logo

ຂົວເຊື່ອມຕໍ່ວັດທະນະທຳທີ່ສະໜິດແໜ້ນໃນການພົວພັນ ຫວຽດນາມ - ລາວ

2025/12/27 | 05:52:51
(VOVWORLD) - ກວ່າ 30 ປີກ່ອນ, ສູນໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານການມອບຮັບຈາກສຳນັກງານຮ້ານຂາຍປື້ມແຫ່ງລັດ ລາວ, ດ້ວຍພາລະບົດບາດກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ - ລາວ.
ທີ່ງານພົບປະ
(ພາບ: TTXVN)

ຕອນຄ່ຳວັນທີ 26 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດງານພົບປະສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສູນວັດທະນະທຳ ຫວຽດນາມ ປະຈຳ ລາວ (1995 – 2025). ກ່າວຄຳເຫັນທີ່ພິທີ, ທ່ານ ເອົາຫວຽດຮຶງ, ຫົວໜ້າສູນວັດທະນະທຳ ຫວຽດນາມ ປະຈຳ ລາວ, ໃຫ້ຮູ້ວ່າ ກວ່າ 30 ປີກ່ອນ, ສູນໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານການມອບຮັບຈາກສຳນັກງານຮ້ານຂາຍປື້ມແຫ່ງລັດ ລາວ, ດ້ວຍພາລະບົດບາດກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ຫວຽດນາມ - ລາວ. ແຕ່ລະບາດກ້າວແຫ່ງການພັດທະນາຂອງສູນ ຍາມໃດກໍ່ມີຄວາມຕິດພັນກັບສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ, ກາຍເປັນແຫ່ງແຜ່ກະຈາຍບັນດາຄຸນຄ່າວັດທະນະທຳ, ເຊື່ອມຕໍ່ຈິດສຳນຶກ ແລະ ເພີ່ມພູມຄູນສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຊາດ. ໃນໄລຍະພັດທະນາໃໝ່, ທາງສູນໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມືກັບບັນດາກະຊວງ, ຂະແໜງການຂອງ ລາວ ຢ່າງແໜ້ນແຟ້ນ, ປ່ຽນແປງໃໝ່ວິທີການເຄື່ອນໄຫວ, ເປີດກວ້າງການຮ່ວມມື, ຍົກສູງປະສິດທິຜົນການໂຄສະນາວັດທະນະທຳ, ສິລະປະ ແລະ ທ່ອງທ່ຽວ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ສືບຕໍ່ແມ່ນຂົວເຊື່ອມຕໍ່ວັດທະນະທຳທີ່ສະໜິດແໜ້ນໃນສາຍພົວພັນຂອງ 2 ປະເທດ.

TAG
VOV/VOVworld/ຄຸນ​ຄ່າ​/ວັດ​ທະ​ນະ​ທຳ/ເຊື່ອມ​ຕໍ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ