logo

ກຳ​ນົດ​ສະ​ພາບ​ການ​ຮ່ວມ​ມື, ​ພັດ​ທະ​ນາ​ລ​ະ​ຫວ່າງ ຫວຽດ​ນາມ - ລາວ​ໃນ​ໄລ​ຍະ​ໃໝ່

2026/2/2 | 11:25:50
(VOVWORLD) - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກືອງ ຊີ້ແຈ້ງວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນໃນການກຳນົດສະພາບການຮ່ວມມື, ພັດທະນາລະຫວ່າງສອງປະເທດໃນໄລຍະໃໝ່. 
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກືອງ (ພາບ: VOV)

ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງຢ້ຽມຢາມທາງລັດຖະກິດຢູ່ ລາວ ໃນວັນທີ 5 ກຸມພາ 2026. ຕອບສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກືອງ ຊີ້ແຈ້ງວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນໃນການກຳນົດສະພາບການຮ່ວມມື, ພັດທະນາລະຫວ່າງສອງປະເທດໃນໄລຍະໃໝ່. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງພັກ, ສອງລັດ ສືບຕໍ່ຢັ້ງຢືນ ຢ່າງແຮງມູນເຊື້ອສາມັກຄີແບບພິເສດ, ຄວາມສັດຊື່ບໍລິສຸດ, ສະເໝີຕົ້ນສະເໝີປາຍ ລະຫວ່າງ ຫວຽດນາມ ແລະ ລາວ. ທ່ານຮອງລັດຖະມົນຕີ ຫງວຽນແມັ້ງເກືອງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ຈະມີການເຈລະຈາ, ພົບປະກັບບັນດາການນຳຂັ້ນສູງຂອງພັກ, ລັດລາວເພື່ອແນໃສ່ແລກປ່ຽນຢ່າງຮອບດ້ານກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເປັນເອກະພາບບັນດາການກຳນົດທິດໃຫຍ່ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະພັດທະນາໃໝ່.

TAG
VOV/VOVworld/ຫວຽດ​ນາມ/ລາວ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ