logo

ຄົ້ນຫາວັດທະນະທຳ ບິ່ງດິ້ງ ດ້ວຍການເດີນທາງ

2025/5/12 | 09:00:00
(VOVWORLD) -ຕົ້ນເດືອນ ພຶດສະພາ, ນັກທ່ອງທ່ຽວ 100 ຄົນ ແລະ ຊາວແຂວງ ບິ່ງດິ້ງ ໄດ້ເດີນທາງດ້ວຍລົດໄຟທີ່ມີຊື່ວ່າ “ເສັ້ນທາງກັບຄືນດິນແດນມວຍພື້ນເມືອງ”. ການເດີນທາງທີ່ເປັນເອກະລັກນີ້ ໄດ້ພາແຂກທ່ອງທ່ຽວຄົ້ນຫາຄວາມງາມທາງດ້ານວັດທະນະທຳ, ອາຫານການກິນ ແລະ ສິລະປະພື້ນເມືອງຂອງທ້ອງຖິ່ນບົນເສັ້ນທາງລົດໄຟ ລະຫວ່າງນະຄອນ ກຸຍເຍີນ ແລະ ເທດສະບານ ຢຽວຈີ່ ແຂວງ ບິ່ງດິ້ງ
ແຂກທ່ອງທ່ຽວຄົ້ນຫາຖ້ຽວລົດໄຟ “ການເດີນທາງກັບຄືນດິນແດນມວຍພື້ນເມືອງ”

     ບິ່ງດິ້ງ ແມ່ນທ້ອງຖິ່ນເຕັມໄປດ້ວຍສີສັນວັດທະນະທຳ. ນອກຈາກລະບົບປູຊະນີຍະສະຖານທີ່ກ່ຽວຂ້ອງເຖິງວັດທະນະທຳ ຊາຮວິ່ງ, ສະຖາປັດຕະຍະກຳວິຫານທາດຈຳ… ແຂວງ ບິ່ງດິ້ງຍັງມີມໍລະດົກວັດທະນະທຳບໍ່ເປັນວັດຖຸຫຼາຍຢ່າງເຊັ່ນ ມວຍພື້ນເມືອງ, ຂັບບ້ວຍ, ຂັບຈອຍພື້ນເມືອງ, ບັນດາງານບຸນພື້ນເມືອງ, ໝູ່ບ້ານອາຊີບຫັດຖະກຳ ພ້ອມກັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ. ນີ້ແມ່ນຄວາມສາມາດບົ່ມຊ້ອນເພື່ອຂຸດຄົ້ນຜະລິດຕະພັນທ່ອງທ່ຽວວັດທະນະທຳ

     ຖ້ຽວລົດໄຟ “ການເດີນທາງວັດທະນະທຳກັບຄືນສູ່ດິນແດນມວຍພື້ນເມືອງ” ຈາກສະຖານນີລົດໄຟ ກຸຍຍີນ ທີ່ນະຄອນ ກຸຍເຍີນ ຫາສະຖານີລົດໄຟເມືອງ ຢຽວຈີ່ ເມືອງ ຕຸຍເຟຶອກ ປຽບເໝືອນຫໍພິພິທະພັນເຄື່ອນທີ່ ອັນໄດ້ນຳວັດທະນະທຳຍັບເຂົ້າໃກ້ກັບມວນຊົນຫຼາຍກວ

      ແຂກທ່ອງທ່ຽວເປັນຕົ້ນແມ່ນບັນດາຜູ້ທຳອິດໄປຢ້ຽມຢາມແຂວງ ບິ່ງດິ້ງ ໄດ້ມີໂອກາດເຂົ້າໃຈກ່ຽວກັບປະຫວັດສາດມູນເຊື້ອ ແລະ ວັດທະນະທຳທ້ອງຖິ່ນ ຜ່ານຄຳແນະນຳຂອງຜູ້ນຳທ່ຽວ. ຖ້ຽວລົດໄຟພິເສດນີ້ ບໍ່ພຽງແຕ່ຮັບໃຊ້ການທ່ອງທ່ຽວເທົ່ານັັ້ນ ຫາກຍັງແມ່ນຮູບແບບໂຄສະນາທີ່ມີຊີວິດຊິວາ ນຳລະດັບຄວາມຮູ້ວັດທະນະທຳຈາກປຶ້ມກາຍເປັນການຄົ້ນຫາຕົວຈິງ ແລະ ໃນການເດີນທາງ, ແຂກທ່ອງທ່ຽວຈະໄດ້ຢຸດແວ່ຢາມບັນດາປູຊະນີຍະສະຖານປະຫວັດສາດ. ທ່ານນາງ ຫງວຽນທິກີມຈຸງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ:

      “ພ້ອມກັບການຢ້ຽມຊົມທັດສະນະສຶກສາຢູ່ບັນດາສະຖານທີ່ວັດທະນະທຳປະຫວັດສາດ, ແຂກທ່ອງທ່ຽວຍັງໄດ້ຮັບການແນະນຳກ່ຽວກັບຂໍ້ມູນທາງດ້ານວັດທະນະທຳປະຫວັດສາດຢູ່ລຽບຕາມເສັ້ນທາງກ້າວເດີນ. ສິ່ງນີ້ມີຄວາມແຕກຕ່າງເມື່ອທຽບໃສ່ການເຄື່ອນຫຍາຍດ້ວຍທາງບົກ ຫຼື ທາງອາກາດ”.

     ຖ້ຽວລົດໄຟພິເສດກັບຄືນສູ່ດິນແດນມວຍພື້ນເມືອງ ໄດ້ກາຍເປັນການເຄື່ອນໄຫວທີ່ມີຊີວິດຊີວາ ໃນນັ້ນວັດທະນະທຳທີ່ເປັນເອກະລັກຂອງ ບິ່ງດິ້ງ ຄື ມວຍພື້ນເມືອງ, ສິລະປະຂັບບາຍຈອຍ, ຂັບຕວງ, ຂັບບ້ວຍ ໄດ້ຖືກສະແດງຢ່າງມີຊີວິດຊີວາ ແລະ ດຶງດູດໃຈຜູ້ຊົມ

     ພ້ອມກັນນັ້ນ ບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນຄື ແໜມ, ນ້ຳປາ, ບັ໊ນອິດ ແລະ ບັ໊ນກາຍ ພ້ອມກັບບັນດາຜະລິດຕະພັນ OCOP ກໍ່ແມ່ນມໍລະດົກວັດທະນະທຳສ່ວນໜຶ່ງ ເຊິ່ງຖ້ຽວລົດໄຟໄດ້ນຳມາສູ່ແຂກທ່ອງທ່ຽວ.

       “ເປັນຄັ້ງທຳອິດຂ້າພະເຈົ້າໄດ້ມາຢາມແຂວງ ບິ່ງດິ້ງ ແລະ ໄດ້ຄົ້ນຫາວັດທະນະທຳຢູ່ແຫ່ງນີ້. ຂ້າພະເຈົ້າຮູ້ສຶກປະທັບໃຈ ແລະ ຊົມຊອບຮູບແບບນີ້”. “ຂອງກິນແຊບຫຼາຍ, ບັນຍາກາດມ່ວນຊື່ນ ນ້ອງຊົມຊອບຮູບແບບທີ່ໃໝ່ອ່ຽມນີ້”.

       “ນີ້ເປັນເທື່ອທີ່ສອງທີ່ຂ້າພະເຈົ້າໄດ້ມາຢາມແຂວງ ບິ່ງດິ້ງ ແຕ່ເປັນຄັ້ງທຳອິດໄດ້ຄົ້ນຫາຜ່ານຖ້ຽວລົດໄຟນີ້. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ອາຫານການກິນຢູ່ທີ່ນີ້ ແລະ ຊາວແຂວງ ບິ່ງດິ້ງ ກໍ່ມີຈິດໃຈຮັກແພງແຂກ. ໃນຖ້ຽວລົດໄຟນີ້ຂ້າພະເຈົ້າໄດ້ກິນເຂົ້າໜົມຊະນິດໜຶ່ງ ເຊິ່ງແມ່ນອາຫານພິເສດຂອງທ້ອງຖິ່ນ, ຂ້າພະເຈົ້າເຫັນວ່າແຊບຫຼາຍ”.

     ຖ້ຽວລົດໄຟ “ການເດີນທາງກັບຄືນດິນແດນມວຍພື້ນເມືອງ” ຈະກາຍເປັນສ່ວນໜຶ່ງທີ່ສຳຄັນຂອງມໍລະດົກທ່ອງທ່ຽວວັດທະນະທຳ ບິ່ງດິ້ງ ອັນໄດ້ສ້າງການການເຊື່ອມຕໍ່ລະຫວ່າງ ການຄົ້ນຫາຜ່ານເສັ້ນທາງລົດໄຟ ແລະ ຄຸນຄ່າວັດທະນະທຳອັນແທ້ຈິງຂອງດິນແດນມວຍພື້ນເມືອງທັງເປັນການຊ່ວຍໂຄສະນາອະນຸລັກ ແລະ ພັດທະນາການທ່ອງທ່ຽວວັດທະນະທຳຢ່າງມີຫົວຄິດປະດິດສ້າງ. ປັດຈຸບັນແຂວງ ບິ່ງດິ້ງ ໄດ້ເປັນເຈົ້າການ ແລະ ມີຍຸດທະສາດຢ່າງຈະແຈ້ງ ໃນການນຳວັດທະນະທຳເຂົ້າສູ່ບັນດາຜະລດຕະພັນທ່ອງທ່ຽວອັນໄດ້ສ້າງຄວາມແຕກຕ່າງ ແລະ ຍົກກສູງຄຸນຄ່າທີ່ ໝັ້ນຄົງໃຫ້ແກ່ຂະແໜງທ່ອງທ່ຽວທ້ອງຖິ່ນ.

TAG
VOV/VOVworld/ມວຍ​ພື້ນ​ເມືອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ