(vovworld) – ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບຈາກທ່ານຜູ້ຟັງລາວ ຫຼາຍທ່ານ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ເພື່ອນພິດສະໝີ ເອກະລາດ, ຢູ່ແຂວງໄຊຍະບູລີ ໄດ້ສົ່ງອີແມວມາຍັງລາຍການຢາກຮູ້ກ່ຽວກັບຜົນຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ໃນໄລຍະຜ່ານມາ.
ເພື່ອນພິດສະໝີ ເອກະລາດ ທີ່ຮັກແພງ, ໃນໄລຍະຜ່ານມາ, VOV ໄດ້ຈັດການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ທີ່ສະຫງວນໃຫ້ຜູ້ຟັງ VOV ທຸກທ່ານ, ເຊິ່ງແມ່ນຊາວຕ່າງປະເທດຢູ່ທຸກທະວີບ ແລະ ຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ. ກຳນົດເວລາຮັບບົດເສັງສຸດທ້າຍແມ່ນໃນວັນທີ 30/06/2015 ຕາມກາໄປສະນີບ່ອນຝາກ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຮັບບົດເສັງຫຼາຍບົດຈາກຜູ້ຟັງຢູ່ປະເທດຕ່າງໆ. ປະຈຸບັນ, ຄະນະຈັດຕັ້ງພວມກວດໃຫ້ຄະແນນ, ຜົນຂອງການເສັງຈະໄດ້ຮັບການປະກາດໃນໄວໆນີ້. ເວລາໃດມີຜົນການເສັງ, ພວກຂ້າພະເຈົ້າຈະສົ່ງອີແມວເຖິງເພື່ອນ. ຂໍ້ຂອບໃຈເພື່ອນທີ່ໄດ້ເຂົ້າຮ່ວມການເສັງ ແລະ ຫວັງວ່າ ເພື່ອນຈະສືບຕໍ່ສົ່ງຈົດໝາຍມາຍັງລາຍການ, ເພື່ອປະກອບຄຳເຫັນເຮັດໃຫ້ລາຍການນັບມື້ນັບດີຂຶ້ນ.

ເພື່ອນດາລາວັນ, ແຂວງຄຳມ່ວນ ໄດ້ສົ່ງອີແມວມາຍັງລາຍການ, ໂດຍໃຫ້ຮູ້ວ່າ: ໄລຍະຜ່ານມາ, ຢູ່ແຂວງຄຳມ່ວນ ໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບທີ່ເປັນມູນເຊື້ອດ້ວຍຫົວຂໍ້ວ່າ “ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ” ລະຫວ່າງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ. ຂ້າພະເຂົ້າຢາກຮູ້ຕື່ມກ່ຽວກັບງານພົບປະນີ້.
ເພື່ອນດາລາວັນ ທີ່ຮັກແພງ, ວັນທີ 27/07 ຜ່ານມາ, ເພື່ອແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກຫວຽດນາມ - ລາວ, ຄຳນັບຊົມເຊີຍ 70 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນສະຖາປະນາຫວຽດນາມ, 40 ປີແຫ່ງວັນສະຖາປະນາລາວ ແລະ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ. ໃນລະຫວ່າງວັນທີ 25 – 29/07, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ສົມທົບກັບອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຄຳມ່ວນ ແລະ ແຂວງ ເງະອານ ຈັດຕັ້ງານພົບປະແລກປ່ຽນມິດຕະພາບທີ່ເປັນມູນເຊື້ອ ຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ”. ງານພົບປະແລກປ່ຽນຖືກດຳເນີນໄປດ້ວຍຫຼາຍຮູບແບບ ແລະ ເນື້ອໃນທີ່ອຸດົມສົມບູນ, ແທດຈິງ, ມີຊີວິດສີວາ. ຜ່ານບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນ, ແຂ່ງຂັນກິລາ, ສິລະປະ, ຊອກຮູ້ສະພາບຕົວຈິງຂັ້ນຮາກຖານ… ໄດ້ຊ່ວຍໃຫ້ພະນັກງານຂອງ 2 ຄະນະພົວພັນຕ່າງປະເທດ, ກໍຄືພະນັກງານຂອງ 2 ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຂອງ 2 ແຂວງ ຄຳມ່ວນ ແລະ ເງະອານ ນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືຢ່າງແໜ້ນແຟ້ນນຳກັນ, ມີປະສິດທິຜົນໃນການເຄື່ອນໄຫວຕ່າງໆ. ຕີລາຄາກ່ຽວກັບງານພົບປະມິດຕະພາບຄັ້ງນີ, ທ່ານນາງສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພົນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ແບ່ງປັນວ່າ.
ກໍທີ່ງານພົບປະ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໃຫ້ຮູ້ວ່າ.
“ນີ້ແມ່ນໂອກາດເພື່ອແລກປ່ຽນບົດຮຽນຢ່າງເລິກເຊິ່ງກວ່າ, ຮ່ຳຮຽນເຊິ່ງກັນ ແລະ ກັນທາງດ້ານພຶດຕິກຳຕົວຈິງຂອງວຽກງານ ແລະ ບົນພື້ນຖານນັ້ນ ຍົກສູງກຳລັງຄວາມສາມາດດ້ານການຄຸ້ມຄອງ ກໍຄືຄວາມສາມາດເປັນເສນາທິການຂອງຄະນະພົວພັນຕ່າງປະເທດຂອງ 2 ພັກ. ຄວາມໝາຍ ແລະ ຜົນປະໂຫຍດຂອງງານພົບປະຄັ້ງນີ້ແມ່ນມີຄວາມຈຳເປັນທີ່ສຸດ. ງານພົບປະຄັ້ງນີ້ ພິເສດກວ່າຄັ້ງກ່ອນໆນີ້, ຍ້ອນຖືກດຳເນີນໄປຢູ່ທັງ 2 ທ້ອງຖິ່ນແມ່ນເງະອານ ແລະ ຄຳມ່ວນ, ນີ້ລ້ວນແຕ່ແມ່ນເຂດດິນທີ່ມີປູສະນີ້ຍະສະຖານປະຫວັດສາດປະຕິວັດຫຼາຍແຫ່ງ”.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com.




