການໂອນເງິນ, ແນະນຳການກວດພົບບັນດາກໍລະນີສໍ້ໂກງເພື່ອໃຫ້ເຂົາເຈົ້າມີສະຕິລະວັງຕົວ.

ອ້າຍ ຫງວຽນຫ໋າຍລອງ, ເຈົ້າຂອງຮ້ານກາເຟ ໃຫ້ຮູ້ວ່າ ເຖິງວ່າພວມດຳເນີນທຸລະກິດ ແຕ່ອ້າຍກໍ່ພ້ອມທີ່ຈະຈັດແບ່ງສະຖານທີ່ຮ້ານກາເຟໃຫ້ແກ່ຫ້ອງຮຽນຫັນເປັນດີຈີຕອນ ພິເສດນີ້.

ຮູບແບບນີ້ດີສຳລັບອະນາຄົດ. ຢູ່ທີ່ນີ້ກໍ່ແມ່ນສະຖານທີ່ມີຫຼາຍຄົນເດີນທາງໄປມາ ດັ່ງນັ້ນ ຂ້າພະເຈົ້າໜູນຊ່ວຍເຂດ ຖະໜົນນີ້ເພື່ອໃຫ້ມີສະພາບແວດລ້ອມແຫ່ງການເຮັດວຽກ, ພົບປະກັນໄດ້ງ່າຍດາຍກວ່າເພື່ອປະຕິບັດການຫັນເປັນດີຈີຕອນ. ໃນໄລຍະຈະມາເຖິງ, ເມື່ອທຸກສິ່ງທຸກຢ່າງກໍ່ລ້ວນແຕ່ນຳໃຊ້ເຕັກໂນໂລຢີ, ຜູ້ໃດກໍ່ມີໂທລະສັບສມາດໂຟນ ດັ່ງນັ້ນ ບັນດາແອັບມີຄວາມສະດວກຫຼາຍໃນການເຮັດວຽກງານຕ່າງໆ.

ບໍ່ພຽງແຕ່ຢູ່ຮ້ານກາເຟເທົ່ານັ້ນ, ບັນດາເພື່ອນໜຸ່ມອາສາສະໝັກ ກໍ່ມີໜ້າຢູ່ຄຸ້ມຖະໜົນ 15, ຖະໜົນ ຈູວັນອານ ຊ່ວຍປະຊາຊົນຕິດຕັ້ງ ແອັບ VNeID, ແນະນຳປະຕິບັດລະບຽບການບໍລິຫານແບບເອເລັກໂຕນິກ, ພ້ອມທັງໃຫ້ຄຳປຶກສາວິທີການນຳໃຊ້ ບັນຊີພົນລະເມືອງດີຈີຕອນ ເພື່ອມີຄວາມສະດວກໃນການດຳລົງຊີວິດ.

ຕາມເພື່ອນ ຫງວຽນຍືຊວນ, ຮອງເລຂາຄະນະຊາວໜຸ່ມເມືອງ ບິ່ງແທັກ ແລ້ວ, ການຫັນເປັນດີຈີຕອນ ຈະມີປະສິດທິຜົນຢ່າງແທ້ຈິງ ເມື່ອປະຊາຊົນສາມາດເຂົ້າເຖິງ ແລະ ນຳໃຊ້ໄດ້. ເພາະສະນັ້ນ, ເພື່ອນໆຊາວໜຸ່ມໃນກຸ່ມລ້ວນແຕ່ຖືຄວາມເຂົ້າໃຈງ່າຍ, ເຂົ້າເຖິງຢ່າງສະດວກ ເປັນປັດໄຈສຳຄັນໃນການແນະນຳປະຊາຊົນ, ຊ່ວຍໃຫ້ປະຊາຊົນບໍ່ຮູ້ສຶກແປກປະຫຼາດ ແລະ ຄິດຍາກກັບການນຳໃຊ້ເຕັກໂນໂລຢີອີກ.

ຮູບແບບນີ້ຊ່ວຍປະຊາຊົນເຂົ້າເຖິງບັນດາພື້ນຖານດີຈີຕອນເຊິ່ງລັດຖະບານພວມຜັນຂະຫຍາຍຢ່າງງ່າຍດາຍ. ພິເສດແມ່ນຜູ້ມີອາຍຸສູງ, ຜູ້ອອກແຮງງານເຂົ້າເຖິງບັນດາແອັບທີ່ກ່ຽວຂ້ອງເຖິງພົນລະເມືອງດີຈີຕອນ ຄື ແອັບ VneID ແລະ ແອັບ VssID. ເຂົາເຈົ້າຈະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບສິດຜົນປະໂຫຍດຂອງຕົນ, ຮູ້ວິທີເຂົ້າປະຕູຖານການບໍລິການສາທາລະນະຂອງນະຄອນ ແລະ ນຳໃຊ້ບັນດາການບໍລິການດ້ານ ລະບຽບການບໍລິຫານແບບທາງໄກ.

ຫ້ອງຮຽນຢູ່ຮ້ານກາເຟ ລູກາ ແລະ ເຂດຖະໜົນ 12 ແມ່ນສອງໃນຈຳນວນ 53 ກຸ່ມປະຈັນບານ 1 – 2 – 3 ທີ່ຫາກໍ່ເປີດຕົວໃນພິທີການປຸກລະດົມຂະບວນການ “ລົບລ້າງການກືກທັກສະດີຈີຕອນ” ໂດຍເມືອງ ບິ່ງແທັກ ຈັດຂຶ້ນ. ຂະບວນການແມ່ນເພື່ອແນໃສ່ເຜີຍແຜ່ຄວາມຮູ້, ທັກສະດີຈີຕອນໂດຍພື້ນຖານໃຫ້ແກ່ປະຊາຊົນ - ນັບແຕ່ພະນັກງານບຳນານ, ແຮງງານທົ່ວໄປຕະຫຼອດຮອດພໍ່ຄ້າຊາວຂາຍ, ນັກສຶກສາ, ຜູ້ມີອາຍຸສູງ. ທ່ານນາງ ຮ່ວາງມາຍກວິ່ງຮວາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເມືອງ ບິ່ງແທັກ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຂົນຂວາຍບາງອົງການ, ຫົວໜ່ວຍ, ປະຊາຊົນ, ວິສາຫະກິດ, ຮ້ານກາເຟ, ບັນດາສະຖານທີ່ດຳລົງຊີວິດເຊິ່ງປະຊາຊົນເຄີຍໄປໆມາໆຫຼາຍ. ຢູ່ບັນດາກຸ່ມຈະຜັນຂະຫາຍການແນະນຳ, ບໍ່ແມ່ນເຕົ້າໂຮມສູນຮັບໃຊ້ການບໍລິການສາທາລະນະ ຫຼື ອົງການຫົວໜ່ວຍຕ່າງໆຂອງລັດ. ດັ່ງນັ້ນ, ປະຊາຊົນສາມາດແລກປ່ຽນກັບພວກຂ້າພະເຈົ້າໄດ້ຢ່າງງ່າຍດາຍກ່ວາ ແລະ ພວກຂ້າພະເຈົ້າກໍ່ສາມາດແນະນຳໃຫ້ເຂົາໄດ້ງ່າຍກ່ວາ.

ການຫັນເປັນດີຈີຕອນໃນປັດຈຸບັນພວມໄດ້ດຳເນີນໃນແຕ່ລະວັນ, ນັບແຕ່ຮ້ານກາເຟນ້ອຍໆຈົນຮອດຮ່ອມຖະໜົນຕ່າງໆ. ຜ່ານກຸ່ມຕະລຸມບອນ ແລະ ບັນດາຫ້ອງຮຽນຫັນເປັນດີຈີຕອນ ຢູ່ແຕ່ລະເຂດຖະໜົນ, ປະຊາຊົນຈະໄດ້ສຳຜັດກັບເຕັກໂນໂລຢີຢ່າງເປັນເຈົ້າການ. ບັນດາຮູບແບບ ລົບລ້າງການກືກທັກສະດີຈີຕອນ ດ້ວຍວິທີເຮັດທີ່ມີໄຫວພິບ, ຖືຄວາມຕ້ອງການຂອງປະຊາຊົນເປັນຈຸດສຸມໄດ້ປະກອບສ່ວນສ້າງແບບຢ່າງທີ່ດີໃນການຫັນເປັນດີຈີຕອນຈາກຂັ້ນຮາກຖານທີ່ໃກ້ຊິດ ແລະ ມີປະໂຫຍດ.


 

TAG
VOV/VOVworld/ພົນ​ລະ​ເມືອງ​ດີ​ຈີ​ຕອນ/ຮ້ານ​ກາ​ເຟ/ການ​ຫັນ​ເປັນ​ດີ​ຈ​ີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ