logo

ກຳ​ປູ​ເຈຍ ຫວ​ັງ​ວ່າ ອາ​ຊຽນ ແລະ ຈີນ ອາດ​ຈະ​ລົງ​ນາມ​ໃນ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນ​ປີ 2022

2021/11/27 | 08:53:37
(VOVWORLD) -  ປີ 2022, ກຳປູເຈຍ ຈະຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ຄັ້ງທີ 3 ແລະ ໃນໂຄງການດຳເນີນງານ, ປະເທດນີ້ ຈະໃຫ້ບຸລິມະສິດແກ່ການຍູ້ແຮງຄວາມສາມັກຄີຂອງ ອາຊຽນ ແລະ ຮັບປະກັນສັນຕິພາບ ກໍຄື ຄວາມໝັ້ນຄົງຢູ່ ພາກພື້ນ.
ທ່ານນາຍົກລັດຖະມົນຕີ Samdec Techo Hun Sen 

ທ່ານ Khieu Kanharith ລັດຖະມົນຕີກະຊວງຖະແຫຼງຂ່າວ ກຳປູເຈຍ ໄດ້ຢັ້ງຢືນ ແລະ ຄັດສະເໜີຄຳປາໄສຂອງທ່ານນາຍົກລັດຖະມົນຕີ Samdec Techo Hun Sen ໃນບັນຊີເຟັດບຸກສ່ວນຕົວ ໂດຍສະແດງຄວາມຫວັງວ່າ ເມື່ອ ກຳປູເຈຍ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2022, ຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ອາດຈະລົງນາມໃນກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC). ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Hor Namhong ກໍໄດ້ຖະແຫຼງວ່າ ທະເລຕາເວັນອອກ ແມ່ນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ມີສິດເສລີໃນການເດີນເຮືອ ແລະ ການບິນ. ບັນດາປະເທດທີ່ມີການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ຄວນແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

        ປີ 2022, ກຳປູເຈຍ ຈະຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ຄັ້ງທີ 3 ແລະ ໃນໂຄງການດຳເນີນງານ, ປະເທດນີ້ ຈະໃຫ້ບຸລິມະສິດແກ່ການຍູ້ແຮງຄວາມສາມັກຄີຂອງ ອາຊຽນ ແລະ ຮັບປະກັນສັນຕິພາບ ກໍຄື ຄວາມໝັ້ນຄົງຢູ່ ພາກພື້ນ.

ນັກຂ່າວ VOV ປະຈຳ ກຳປູເຈຍ.


TAG
VOV/VOVworld/ກຳ​ປູ​ເຈຍ/COC/ທະ​ເລ​ຕາ​ເວັນ​ອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ