(vovworld) – ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຮັບໂທລະສັບ, ອີແມວ, ຈາກຜູ້ຟັງລາວ ທີ່ສົ່ງມາລາຍການໂດຍຢາກຊອກຮູ້ກ່ຽວກັບການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ. ນອກຈາກນັ້ນ, ທ່ານຜູ້ຟັງຍັງເອົາໃຈໃສ່ເຖິງບັນດາເຫດການພົ້ນເດັ່ນຂອງຫວຽດນາມ ໃນອາທິດຜ່ານມາ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ໃນອາທິຜ່ານມາ, ມີຜູ້ຟັງລາວບາງທ່ານໄດ້ໂທລະສັບມາຍັງລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ (VOV) ເພື່ອສະແດງຄວາມຂອບໃຈ VOV ທີ່ໄດ້ຝາກໃບຢັ້ງຢືນ, ຂອງຂວັນໃຫ້ຜູ້ຝັງ VOV ຕະຫຼອດໄລຍະ 3 ປີ ແລະ 5 ປີ, ນອກນັ້ນທ່ານຜູ້ຟັງຍັງອວຍພອນໃຫ້ລາຍການພາກພາສາລາວ ນັບມື້ນັບມີຫຼາຍເນື້ອໃນອຸດົມສົມບູນ, ເປັນເອກະລັກສະເພາະກວ່າອີກເພ່ືອຮັບໃຊ້ຜູ້ຟັງ.
ລາຍການພາກພາສາລາວ, VOV ຂໍຂອບໃຈທ່ານຜູ້ຟັງທັງຫຼາຍທີ່ໄດ້ໂທລະສັບ, ສົ່ງອີແມວມາຍັງລາຍການສະແດງຄວາມຂອບໃຈ ເມື່ອໄດ້ຮັບຂອງຂວັນໂດຍ VOV ມອບໃຫ້. ຫວັງວ່າ, ໃນໄລຍະຈະມາເຖິງ, ທ່ານຜູ້ຟັງຈະສືບຕໍ່ຕິດຕາມຮັບຟັງ ແລະ ປະກອບຄຳເຫັນໃຫ້ລາຍການຫຼາຍກວ່າອີກ, ເພື່ອໃຫ້ລາຍການນັບມື້ນັບອຸດົມສົນບູນ, ດຶດດູດໃຈຜູ້ຟັງ ແລະ ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂອງທ່ານຜູ້ຟັງ.
ປີ 2015 ແມ່ນປີທີ່ຫວຽດນາມມີເຫດການສຳຄັນຫຼາຍຢ່າງເຊັ່ນ: 70 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ, 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ, 40 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. VOV ຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ“, ທີ່ສະຫງວນໃຫ້ຜູ້ຟັງ VOV ທຸກທ່ານ, ເຊິ່ງແມ່ນຊາວຕ່າງປະເທດຢູ່ທຸກທະວີບ ແລະ ຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ. ການເສັງຖືກຈັດຂຶ້ນແຕ່ວັນທີ 01/03/2015 – 31/06/2015.
ໃນເວລາແຕ່ວັນທີ 01/03 – 31/06/2015, VOV ໄດ້ຮັບບົດເສັງເປັນຈຳນວນຫຼາຍ ຈາກຜູ້ຟັງຢູ່ຫຼາຍປະເທດສົ່ງມາຍັງລາຍການ. ປະຈຸບັນ, VOV ໄດ້ປະກາດຜົນຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ“ ທາງວິທະຍຸກະຈາຍສຽງ ແລະ ອິນເຕີແນດແລ້ວ. ດັ່ງນັ້ນ, ທ່ານຜູ້ຟັງສາມາດເບິ່ງຄືນຢູ່ແວບໄຊ vov5.vn ຫຼື vovworld.vn. ແລະ ພິທີມອບລາງວັນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ“ ໃຫ້ຜູ້ຟັງທີ່ໄດ້ຮັບລາງວັນຈະຖືກຈັດຂຶ້ນຢ່າງສົມກຽດໃນວັນທີ 25/09, ຢູ່ສຳນັກງານ VOV, 58 ຖະໜົນ ກ໋ວານຊື໋, ຮ່າໂນ້ຍ.
ເພື່ອນ ເພດສະມອນ ແກ້ວດວງດີ, ຢູ່ແຂວງວຽງຈັນ, ໄດ້ສົ່ງອີແມວມາຍັງລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າມັກຟັງລາຍການ 54 ຊົນເຜົ່າຫວຽດນາມ, ບັນດາບົດຂຽນຂອງ VOV 5 ໄດ້ສະໜອງຂໍ້ມູນຫຼາຍຢ່າງ, ຊ່ວຍໃຫ້ຜູ້ຟັງສາມາດເຂົ້າໃຈກວ່າກ່ຽວກັບຮີດຄອງປະເພນີ, ວັດທະນະທຳທີ່ເປັນເອກະລັກສະເພາະ, ກໍຄືບັນດາຊຸດອາພອນພື້ນເມືອງຂອງບັນດາເຜົ່າຫວຽດນາມ.
ເພື່ອນສຸກສົມພອນ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາຍັງລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າສົນໃຈທີ່ສຸດເຖິງບັນດາຜົນງານ ທີ່ກ່ຽວຂ້ອງເຖິງການພົວພັນຮ່ວມມືລະຫວ່າງ 2 ປະເທດລາວ - ຫວຽດນາມ. ໃນໄລຍະຜ່ານມາ, ຂ້າພະເຂົ້າໄດ້ຮູ້ວ່າ, ຢູ່ລາວ ໄດ້ຈັດກອງປະຊຸມພົບປະບັນດາວິສາຫະກິດຫວຽດນາມ ຢູ່ລາວ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບດ້ານເນື້ອໃນ ກໍຄືຄວາມໝາຍຂອງກອງປະຊຸມນີ້ຕື່ມອີກໄດ້ບໍ່?
ເພື່ອນສຸກສົມພອນ ທີ່ຮັກແພງ, ວັນທີ 11/09 ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບກະຊວງອຸດສາຫະກຳການຄ້າຫວຽດນາມ ຈັດຕັ້ງກອງປະຊຸມພົບປະວິສາຫະກິດຫວຽດນາມ ຢູ່ລາວ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານໂດຍຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ, ຜູ້ຕາງໜ້າສະມາຄົມວິສາຫະກິດຫວຽດນາມ ປະຈຳລາວ ລາຍງານກ່ຽວກັບສະພາບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຫວຽດນາມ - ລາວ; ຮັບຟັງບົດລາຍງານທາບທາມຄວາມເຫັນກ່ຽວກັບສະພາບການລົງທຶນຂອງຫວຽດນາມ ຢູ່ລາວ. ຕາມນັ້ນແລ້ວ, ໄລ່ຮອດທ້າຍເດືອນ 06/2015 ຫວຽດນາມ ພວມແມ່ນນັກລົງທຶນໃຫຍ່ອັນດັບທີ 3 ຢູ່ສປປ.ລາວ, ດ້ວຍ 259 ໂຄງການລົງທຶນລວມຍອດຈຳນວນທຶນແມ່ນ 3,9 ຕື້ USD. ລາວ ກໍແມ່ນຕະຫຼາດລົງທຶນຕ່າງປະເທດໃຫຍ່ສຸດຂອງຫວຽດນາມ ໃນ 6 ເດືອນຕົ້ນປີ 2015. ກໍທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ ເຜີຍແຜ່ບັນດາເນື້ອໃນຕົ້ນຕໍ່ຂອງສັນຍາການຄ້າ 2 ຝ່າຍຫວຽດນາມ - ລາວ ແລະ ສັນຍາການຄ້າຊາຍແດນຫວຽດນາມ ລາວ ທີ່ໄດ້ຮັບການລົງນາມເມື່ອເດືອນ 03 ແລະ 06/2015. ທ່ານເລວັນເຟືອງ, ຮອງຜູ້ອຳນວຍການໃຫຍ່ປະຈຳການບໍລິສັດລົງທຶນ, ພັດທະນາວຽງຈັນ ໃຫ້ຮູ້ວ່າ.
“ເລື່ອງຫວຽດນາມ ແລະ ລາວ ລົງນາມໃນສັນຍາການຄ້າ 2 ຝ່າຍຫວຽດນາມ - ລາວ ແລະ ສັນຍາການຄ້າຊາຍແດນຫວຽດນາມ - ລາວ ໃນປີ 2015 ມີຄວາມໝາຍອັນໃຫຍ່ຫຼວງສຳລັບບັນດາວິສາຫະກິດ, ປະກອບສ່ວນຍົກສູງວົງເງິນຂາອອກ, ຂາເຂົ້າລະຫວ່າງ 2 ປະເທດ, ສົມກັບຄວາມມຸ່ງຫວັງຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ. ພິເສດ, ການລົງທຶນຂອງວິສາຫະກິດຫວຽດນາມ ເຂົ້າເຂດຊາຍແດນ, ເຂດຫ່າງໄກຊອກຫຼີກຂອງລາວ ໃຫ້ພັດທະນາຈະປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວ ດີຂຶ້ນ.”
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com




