(vovworld) – ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບຈາກທ່ານຜູ້ຟັງລາວ ຫຼາຍທ່ານ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນ ເພດມະລີ ດວງດີ, ຢູ່ແຂວງຫຼວງພະບາງ ໄດ້ສົ່ງອີແມວມາລາຍການໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ຂ້າພະເຈົ້າໄດ້ຮັບຝັງຂ່າວທາງວິທະຍຸກະຈາຍສຽງກ່ຽວກັບພິທີຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານ ຊຽງວາງ, ເຊິ່ງແມ່ນສະຖານທິ່ລຸ່ງໂຮ່ ເຄີຍດຳລົງຊີວິດ ແລະ ເຄື່ອນໄຫວປະຕິວັດ, ເນື່ອງໃນໂອກາດວັດຄ້າຍວັນເກີດຂອງເພີ່ນ ຄົບຮອບ 125 ປີ (19/05/1890 – 18/05/2015), ຜ່ານລາຍການ ຂ້າພະເຈົ້າຢາກຮູ້ຕື່ມກ່ຽວກັບການເຄື່ອນໄຫວນີ້ .
ເພື່ອນ ເພດມະລີ ດວງດີ ທີ່ຮັກແພງ, ວັນທີ 16/05 ຜ່ານມາ, ສະຖານທູດຫວຽດນາມ ປະຈຳລາວ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ຈັດພິທີຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານ ຊຽງວາງ, ເຊິ່ງແມ່ນສະຖານທີລຸ່ງໂຮ່ ເຄີຍດຳລົງຊີວິດ ແລະ ເຄື່ອນໄຫວປະຕິວັດ. ພິທີຖະຫວາຍທູບທຽນ ຖືກດຳເນີນໄປກົງກັບໂອກາດທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນຫວຽດນາມ ທຸກຊັ້ນວັນນະ ຈັດພິທີສະເຫີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ. ທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ຢັ້ງຢືນວ່າ, ໃນຄາວຍັງມີຊີວິດຢູ່, ຍາມໃດປະທານໂຮ່ຈິມິນ ກໍ່ເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັບແບບພິເສດ, ຮ່ວມສຳພັນສູ້ຮົບຫວຽດນາມ - ລາວ, ເພີ່ນໄດ້ພ້ອມກັບບັນດາການນຳພັກ ແລະ ລັດລາວ ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງສາຍພົວພັນອບບພິເສດຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ກໍ່ທີ່ພິທີ, ທ່ານ ສາຍຂອງ ສາຍນາສິນ, ເລຂາທິການໃຫຍ່ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ໃຫ້ຮູ້ວ່າ.

(ສູນສອນພາສາຫວຽດ ຢູ່ເມືອງວຽງໄຊ, ແຂວງຫົວພັນ)
ເພື່ອນ ສຸກມະລີວົງ ຢູ່ແຂວງ ໄຊຍະບຸລີ ໄດ້ສົ່ງອີແມວມາລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ໜູນຊ່ວຍລາວ ກໍ່ສ້າງສູນສອນພາສາຫວຽດ ຢູ່ແຂວງ ຫົວພັນ, ຂ້າພະເຈົ້າຢາກຮູ້ວ່າ, ກິດຈະກຳນີ້ມີຄວາມໝາຍຄືແນວໃດສຳລັບ 2 ປະເທດຫວຽດນາມ ແລະ ລາວ?
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຍັງລາຍການເພື່ອປະກອບຄຳເຫັນ ຊ່ວຍລາຍການນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼືສົ່ງອີແມວດ້ວຍລະຫັດ laovov@yahoo.com ຫຼື laovov5@gmail.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວທີ່ຈະຕອບສະໜອງຕາມຄວາມປະສົງຂອງທຸກໆທ່ານ.




