logo

ຂະແໜງເກີບໜັງຫວຽດນາມເປັນເຈົ້າການແຫຼ່ງວັດຖຸດິບເພື່ອຍາດແຍ່ງກາລະໂອກາດຈາກບັນດາສັນຍາການຄ້າ

2016/2/11 | 08:12:00
ໃນ​ຊຸມ​ວັນ​ຕົ້ນ​ປີ 2016, ມີ​ວິ​ສາ​ຫະກິດ​ເກີບ​ໜັງ​ຫຼາຍ​ແຫ່ງ​ຂອງ ຫວຽດນາມ ​ເຊັນ​ໄດ້​ສັນຍາ​ສົ່ງ​ອອກ. ​ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າ​ປາຊີ​ຟິກ (TPP) ມີ​ຜົນ​ສັດ​ສິດ, ພາສີ​​ແມ່ນ 0% ​ໄດ້​ເປີດ​ກາລະ​ໂອກາດອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ຂະ​ແໜງ​ເກີບ​ໜັງ​ຢູ່​ຕະຫຼາດ ອາ​ເມ​ລິ​ກາ

ພາບປະກອບ

(vovworld) – ​ໃນ​ຊຸມ​ວັນ​ຕົ້ນ​ປີ 2016, ມີ​ວິ​ສາ​ຫະກິດ​ເກີບ​ໜັງ​ຫຼາຍ​ແຫ່ງ​ຂອງ ຫວຽດນາມ ​ເຊັນ​ໄດ້​ສັນຍາ​ສົ່ງ​ອອກ. ​ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າ​ປາຊີ​ຟິກ (TPP) ມີ​ຜົນ​ສັດ​ສິດ, ພາສີ​​ແມ່ນ 0% ​ໄດ້​ເປີດ​ກາລະ​ໂອກາດອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ຂະ​ແໜງ​ເກີບ​ໜັງ​ຢູ່​ຕະຫຼາດ ອາ​ເມ​ລິ​ກາ. ສ່ວນ​ສຳລັບ​ຕະຫຼາດ ​ເອີ​ລົບ, ປະຈຸ​ບັນ ຫວຽດນາມ ກວມ​ເອົາ 11% ​ເທົ່າ​ນັ້ນ, ດັ່ງ​ນັ້ນ, ​ເມື່ອ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ມີ​ຜົນ​ສັກສິດ, ລະດັບ​ການ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ​ເຂົ້າ​ຕະຫຼາດ​ນີ້​ກໍ​ສູງທີ່​ສຸດ. ປີ​ນີ້, ຂະ​ແໜງ​ເກີບ​ໜັງ ຫວຽດນາມ ວາງ​ຈຸດໝາຍ​ບັນລຸ​ວົງ​​ເງິນ​ສົ່ງ​ອອກ​​ປະມານ 17 ຕື້ USD, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ປີ 2015. ທ່ານ​ນາງ ຟານ​ທິ​ແທງ​ຊວນ, ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ໜັງ - ​ເກີບ - ກະ​ເປົາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ອັດຕາ​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ແມ່ນ​ຕຳ່​ຫຼາຍ. ລັດ​ຕ້ອງ​ມີ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ, ບຸລິມະສິດ​ດ້ານ​ພາສີອາກອນ, ສ​້າງຕັ້ງ​ເຂດ​ອຸດສາຫະກິດພິ​ເສດສະ​ເພາະ​ໃຫ້​ແກ່​ຂະ​ແໜງ​ເພື່ອ​ປະຢັດ​ຄ່າ​ໃຊ້​ຈ່າຍ, ​ແຫຼ່ງກຳລັງ..., ສ້າງ​ການ​ເຊື່ອມ​ຕໍ່ລະຫວ່າງ​ຂະ​ແໜງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຜະລິດ, ສົ່ງ​ອອກ. ດຳລັດ​ກ່ຽວກັບ​ການ​ພັດທະນາ​ອຸດສາຫະກຳ​ສ​ຳຮ​ອງ​ໄດ້​ຮັບ​ການປະກາດ​ໃຊ້, ​ແຕ່​ເພື່ອ​ປະກົດ​ຜົນ​ເປັນ​ຈິງ​ຕ້ອງ​ມີ​​ເອກະສານ​ແນະນຳປະຕິບັດ ​ແລະ ບັນດາ​ການ​ປັບປຸງ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ວິ​ສາ​ຫະກິດ.”

 


TAG
vovworld/ອຸດສາຫະກຳ​ສ​ຳຮ​ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ