logo

ຄວາມເຊື່ອໝັ້ນຂອງຜູ້ມີສິດເລືອກຕັ້ງແມ່ນການສະໜັບສະໜູນ, ຝາກຝັງໜ້າທີ່ຄວາມຮັບຜິດຊອບໄວ້ກັບສະໝັກຮັບເລືອກຕັ້ງສສຊ

2026/3/4 | 12:03:44
(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງວິວັດການປະຕິບັດງານ ແລະ ໂຄງການເຄື່ອນໄຫວຂອງບັນດາຜູ້ສະໝັກຮັບເລືອກຕັ້ງ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ການພົບປະ)

        ວັນທີ 04 ມີນາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16, ຫົວໜ່ວຍເລືອກຕັ້ງເລກທີ 12 ຂອງນະຄອນ ໂຮ່ຈີມິນ, ເຂົ້າຮ່ວມກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງຂອງບັນດາຕາແສງ, ຄື: ບ່າດຽມ, ຊວັນເທີຍເຊີນ, ຮອກມົນ, ດົງແທັງ, ຝູຮ່ວາດົ່ງ, ບິງມີ້. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກ, ດ້ວຍການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງກວ່າ 1.100 ຄົນ.

        ທີ່ກອງປະຊຸມ, ບັນດາຜູ້ມີສິດເລືອກຕັ້ງລ້ວນແຕ່ຕີລາຄາສູງວິວັດການປະຕິບັດງານ ແລະ ໂຄງການເຄື່ອນໄຫວຂອງບັນດາຜູ້ສະໝັກຮັບເລືອກຕັ້ງ, ປາດຖະໜາວ່າ ເມື່ອໄດ້ຮັບການເລືອກຕັ້ງ, ບັນດາຜູ້ແທນຈະຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ການກຳນົດທິດການກະທຳໃຫ້ກາຍເປັນວຽກງານລະອຽດ.

        ເມື່ອແບ່ງປັນກ່ຽວກັບບັນດາຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງກ່ຽວຂ້ອງເຖິງພາລະບົດບາດນິຕິບັນຍັດຂອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:

        “ສະມາຊິກສະພາແຫ່ງຊາດຕ້ອງຢູ່ພາຍໃຕ້ການຕິດຕາມຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນອີງໃສ່ໝາກຜົນຕົວຈິງ. ນັ້ນແມ່ນກຳລັງໜູນເພື່ອໃຫ້ສະມາຊິກສະພາແຫ່ງຊາດມີຄວາມເດັດດ່ຽວ, ມີຄວາມຮັບຜິດຊອບຫຼາຍກວ່າ. ສະພາແຫ່ງຊາດແມ່ນອົງການສິດອຳນາດສູງສຸດຂອງລັດ, ແຕ່ສິດອຳນາດນັ້ນແມ່ນເລີ່ມມາຈາກປະຊາຊົນ ແລະ ຕ້ອງຮັບໃຊ້ປະຊາຊົນ. ຂ້າພະເຈົ້າຕາງໜ້າໃຫ້ຜູ້ສະໝັກຮັບເລືອກຕັ້ງ 5 ສະຫາຍທີ່ຫົວໜ່ວຍເລືອກຕັ້ງເລກທີ 12, ຖ້າໄດ້ຮັບຄວາມໄວ້ວາງໃຈ, ພວກຂ້າພະເຈົ້າຈະມີການກະທຳບົນພື້ນຖານໂຄງການທີ່ໄດ້ໃຫ້ຄຳໝັ້ນສັນຍານັ້ນ. ຄວາມເຊື່ອໝັ້ນຂອງຜູ້ມີສິດເລືອກຕັ້ງບໍ່ພຽງແຕ່ແມ່ນການສະໜັບສະໜູນເທົ່ານັ້ນ, ຫາກຍັງແມ່ນການຝາກຝັງໜ້າທີ່ຄວາມຮັບຜິດຊອບໃຫ້ພວກຂ້າພະເຈົ້າປະຕິບັດເປັນຢ່າງດີ, ມີປະສິດທິຜົນກວ່າ”.

TAG
VOV/VOVworld/ຄຳໝັ້ນ/ສັນຍາ/ກຳນົດທິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ