ບ້ານ ຂ໋ວຍຄອນ ຕາແສງ ກີມກຸກ ປຽບເໝືອນຊໍ່ດອກໄມ້ໃນທ່າມກາງພູຜາປ່າໄມ້ |
ເດີນຕາມເສັ້ນທາງຫຼວງເລກ 34 ຈາກເທດສະບານເມືອງ ບ໋າວຫຼາກ ມານະຄອນກາວບັ່ງ ຮອດເສົາຫຼັກໝາຍ 12 ຈຶ່ງລ້ຽວຊ້າຍຕາມທາງພູກວ່າ 4 ກິໂລແມັດ ກໍ່ຈະຮອດບ້ານທ່ອງທ່ຽວຊຸມຊົນ ຂ໋ວຍຄອນ. ດ້ວຍເຮືອນຮ້ານຫຼາຍກວ່າ 60 ຫຼັງ ຖືກມຸງດິນຂໍສອງຊັ້ນຂອງຊາວເຜົ່າ ໂລໆດຳ ຢູ່ແຫ່ງນີ້ ຖືກປົກຄຸມໄປດ້ວຍກຸ່ມເມກເລື່ອນລອຍໃນທ່າມກາງພູຜາປ່າໄມ້. ເຮືອນຮ້ານຂອງຊາວເຜົ່າ ໂລໆດຳ ຖືກເຮັດດ້ວຍໄມ້, ໄມ້ໄຜ່ ປະກອບດ້ວຍ 5 ຫ້ອງ ແລະ ມີ 4 ຫຼັງຄາ ປະຕູໃຫຍ່ຕັ້ງຢູ່ຫ້ອງເຄິ່ງກາງ. ຢູ່ທາງນອກແມ່ນເດີ່ນຕາກເຂົ້າເປືອກ, ຕາກເຄື່ອງນຸ່ງ ທາງໃນເຮືອນກໍ່ມີຄວາມສະອາດງາມຕາ ແລະ ມີອາກາດປອດໂປ່ງ. ໃນເດືອນ 5 ໄລ່ຕາມຈັນທະປະຕິທິນ ກໍ່ແມ່ນຍາມປູກ ແລະ ປັກດຳເຂົ້າ ແລະ ໃນຊ່ວງເວລນີ້ຢູ່ຕາມເນີນພູໃນບັນດາເນື້ອທີ່ນາຂັ້ນໄດກໍ່ມີຊາວບ້ານມາປູກເຂົ້າປັກດຳ. ມາຮອດ ຂ໋ວຍຄອນ ແຂກທ່ອງທ່ຽວຕ່າງກໍ່ຢາກຂຶ້ນຈອມພູ ເພື່ອຮັບຊົມທັດຊະນີຍະພາບທົ່ວໝູ່ບ້ານ.
ພໍ່ແມ່ພີ່ຍນ້ອງເຜົ່າໂລໆ ຢູ່ ຂ໋ວຍຄອນ ຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ເຊິ່ງໄດ້ສະແດງອອກຜ່ານຊີວິດທາງທາງດ້ານວັດຖຸຄືການກິນການນຸ່ງຖື ການໄປມາ ຕະຫຼອດຮອດຊີວິດທາງດ້ານຈິດໃຈ ແມ່ນບັນດາທຳນອງເພງພື້ນເມືອງ, ດົນຕີ ແລະ ບັນດາງານບຸນປະເພນີ. ທ່ານນາງ ເລແທັງດຽບ ຮອງຫົວໜ້າຂະແໜງວັດທະນະທຳ ແລະ ຖະແຫຼງຂ່າວ ເມືອງ ບ໋າວຫຼາກ ແຂວງ ກາວບັ່ງ ໃຫ້ຮູ້ວ່າ:
“ຊາວເຜົ່າໂລໆ ແມ່ນໜຶ່ງໃນ 16 ເຜົ່າສ່ວນໜ້ອຍຂອງ ຫວຽດນາມ ແລະ ຢູ່ບ້ານ ຂ໋ວຍຄອນ ກໍ່ມີຫຼາຍກວ່າ 60 ຄອບຄົວ ແມ່ນຊາວເຜົ່າ ໂລໆດຳ. ສຳລັບເຜົ່າໂລໆ ແລະ ເຜົ່າໂລໆດຳ ກໍ່ມີບັນດາຈຸດວັດທະນະທຳພື້ນເມືອງເປັນເອກະລັກສະເພາະ ເຊິ່ງໄດ້ຮັບການຮັກສາມາແຕ່ດົນນານ. ທີໜຶ່ງ ແມ່ນກ່ຽວກັບຊຸດອາພອນປະຈຳເຜົ່າ, ຮີດຄອງປະເພນີ, ວິຖີຊີວິດ, ການຮ່ວມຊີວິດ. ທີສອງ ແມ່ນການອະນຸລັກບັນດາຄຸນຄ່າວັດທະນະທຳອື່ນໆຄື ຂັບລຳທຳເພງພື້ນເມືອງ, ອະນຸລັກຮັກສາອາຊີບຫັດຖະກຳຄື ທັກແສ່ວ, ຕ່ຳແຜ່ນແພ”.
ດ້ວຍທ່າໄດ້ປຽບຈາກຄວາມງາມໃຫຍ່ໂຕມະໂຫຖານຂອງທຳມະຊາດ ພ້ອມກັບສີສັນວັດທະນະທຳທີ່ຮົກເຮື້ອດັ້ງເດີມ, ຊາວເຜົ່າ ໂລໆດຳ ຢູ່ ຂ໋ວຍຄອນໄດ້ເປັນເຈົ້າການພັດທະນາການທ່ອງທ່ຽວຊຸມຊົນ. ທ່ານ ຟ້າມຫ໋າຍກວິ່ງ ຫົວໜ້າສະຖານບັນພັດທະນາທ່ອງທ່ຽວອາຊີໃຫ້ຮູ້ວ່າ ສະເລ່ຍແຕ່ລະປີ ກໍ່ມີແຂກທ່ອງທ່ຽວປະມານ 300 ເທື່ອຄົນມາທ່ຽວຢູ່ ຂ໋ວຍຄອນ. ທ່ານກ່າວວ່າ:
“ຂ໋ວຍຄອນ ແມ່ນໝູ່ບ້ານທຳອິດເຮັດທ່ອງທ່ຽວຊຸມຊົນຢູ່ ບ໋າວຫຼາກ. ທຳອິດແມ່ນຈາກໜຶ່ງຄອບຄົວ ແລະ ໄດ້ເຄື່ອນໄຫວຢ່າງປະສົມຜົນສຳເລັດ. ຕໍ່ມາກໍ່ມີຫຼາຍຄອບຄົວເຮັດໂຮມສະເຕຕື່ມອິກ ແລະ ໄດ້ຮັກສາຄຸນຄ່າທັດຊະນີຍະພາບທຳມະຊາດ. ຫຼັງຈາກນັ້ນກໍ່ມີແຂກທ່ອງທ່ຽວຫຼາຍຄະນະໄດ້ມາສຳຫຼວດ ແລະ ໄດ້ໃຫ້ການໜູນຊ່ວຍສ້າງໂຮມສະເຕຕື່ມອີກຫຼາຍຫຼັງເພື່ອ ຂ໋ວຍຄອນ ພັດທະນາ”.
ທ່ານ ນົງວັນຕວ່ານ ສັງກັດພະແນກວັດທະນະທຳ - ສັງຄົມ ຕາແສງ ກີມກຸກ ເມືອງ ບ໋າວຫຼາກ ໃຫ້ຮູ້ວ່າ:
“ລັດພ້ອມກັບອຳນາດການປົກຄອງເມືອງ ບ໋າວຫຼາກ ແລະ ຕາແສງ ກີມກຸກ ໄດ້ວາງໂຄງການ ເພື່ອອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳຂອງເຜົ່າໂລໆ, ໃນນັ້ນກໍ່ເອົາໃຈໃສ່ເປັນພິເສດເຖິງການຂັບລຳທຳເພງພື້ນເມືອງ, ດົນຕີຂອງເຜົ່າໂລໆ. ປັດຈຸບັນພວກຂ້າພະເຈົ້າພວມສົມທົບກັບປະຊາຊົນໂຄສະນາ ເພື່ອຮັກສາສີສັນວັດທະນະທຳຂອງຊົນເຜົ່າ”
ເມື່ອມີໂອກາດມາທ່ຽວຢູ່ຂ໋ວຍຄອນ ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບທັດສະນີຍະພາບທີ່ລຽບງ່າຍ ໃນການດຳລົງຊີວິດຂອງຊາວບ້ານ, ເຫັນປະຈັກຕາພວກແມ່ຍິງພວມຕ່ຳຫູກທໍໄໝ ເພື່ອຕັດຫຍິບຊຸດອາພອນປະຈຳເຜົ່າທີ່ເປັນເອກະລັກ ແລະ ພ້ອມກັນນັ່ງອ້ອມເຕົາໄຟ ຟັງການເລົ່າເລື່ອງກ່ຽວກັບປະຫວັດສາດ ຮີດຄອງປະເພນີ ເຊິ່ງໄດ້ຮັບການຮັກສາໄວ້ນັບແຕ່ໃດໆມາຂອງຊາວເຜົ່າໂລໆ, ພ້ອມກັນເຊື່ອມຕົວເຂົ້າກັບການເຄື່ອນໄຫວອອກແຮງງານທຳການຜະລິດ ຂອງປະຊາຊົນຢູ່ແຫ່ງນີ້.



