
ທ່ານ ສຸກັນຍາ ອິນທະວົງ, ເຮັດວຽກຢູ່ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງ ເຊກອງ ໄດ້ສົ່ງ ອີແມວເຖິງລາຍການໂດຍຂຽນວ່າ: ຂ້າພະເຈົ້າເຫັນວ່າ: ລາຍການພາສາລາວ ມີປະໂຫຍດຫຼາຍສຳລັບຄົນລາວ ຢູ່ ສສ ຫວຽດນາມ ກໍ່ຄືຢູ່ລາວ. ເນື່ອງໃນໂອກາດໃກ້ສົ່ງທ້າຍປີເກົ່າ 2012 ແລະ ຕ້ອນຮັບປີໃໝ່ 2013 ຈະມາເຖິງນີ້, ຂ້າພະເຈົ້າຂໍອວຍພອນໄຊແດ່ບັນດາທ່ານ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ຮັ່ງມີຜາສຸກພ້ອມດ້ວຍຄອບຄົວຊົ່ວກາລະນາດ້ວຍເຖີດ.
ທ່ານ ດ່ວານວັນມິນ, ປະຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ວຽງຈັນ ໄດ້ຝາກບັດອວຍພອນປີໃໝ່ດ້ວຍເນື້ອໃນທີ່ວ່າ: ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມລາຍການຜ່ານ ອີນເຕີເນັດ ເປັນປະຈຳ, ຂ້າພະເຈົ້າດີໃຈຫຼາຍເມື່ອມີຂ່າວບົດ ໄດ້ຮັບການອັບເດດເປັນປະຈຳ ແລະ ທັນການ. ຜ່ານລາຍການ, ຂ້າພະເຈົ້າໄດ້ຮຽນຮູ້ພາສາລາວໄດ້ເພີ່ມອີກຫຼາຍ, ພິເສດແມ່ນບັນດາຄຳສັບກ່ຽວກັບດ້ານການເມືອງ. ນັບແຕ່ເວລາລາຍການໄດ້ສະເໜີຜ່ານອິນເຕີເນັດມາຮອດປະຈຸບັນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຫຼາຍ. ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ ເພື່ອອຸທິດສ່ວນ ແລະ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ.
ທ່ານນາງ ຕະທູຮ່າ, ເປັນພະນັກງານ ບໍລິສັດ ດົງເຢຶອງແຊງ ແປວ່າ ອີນດູຈີນຂຽວ ໄດ້ສ່ົງຈົດໝາຍເຖິງລາຍການໂດຍຂຽນວ່າ: ຂ້າພະເຈົ້າໃນອະດິດແມ່ນນັກສຶກສາຫວຽດນາມ ຮຽນຢູ່ລາວ ໃນສົກຮຽນ 2003 – 2009, ໄດ້ກັບເມືອປະເທດ ແລະ ເຮັດວຽກເວລາບໍ່ດົນປານໃດ. ປະຈຸບັນ, ຂ້າພະເຈົ້າພວມເຮັດວຽກເປັນໃຫ້ບໍລິສັດຮ່ວມທຸລະກິດລາວ - ຫວຽດນາມ, ແຕ່ວ່າເວລາໃຊ້ພາສາລາວ ບໍ່ໄດ້ຫຼາຍປານໃດ. ຜ່ານລາຍການຂອງພວກເພື່ອນ, ຂ້າພະເຈົ້າມີໂອກາດທົບທວນຄື້ນພາສາລາວ ກໍຄືຕິດຕາມຂ່າວພາຍໃນ ແລະ ຕ່າງປະເທດ. ປີໃໝ່ 2013, ອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ.

ຖ້າຫາກຢາກຟາກຈົດໝາຍປະກອບຄຳເຫັນໃຫ້ລາຍການ, ທ່ານຜູ້ຟັງສາມາດຟາກຈົດໝາຍໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົມບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາຍັງລາຍການໂດຍກົງຕາມເບີໂທ: 04.38256631, ອີແມວ: Laovov@.yahoo.com. ພວກເຮົາຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.
ເພື່ອມ້ວນທ້າຍລາຍການຕອບຈົດໝາຍໃນມື້ນີ້, ບັນນາທິການພາກພາສາລາວ ຂໍຝາກບົດເພງ Mua Xuan Hat ແປ່ວ່າ ສຽງຂັບຮ້ອງຍາມລະດູບານໃໝ່ ສະເໜີໂດຍນັກຮ້ອງ ໂຮ່ກວຽງເຮືອງເຖິງທ່ານຜູ້ຟັງທຸກໆທ່ານ. ຫວັງວ່າ ດ້ວຍສຽງເພງທີ່ມ່ວນໆ ທ່ານຜູ້ຟັງທຸກທ່ານຈະມີຄວາມໂຊກດີ ແລະ ມ່ວນຊື່ນຕະຫຼອດປີໃໝ່. ພົບກັນໃໝ່ໃນລາຍການໜ້າ, ສະບາຍດີ.




