
ເພື່ອນ ມາລິວອນ, ຢູ່ວຽງຈັນ ສົ່ງອີແມວມາຍັງລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຢູ່ສຳນັກສະພາແຫ່ງຊາດຫຼັງໃໝ່. ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ສຳນັກສະພາແຫ່ງຊາດຫຼັງໃໝ່ນີ້ ໄດ້ຮັບການລົງມືກໍ່ສ້າງແຕ່ເວລາໃດ? ຕັ້ງຢູ່ໃສ? ແລະ ມີເນື້ອທີ່ທັງໝົດກວ້າງເທົ່າໃດ?
ເພື່ອນ ມາລິວອນ ທີ່ຮັກແພງ, ສຳນັກສະພາແຫ່ງຊາດຫຼັງໃໝ່ໄດ້ເລີ່ມລົງມືກໍ່ສ້າງເມື່ອເດືອນ 10/2009 ຢູ່ຖະໜົນ ດົກເລີບ, ຕໍ່ໜ້າແມ່ນສຸສານປະທານໂຮ່ຈິນິນ ແລະ ໃກ້ກັບປູຊະນິຍະສະຖານ ຮ່ວາງແທ່ງທັງລອງ. ສຳນັກສະພາແຫ່ງຊາດຫຼັງໃໝ່ ສູງ 39 ມ, ໄດ້ອອກແບບເປັນຮູບຈະຕຸລັດ, ລວມມີ 7 ຊັ້ນໃນນັ້ນມີ 2 ຊັ້ນໃຕ້ດິນ. ດ້ວຍເນື້ອທີ່ທັງໝົດແມ່ນ 60.000 ຕາແມັດ, ມີຫ້ອງປະຊຸມໃຫຍ່, ນ້ອຍກວ່າ 80 ຫ້ອງ. ໃນນັ້ນ, ຫ້ອງປະຊຸມຕົ້ນຕໍແມ່ນຕັ້ງຢູ່ໃຈກາງເປັນຮູບວົງມົນສາມາດບັນຈຸຜູ້ແທນໄດ້ 600 ຄົນ. ກິດຈະກຳໄດ້ຮັບການຕີລາຄາວ່າ ມີຂອບຂະໜາດໃຫຍ່, ສັບສົນກວ່າໝູ່ນັບແຕ່ກອນມາຮອດປະຈຸບັນຢູ່ຫວຽດນາມ ໂດຍນັກປະມູນຫວຽດນາມ ກໍ່ສ້າງເອງ.
ສ້າງຕັ້ງ 4 ໜ່ວຍປ້ອງກັນ, ຕ້ານພະຍາດ Ebola
(ພາບປະກອບ: TTXVN)
ເພື່ອນວົງຄຳ, ແຂວງຫົວພັນ ສົ່ງອີແມວມາຍັງລາຍການໂດຍຖາມວ່າ: ປະຈຸບັນພະຍາດ Ebola ພວມຜັນແປໄປຢ່າງສັບສົນ, ມີໄພແຜ່ລາມອອກສູ່ຫຼາຍປະເທດ. ສະນັ້ນ, ຂ້າພະເຈົ້າຢາກຮູ້ວ່າ, ຫວຽດນາມ ໄດ້ມີບັນດາບາດກ້າວການກະກຽມຄືແນວໃດແດ່ ໃນການປ້ອງກັນ ຕ້ານພະຍາດ Ebola?
ເພື່ອນວົງຄຳ ທີ່ຮັກແພງ, ຕອນເຊົ້າວັນທີ 20/10, ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດກອງປະຊຸມຂ່າວລາຍງານໂລກລະບາດ ໂດຍເຊື້ອ Ebola ກໍ່ຂຶ້ນໃນທົ່ວໂລກ ແລະ ເຜີຍແຜ່ການເຄື່ອນໄຫວປ້ອງກັນ ຕ້ານພະຍາດນີ້ຢູ່ຫວຽດນາມ. ທີ່ກອງປະຊຸມຈ່າວ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ ໃຫ້ຂໍ້ສັງເກດວ່າ, ສະພາບໂລກພະຍາດ Ebola ໃນໂລກພວມຜັນແປຢ່າງສັບສົນທີ່ສຸດ, ຈຳນວນຜູ້ຕິດພະຍາດ ແລະ ເສຍຊີວິດນັບມື້ນັບເພີ່ມຂຶ້ນ. ມາຮອດປະຈຸບັນ, ຫວຽດນາມ ຍັງບໍ່ທັນມີກໍ່ລະນີ້ໃດຕິດພະຍາດ Ebola.
ເພື່ອປ້ອງກັນ, ຕ້ານພະຍາດບໍ່ໃຫ້ແຜ່ລາມອອກ ແລະ ແຊກຊຶມເຂົ້າຫວຽດນາມ, ກະຊວງສາທາລະນະສຸກໄດ້ ແລະ ພວມຮີບເຮັ່ງກະກຽມບັນດາມາດຕະການຮັບມືເມື່ອມີພະຍາດເກີດຂຶ້ນ. ໃນນັ້ນໄດ້ຜັນຂະຫຍາຍບັນດາມາດຕະການຄື:
- ສ້າງຕັ້ງ 4 ໜ່ວຍປ້ອງກັນ, ຕ້ານພະຍາດ Ebola ສຸກເສີນ, ເຊິ່ງຕັ້ງຢູ່ພາກເໜືອ, ພາກກາງ, ພາກໃຕ້, ເຂດໃຕ້ງວຽນ ເພື່ອຕອບສະໜອງ ແລະ ຊີ້ນຳຢ່າງທັນການ ໃນກໍລະນີມີຜູ້ຖືກສົງໄສວ່າຕິດພະຍາດ Ebola.
- ຈັດຕັ້ງບັນດາການຝຶກອົບຮົມປ້ອງກັນ, ຕ້ານພະຍາດ ແລະ ຈັດຕັ້ງກອງປະຊຸມເປັນປະຈຳ ເພື່ອສະໜອງຂໍ້ມູນ, ປຶກສາຫາລືມາດຕະການປ້ອງກັນ, ຕ້ານພະຍາດ.
- ເປັນເຈົ້າການຍົກອອກມາດຕະການຕິດຕາມກວດກາ ແລະ ປ້ອງກັນ, ຕ້ານໂລກພະຍາດບໍ່ໃຫ້ແຜ່ລາມອອກຜ່ານດ່ານຊາຍແດນຢ່າງມີປະສິດທິຜົນ.
- ຜັນຂະຫຍາຍລະບົບຂ້າເຊື້ອພະຍາດເຄື່ອນທີ ຢູ່ສະໜາມບິນໂນ້ຍບ່າຍ ແລະ ເຕີນເຊີນຍືດ ເພື່ອແກ້ໄຂ, ແຍກຕົວກໍລະນີເຂົ້າເມືອງທີ່ຖືກສົງໄສວ່າຕິດພະຍາດ Ebola ຢ່າງທັນການ.
- ອັບເດັດ ແລະ ເຜີຍແຜ່ບັນດາຂໍ້ມູນກ່ຽວຂ້ອງເຖິງພະຍາດ Ebola ທາງສື່ມວນຊົນເປັນປະຈຳເພື່ອໃຫ້ປະຊາຊົນກຳໄດ້.
- ສ້າງສາຍໂທລະສັບດ່ວນເພື່ອແກ້ໄຂຂໍ້ຂ້ອງໃຈໃຫ້ແກ່ປະຊາຊົນ, ຜູ້ເຂົ້າເມືອງເມື່ອມີຄວາມຈຳເປັນ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າມີຄວາມສົນໃຈເຖິງບັນຫາໃດໜຶ່ງ, ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com.



