logo

ກຳ​ປູ​ເຈຍ ຈະ​ຈັດກອງ​ປະ​ຊຸມ​​ສ​ະມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ ອາ​ຊຽນ (AIPA) ຄັ້ງ​ທີ 43

2022/11/16 | 07:54:20
(VOVWORLD) -ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ (AIPA) ຄັ້ງທີ 43 ຈະດຳເນີນແຕ່ວັນທີ 20 – 25 ພະຈິກ ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກກຳປູເຈຍ ດ້ວຍຫົວຂໍ້: ພ້ອມກັນກ້າວຂຶ້ນເພື່ອ ອາຊຽນ ທີ່ຍືນຍົງ, ກວມລວມ ແລະ ປັບຕົວໃຫ້ແທດເໝາະ. 
ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ (AIPA) ຄັ້ງທີ 43 ຈະດຳເນີນແຕ່ວັນທີ 20 – 25 ພະຈິກ ຢູ່ນະຄອນຫຼວງ ພະນົມເປັນ (ພາບ: ນັກຂ່າວ VOV ປະຈຳ ກຳປູເຈຍ)

ຕາມແຈ້ງການສື່ມວນຊົນຂອງສະພາແຫ່ງຊາດ ກຳປູເຈຍ ອອກວັນທີ 14 ພະຈິກ ແລ້ວ, ພິທີໄຂກອງປະຊຸມສະມັດຊາໃຫຍ່ (AIPA) ຄັ້ງທີ 43 ຈະດຳເນີນໃນຕອນເຊົ້າວັນທີ 21 ພະຈິກ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງຂອງສະພາສູງ, ສະພາແຫ່ງຊາດບັນດາປະເທດສະມາຊິກ AIPA ແລະ ຜູ້ແທນຂັ້ນສູງບັນດາປະເທດສັງເກດການ, ແຂກຖືກເຊີນ, ເຈົ້າພາບ ແລະ ອົງການຄູ່ຮ່ວມມື. ໃນຂອບເຂດຂອງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງນີ້ ກໍຈະດຳເນີນກອງປະຊຸມຫຼາຍຄັ້ງທີ່ກ່ຽວຂ້ອງຄື: ກອງປະຊຸມສະມາຊິກລັດຖະສະພາຍິງ AIPA (WAIPA), ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA, ກອງປະຊຸມກຳມາທິການການເມືອງ ແລະ ກອງປະຊຸມກຳມາທິການສັງຄົມ.

TAG
VOV/VOVworld/AIPA/ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ