ສະໂມສອນຂັບກາຈູ ໂຮງຮຽນປະຖົມ ຫງວຽນວັນໂຕ (ພາບ: VOV) |
ສະໂມສອນຂັບກາຈູ ໂຮງຮຽນປະຖົມ ຫງວຽນວັນໂຕ ຢູ່ເມືອງ ເລເຈິນ, ນະຄອນ ຫາຍຟ່ອງ ໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາ 1 ປີກວ່າ, ດ້ວຍສະມາຊິກກວ່າ 40 ຄົນ. ໃນຕອນແລງວັນອັງຄານ, ວັນພຸດ ແລະ ວັນພະຫັດຂອງທຸກໆ ອາທິດ, ພາຍຫຼັງຊົ່ວໂມງຮຽນ, ບັນດາສະມາຊິກໃນສະໂມສອນ ໄດ້ພ້ອມກັນຝຶກຊ້ອມຂັບລຳທຳເພງດ້ວຍຄວາມມົວເມົາ.
“ພາຍຫຼັງຮຽນຂັບກາຈູມາໄດ້ປີເຄິ່ງ, ນ້ອງກໍມີຄວາມເຂົ້າໃຈກວ່າກ່ຽວກັບຂັບກາຈູ. ເພື່ອອະນຸລັກຮັກສາບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ມູນເຊື້ອຂອງປະເທດຊາດ ແມ່ນຕ້ອງອະນຸລັກຮັກສາການຂັບກາຈູ ແລະ ເພງພື້ນເມືອງໄວ້”.
“ນ້ອງເຫັນວ່າ ຂັບກາຈູຍາກພໍສົມຄວນ ແຕ່ນ້ອງຮູ້ສຶກດີເມື່ອໄດ້ຮຽນຂັບກາຈູ. ນ້ອງ ພ້ອມກັບໝູ່ ກໍໄດ້ໄປສະແດງຂັບກາຈູຢູ່ສາລາບ້ານ, ໂຮງລະຄອນໃຫຍ່. ນ້ອງຮູ້ສຶກພາກພູມໃຈເມື່ອໄດ້ປະກອບສ່ວນແຜ່ກະຈາຍສິລະປະຂັບກາຈູໃຫ້ຫຼາຍໆຄົນ”.
ລາຍການຂັບກາຈູ ຢູ່ສາລາບ້ານ ຮ່າງເກັງ (ພາບ: VOV) |
ນອກຈາກໂຮງຮຽນປະຖົມ ຫງວຽນວັນໂຕ ແລ້ວ, ຂັບກາຈູ ຍັງໄດ້ສອນໃຫ້ນັກຮຽນຢູ່ໂຮງຮຽນແຫ່ງຕ່າງໆຢູ່ແຂວງ ຫາຍຟ່ອງ ອີກດ້ວຍ, ເປັນຕົ້ນແມ່ນ: ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ຮວ່າບິ່ງ, ໂຮງຮຽນຊັ້ນກາງວັດທະນະທຳສິລະປະ ຫາຍຟ່ອງ.
ນອກຈາກນັ້ນແລ້ວ, ຢູ່ ຫາຍຟ່ອງ, ມີຫຼາຍສະໂມສອນຂັບກາຈູ ໄດ້ຮັບການສ້າງຕັ້ງຂຶ້ນ ເຊັ່ນ: ສະໂມສອນຂັບກາຈູ ດົງໂມນ, ສະໂມສອນຂັບ ກາຈູ ອານບຽນ, ສະໂມສອນຂັບກາຈູ ສູນວັດທະນະທຳເມືອງ ໂງກວ່ຽນ… ບັນດາສະໂມສອນເຫຼົ່ານັ້ນ ລ້ວນແຕ່ມານະພະຍາຍາມຟື້ນຟູ ແລະ ອະນຸລັກຮັກສາການຂັບກາຈູ ຢູ່ນະຄອນ ຫາຍຟ່ອງ, ເຊິ່ງເປັນໜຶ່ງໃນບັນດາອູ່ສິລະປະຂັບກາຈູເຂດແຄມທະເລພາກເໜືອ ຫວຽດນາມ. ນັກສິລະປີນດີເດັ່ນ ໂດ໋ກວຽນ, ຫົວໜ້າກອງສິລະປະກອນຂັບກາຈູ ຫາຍຟ່ອງ, ເຊິ່ງເປັນໜຶ່ງໃນບັນດາບຸກຄົນທີ່ມີການປະກອບສ່ວນສຳຄັນເຂົ້າໃນການຟື້ນຟູສິລະປະຂັບກາຈູ ຢູ່ ຫາຍຟ່ອງ ແບ່ງປັນວ່າ:
“ພວກຂ້າພະເຈົ້າຟື້ນຟູບັນດາບົດຂັບກາຈູແຕ່ປີ 1993. ລຸ້ນພໍ່ລຸ້ນອ້າຍໄດ້ຖ່ອຍທອດໄວ້ໃຫ້, ດຽວນີ້ ພວກຂ້າພະເຈົ້າກໍຖ່າຍທອດໃຫ້ຄົນລຸ້ນຫຼັງ. ພວກຂ້າພະເຈົ້າກໍໄດ້ສົມທົບກັບສະຖາບັນວັດທະນະທຳສິລະປະແຫ່ງຊາດເພື່ອສ້າງໂຄງການດັດປັບຄືນທຳນອງຈັງຫວະຂອງຂັບກາຈູ ໃຫ້ຖືກຕ້ອງຕາມມາດຕະຖານຂອງບັນດານັກສິລະປະກອນດີເດັ່ນ”.
ນັກສິລະປີນດີເດັ່ນ ຫງວຽນທິທູຮັ່ງ, ຜູ້ທີ່ໄດ້ຮັບການຂະໜານນາມວ່າ “ເປັນຍິງສາວທີ່ມີສຽງຂັບກາຈູມ່ວນທີ່ສຸດ ຢູ່ ຫວຽດນາມ, ປັດຈຸບັນ ເປັນປະທານສະມາສອນສິລະປະພື້ນເມືອງ ນະຄອນ ຫາຍຟ່ອງ ແລະ ກໍແມ່ນຜູ້ຖ່າຍທອດຂັບກາຈູ ໃຫ້ຄົນລຸ້ນໜຸ່ມ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ ເມື່ອມີຄົນລຸ້ນໜຸ່ມສືບທອດມູນເຊື້ອນີ້ໄວ້; ເຖິງວ່າຍັງໜຸ່ມ ແຕ່ເຂົາເຈົ້າກໍ່ມີຄວາມຮັກມັກສິລະປະຂັບກາຈູ. ເຂົາເຈົ້າສະຫຼາດຫຼາຍ ແລະ ຮຽນຮູ້ໄດ້ໄວຫຼາຍ. ບໍ່ພຽງແຕ່ມີເພື່ອນໜຸ່ມ, ຫາກຍັງມີພໍ່ປູ່ແມ່ຍ່າ, ພໍ່ແມ່ຂອງເຂົາເຈົ້າກໍມັກຂັບກາຈູ ກໍຄືສິລະປະພື້ນເມືອງ ເຊັ່ນດຽວກັນ.”
ເມື່ອມາຢາມນະຄອນທ່າກ່ຳປັ່ນໃນຊຸມວັນຕົ້ນລະດູບານໃໝ່, ແຂກທ່ອງທ່ຽວຈະມີໂອກາດໄດ້ຮັບຊົມ, ຮັບຟັງລາຍການຂັບກາຈູຢູ່ປະຕູສາລາບ້ານໃນບັນຍາກາດອັນສັກກະລະບູຊາ ຢູ່ສາລາບ້ານ ຮ່າງເກັງ ຫຼື ສາລາບ້ານ ອານບຽນ. ໃນໂອກາດບຸນເຕັດ, ການຂັບກາຈູກໍໄດ້ຮັບການສະແດງ ແລະ ແນະນຳຢູ່ສວນອຸທິຍານ ຍ່າແກ່ນ ນະຄອນ ດ້ວຍບັນດາແບບວິທີທີ່ເໝາະສົມ ເພື່ອໃຫ້ມະຫາຊົນມີຄວາມເຂົ້າໃຈກ່ຽວກັບມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດຕື່ມອີກ.
ຄວາມມານະພະຍາຍາມຖ່າຍທອດ ແລະ ອະນຸລັກຮັກສາຂັບກາຈູຂອງບັນດານັກສິລະປະກອນ ແລະ ການສືບທອດຂອງຄົນລຸ້ນໜຸ່ມ ແມ່ນຂົວຕໍ່ເພື່ອນຳຂັບກາຈູໄດ້ເຊື່ອມຕົວເຂົ້າກັບຊີວິດທີ່ທັນສະໄໝ. ເມື່ອລະດູບານໃໝ່ວຽນມາ, ບັນດາທຳນອງຂັບກາຈູ ໄດ້ດັ່ງຂຶ້ນ, ຄືດັງສຽງບອກເຕືອນທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈກ່ຽວກັບຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ./.




