logo

ຂັບໂບ້ຍ ນະຄອນ ໂຮ່ຈີມິນ ປະຕິບັດພາລະກຳແຜ່ກະຈາຍວັດທະນະທຳ.

2025/10/27 | 12:30:00
(VOVWORLD) -ໃນຫຼາຍປີທີ່ຜ່ານມາ ໂຮງລະຄອນສິລະປະຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ໄດ້ຮັກສາການສະແດງປະຈຳອາທິດ ຢູ່ເຂດສາທາລະນະທີ່ນະຄອນ, ພ້ອມກັນນັ້ນກໍ່ສົມທັບກັບໂຮງຮຽນນຳສິລະປະຂັບໂບ້ຍ ຍັບເຂົ້າໃກ້ກັບໄວໜຸ່ມ. ວຽກງານນີ້ ແມ່ນເພື່ອແນໃສ່ປະຕິບັດພາລະກຳ ທັງອະນຸລັກສີສັນວັດທະນະທຳ ທັງດຶງດູດຜູ້ຊົມ ດ້ວຍວິທີສຳຜັດໃໝ່
ລາຍການສະແດງຂັບໂບ້ຍຢູ່ສະຖານທີ່ສາທາລະນະ

    ແຕ່ລະລາຍການສະແດງ, ເຖິງວ່າ ພຽງແຕ່ແມ່ນການຄັດສະເໜີບາງຕອນກໍ່ຕາມ ແຕ່ຍາມໃດ ບັນດານັກສິລະປິນ ນັກສະແດງຂອງໂຮງລະຄອນກໍ່ສະແດງຄືນອີກຫຼາຍຄັ້ງ ພ້ອມແລ້ວທີ່ຈະໃຫ້ຄຳຕອບຕໍ່ທຸກຂໍ້ຄວາມສົນໃຈຂອງຜູ້ຊົມ. ຄວາມກະຕືລືລົ້ນຂອງບັນດານັກສິລະປິນ ນັກສະແດງ ໄດ້ເຮັດໃຫ້ບໍ່ພຽງແຕ່ໄວໜຸ່ມເທົ່ານັ້ນ ຫາກຍັງເຮັດໃຫ້ຊາວນະຄອນກໍ່ຄ່ອຍໆມີຄວາມປະທັບໃຈ ແລະ ຮັກແພງກັບປະເພດສິລະປະພື້ນເມືອງນີ້. ນາງ ຫງວຽນກົງຢຸງ ອາຍຸ 38 ປີ ເປັນຄັ້ງທຳມິດທີ່ໄດ້ມາຮັບຊົມລາຍການສະແດງຂັບ ໂບ້ຍ ເປີດເຜີຍວ່າ:

 “ເປັນຄັ້ງທຳອິດໃນຊີວິດຂອງຂ້າພະເຈົ້າ ໄດ້ຄົ້ນຫາປະເພດສິລະປະນີ້. ປັດຈຸບັນຂ້າພະເຈົ້າກໍ່ໄດ້ມີການສັງເກດໃໝ່ ວິທີສຳຜັດໃໝ່. ກ່ອນໜ້ານັ້ນໄດ້ຮັບຊົມລາຍການສະແດງຂັບໂບ້ຍ ທີ່ກ່ຽວຂ້ອງເຖິງສອງພະນາງ ຈຶງ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ດ້ວຍສຽງກອງຈັງຫວະດົນຕີ ແລະ ວິທີສະແດງເປັນເອກະລັກຂອງຂັບ ໂບ້ຍ”.

ໃນແຕ່ລະປີ ໂຮງລະຄອນກໍ່ສຳເລັດການສະແດງແຕ່ 150 ຫາ 160 ລາຍການ ເຊິ່ງລວມມີບັນດາລາຍການໄດ້ຮັບການໜູນຊ່ວຍເງິນໃຊ້ຈ່າຍ ແລະ ສຳລັບລາຍການສ້າງລາຍສະເລ່ຍປະມານສອງວັນ ກໍ່ມີລາຍການໜຶ່ງ. ນອກຈາກການສະແດງຮັບໃຊ້ມວນຊົນ ຢູ່ສະຖານທີ່ສາທາລະນະ, ໂຮງລະຄອນຍັງໄປຮັບໃຊ້ຢູ່ຕາມງານບຸນ ເຊິ່ງຈັດຂຶ້ນຢູ່ບັນດາສາລາບ້ານ ແລະ ລາຍການສະແດງຢູ່ຕາມໂຮງຮຽນ, ບັນດາສະຖານທີ່ປະຫວັດສາດ. ທ່ານ ຫງວຽນແທັງບິ່ງ ຫົວໜ້າຫ້ອງການຈັດຕັງລາຍການສະແດງ, ໂຮງລະຄອນສິລະປະຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ

: “ຜ່ານລາຍການສະແດງຢູ່ຕາມສະຖານທີ່ສາທາລະນະ, ໂຮງລະຄອນມີຄວາມຫວັງຢາກແຜ່ກະຈາຍສິລະປະຂັບ ໂບ້ຍ ພື້ນເມືອງຂອງບັນດາເຜົ່າ, ຜ່ານນັ້ນກໍ່ອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກຂອງສິລະປະຂັບ ໂບ້ຍ”.

 ເຂົ້າຮ່ວມລາຍການແນະນນຳສິລະປະຂັບ ໂບ້ຍ ຢູ່ໃຈກາງນະຄອນ, ເພື່ອນ ເລິມຮວ່າງຊວັນງີ ນັກສຶກສາສັງກັດມະຫາວິທະຍາໄລເສດຖະກິດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າລາຍການສະແດງຂັບ ໂບ້ຍ ກໍ່ລ້ວນແຕ່ຕິດພັນກັບປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປູ່ຍ່າຕາຍາຍ ແລະ ເພື່ອໃຫ້ປະເພດສິລະປະນີ້ດຶງດູດເປົ້າໝາຍຜູ້ຊົມຕື່ມອີກນັ້ນ, ຂັບ ໂບ້ຍກໍ່ສາມາດສົມທົບກັບບັນດາປະເພດສິລະປະອື່ນໆ ຍິ່ງກວ່ານັ້ນກໍ່ໂຄສະນາຢູ່ຕາມສື່ສັງຄົມອີກດ້ວຍ. ຊວັນງີ ໃຫ້ຮູ້ວ່າ:

“ຖ້າຫາກປ່ຽນແປງກໍ່ຍິ່ງມີຄວາມໃໝ່ອ່ຽມ ສາມາດດຶງດູດຄວາມສົນໃຈຫຼາຍຂຶ້ນ. ພວກເພື່ອນໜຸ່ມ ຈາກນັ້ນກໍ່ສາມາດເຂົ້າໃຈໄດ້ເຖິງຄຸນຄ່າອັນຍອດຍິ່ງຂອງວັດທະນະທຳ ຫວຽດນາມ ອີກດ້ວຍ”

ຕາມທ່ານ ຫງວຽນແທັງບິ່ງ ແລ້ວ ເພື່ອດຶງດູດ ແລະ ຊ່ວຍແຂກທ່ອງທ່ຽວສາກົນສາມາດສຳຜັດໄດ້ງ່າຍດາຍກວ່ານັ້ນ, ໂຮງລະຄອນກໍ່ຍັງສ້າງລາຍການສະແດງດ້ວຍວິທີຄັດສະເໜີບາງຕອນທີ່ເປັນເອກະລັກກ່ຽວກັບສິລະປະແຕ່ງກາຍ ແລະ ຟ້ອນລຳ, ທັງນີ້ກໍ່ສາມາດຫຼຸດຜ່ອນການສົນທະນາ ເນັ້ນໜັກເຖິງປະເພດສະແດງ ຊ່ວຍແຂກທ່ອງທ່ຽວກຳແໜ້ນເນື້ອໃນຂອງເລື່ອງລາວ. ພ້ອມກັບເປົ້າໝາຍໂຄສະນາສິລະປະພຶື້ນເມືອງ. ໂຮງລະຄອນຍັງສ້າງບັນດາລາຍການທ່ອງທ່ຽວຄົ້ນຫາທີ່ເປັນເອກະລັກ. ທ່ານ ຫງວຽນແທັງບິ່ງ ໃຫ້ຮູ້ຕື່ມອີກວ່າ:

“ລາຍການນີ້ ຊ່ວຍໃຫ້ແຂກທ່ອງທ່ຽວໄດ້ຄົ້ນຫາຊອກຮູ້ ກ່ຽວກັບນັກສິລະປິນນັກສະແດງ ນັບຕັ້ງແຕ່ໄລຍະສ້າງຕົວລະຄອນເປັນຮູບປະທຳ ຕະຫຼອດຮອດເວລາສຳເລັດ ແລະ ໄດ້ຄົ້ນຫາຕົວຈິງກ່ຽວກັບລາຍການສະແດງຈາກນັ້ນກໍ່ຮູ້ສຶກໄດ້ເຖິງສິລະປະຂັບ ໂບ້ຍ.“

 ໃນເວລາທີ່ຜ່ານມາ, ໂຮງລະຄອນສິລະປະຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ໄດ້ຮັບການເຊີດຊູຈາກພະແນກວັດທະນະທຳ ກິລານະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນຈຳນວນ 8 ຄະນະທີ່ມີການປະກອບສ່ວນທີ່ດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ຊຸກການການພັດທະນາຂອງຂະແໜງວັດທະນະທຳ ແລະ ກິລານະຄອນ. ນີ້ແມ່ນການຢັ້ງຢືນຕໍ່ການອຸທິດສ່ວນຢ່າງບໍ່ຢຸດຢັ້ງ, ທັງເປັນການສ້າງກຳລັງໜູນ ເພື່ອໃຫ້ນັກສິລະປິນນັກສະແດງສືບຕໍ່ພາລະກຳສືບຕໍ່ແຜ່ກະຈາຍວັດທະນະທຳຂອງຊາດ.
TAG
VOV/VOVworld/ຂັບໂບ້ຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ