logo

ຄູ່ສັດມຸງຄຸນໂຕງູ - ການປະດັບທີ່ມີລັກສະນະພິເສດຂອງ 2 ປະເທດ ຫວຽດນາມ - ລາວ

2025/2/6 | 09:00:00
(VOVWORLD) - ໄລ່ຮອດວັນທີ 02 ກຸມພາ, ມີແຂກມາຢ້ຽມຊົມ ປະມານ 50.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວ ລາວ ມີປະມານ 300 ເທື່ອຄົນ.
(ພາບປະກອບ: ອິນເຕີເນັດ)

 ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນມ ໄດ້ຮັບຈົດໝາຍ, ອີເມວ 764 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 30 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດຜ່ານມາ, ເພື່ອນ ຈັນແສງ ແລະ ເພື່ອນ ຄຳມີ ຢູ່ແຂວງ ຄຳມ່ວນ ໄດ້ໂທລະສັບມາຫາລາຍການພາກພາສາ ລາວ, ແບ່ງປັນວ່າ: “ເນື່ອງໃນໂອກາດບຸນເຕັດປະຈຳຊາດຂອງ ຫວຽດນາມ, ຂ້າພະເຈົ້າອວຍພອນໃຫ້ພະນັກງານ, ພາລະກອນ VOV ປີໃໝ່ຈົ່ງປະສົບແຕ່ສິ່ງທີ່ດີໆ. ຂໍອວຍພອນໃຫ້ພວກເພື່ອນມີສຸຂະພາບເຂັ້ມແຂງ, ໜ້າທີ່ການງານມີຄວາມສະດວກ. ຂ້າພະເຈົ້າຫວັງວ່າ, ບັນດາລາຍການຂອງ VOV ຈະນັບມື້ນັບດຶງດູດໃຈ, ອຸດົມສົມບຸນກວ່າເກົ່າ”.

ເພື່ອນ ທິດາ ກິດຈະເລີນ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: “ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຍົກລະດັບການພົວພັນກັບບັນດາຄູ່ຮ່ວມມືໃນໂລກຢ່າງຕໍ່ເນື່ອງ. ຂ້າພະເຈົ້າຫວັງວ່າ, ບັນດາຂອບເຂດການພົວພັນໃໝ່ດັ່ງກ່າວ ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງທີ່ແທດຈິງໃຫ້ແກ່ປະຊາຊົນ ຫວຽດນາມ, ຄືສ້າງຜົນສະທ້ອນທີ່ດີຕໍ່ພາກພື້ນ ອາຊຽນ ຂອງພວກເຮົາ”.

ສ່ວນເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: “ຂ້າພະເຈົ້າມີຄວາມສົນໃຈຕໍ່ຂົງເຂດ ວັດທະນະທຳ, ການບັນເທິງຢູ່ບັນດາປະເທດ ອາຊີ. ຫວ່າງມໍ່ໆມານີ້, ເມື່ອຮັບຟັງຫຼາຍລາຍການເພງ ຂ້າພະເຈົ້າເຫັນວ່າ, ຂົງເຂດບັນເທິງຂອງ ຫວຽດນາມ ພວມພັດທະນາຢ່າງວ່ອງໄວ, ເກືອບຄືວ່າສ້າງບາດກ້າວບຸກທະລຸໃຫຍ່ໃໝ່. ຂ້າພະເຈົ້າວັງວ່າ ຈະໄດ້ຮັບຟັງຫຼາຍບົດເພງຂອງໄວໜຸ່ມ ຫວຽດນາມ ແຕ່ງ ແລະ ຮ້ອງ”.

ຄູ່ສັດມຸງຄຸນໂຕງູທີ່ວາງສະແດງຢູ່ສວນສາທາລະນະຂອງເມືອງໃນໂອກາດບຸນເຕັດທີ່ຜ່ານມາ ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວຫຼາຍຄົນມາຊົມ  ແລະ ຖ່າຍຮູບ
(ພາບ: nld.com.vn)

ເພື່ອນ ຈັນບົວທອງ, ນັກສຶກສາ ລາວ, ພວມຮ່ຳຮຽນຢູ່ມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານ ນະຄອນ ໂຮ່ຈີມິນ ໄດສົ່ງຂໍ້ຄວາມມາທາງ Facebook ໃຫ້ຮູ້ວ່າ, ພາຍຫຼັງພັກວັນບຸນເຕັດຂອງ ຫວຽດນາມ, ຂ້າພະເຈົ້າໄດ້ຂັບລົດໃຫຍ່ມາ ຫວຽດນາມ ແລະ ໄດ້ຢຸດພັກຢູ່ເມືອງ ລາວບາວ. ເຫັນວ່າ, ຢູ່ທີ່ນີ້ມີຄູ່ສັດມຸງຄຸນໂຕງູງາມທີ່ສຸດ, ຢູ່ຂ້າງນັ້ນຍັງຕັ້ງສັນຍາລັກແມ່ນ ທາດຫຼວງ ແລະ ວັດເສົາດຽວຂອງ ຫວຽດນາມ. ຜ່ານນີ້, ຂ້າພະເຈົ້າເຫັນວ່າ, ນ້ຳໃຈລະຫວ່າງ 2 ປະເທດ ລາວ - ຫວຽດນາມ ນັບມື້ນັບສະໜິດແໜ້ນກວ່າເວລາໃດໝົດ. ຂ້າພະເຈົ້າຢາກຮູ້ວ່າ, ຄູ່ສັດມຸງຄຸນໂຕງູນີ້ ໄດ້ວາງຢູ່ທີ່ນີ້ແຕ່ເວລາໃດ?

ເພື່ອນ ຈັນບົວທອງ ທີ່ຮັກແພງ, ຄູ່ສັດມຸງຄຸນໂຕງູ ຢູ່ເທດສະບານເຂດຊາຍແດນ ລາວບາວ ໄດ້ຕັ້ງ, ວາງສະແດງໃນທ້າຍເດືອນ ມັງກອນ 2025. ທ່ານ ເລບາຮຸ່ງ, ປະທານຄະນະກຳມະການປະຊາຊົນເທດສະບານ ລາວບາວ, ເມືອງ ເຮືອງຮວາ, ແຂວງ ກວາງຈີ້ ໃຫ້ຮູ້ວ່າ, ຄູ່ສັດມຸງຄຸນໂຕງູທີ່ວາງສະແດງຢູ່ສວນສາທາລະນະຂອງເມືອງໃນໂອກາດບຸນເຕັດທີ່ຜ່ານມາ ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວຫຼາຍຄົນມາຊົມ  ແລະ ຖ່າຍຮູບ. ໄລ່ຮອດວັນທີ 02 ກຸມພາ, ມີແຂກມາຢ້ຽມຊົມ ປະມານ 50.000 ເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວ ລາວ ມີປະມານ 300 ເທື່ອຄົນ. ຈຸດທີ່ພິເສດແມ່ນ, ຄູ່ສັດມຸງຄຸນໂຕງູ ພ້ອມກັບການປະດັບທີ່ມີລັກສະນະພິເສດຂອງ 2 ປະເທດ ຫວຽດນາມ - ລາວ ແມ່ນວັດເສົາດຽວ (ຫວຽດນາມ) ແລະ ທາດຫຼວງ (ລາວ). ຢູ່ກາງຄູ່ສັດມຸງຄຸນໂຕງູນັ້ນໄດ້ປະດັບດ້ວຍຂົວ ແລະ ຮູບຫົວໃຈສີແດງ, ເປັນສັນຍາລັກໃຫ້ນ້ຳໃຈມິດຕະພາບ, ຄວາມສະໜິດແໜ້ນລະຫວ່າງ ຫວຽດນາມ - ລາວ ອ້າຍນ້ອງ ເວົ້າລວມ ແລະ ບັນດາເມືອງ, ບ້ານແຮກສ່ຽວຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ເວົ້າສະເພາະ.

ງານບຸນວັດເຮືອງປີ 2025
(ພາບ: laodong.vn)

ເພື່ອນ ພຸດທະສອນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງອີເມວມາຫາລາຍການ, ຢາກຊອກູ້ບັນດາການເຄື່ອນໄຫວງານບຸນ, ການເຫຼື້ອມໃສເຊື່ອຖືທາງດ້າວັດນະທຳຂອງປະຊາຊົນ ຫວຽດນາມ ໃນໂອກາດຕົ້ນປີໃໝ່. ເນື່ອງໃນໂອກາດຕົ້ນປີໃໝ່ໄດ້ຈັດງານບຸນໃດແດ່?

ເພື່ອນ ພຸດທະສອນ ທີ່ຮັກແພງ, ບຸນເຕັດຂອງ ຫວຽດນາມ, ແມ່ນວັນບຸນປະເພນີໃຫຍ່ ແລະ ສຳຄັນທີ່ສຸດຂອງຊາວ ຫວຽດນາມ, ກໍຄືຢູ່ຫຼາຍປະເທດຢູ່ ອາຊີ. ນີ້ແມ່ນໂອກາດສ້າງຂີດໝາຍຂອງການເລີ່ມຕົ້ນຂອງປີໃໝ່ ແລະ ບັນດາການເຄື່ອນໄຫວເຫຼື້ອມໃສເຊື່ອຖືຍາມຕົ້ນປີໃໝ່ ກໍຈັດຂຶ້ນຢ່າງຟົດຟື້ນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ຕໍ່ໄປນີ້, ທາງລາຍການຈະແນະນຳໃຫ້ເພື່ອນກ່ຽວກັບງານບຸນທີ່ພົ້ນເດັ່ນຈຳນວນໜຶ່ງຂອງ ຫວຽດນາມ ເນື່ອງໃນໂອກາດນີ້.

+ ງານບຸນວັດເຮືອງ: ງານບຸນວັດເຮືອງ ແມ່ນງານບຸນໃຫຍ່ໃນໂອກາດບຸນເຕັດຢູ່ ຫວຽດນາມ ໄດ້ຈັດຂຶ້ນໃນທຸກໆປີ ແລະ ດຶງດູດພຸດທະສາສະນິກກະຊົນແຕ່ພາກໃຕ້ມາພາກເໜືອເປັນຈຳນວນຫຼາຍ ມາຢ້ຽມຊົມ ແລະ ນະມັດສະການ. ງານບຸນຈັດຂຶ້ນຢູ່ເຂດປູສະນີຍະສະຖານວັດ ເຮືອງ, ຂຶ້ນກັບຕາແສງ ເຮືອງເຊີນ, ເມືອງ ມີດຶກ, ຮ່າໂນ້ຍ. ງານບຸນວັດ ເຮືອງ ຈັດຂຶ້ນແຕ່ເດືອນຈຽງ ຫາເດືອນ 3 (ໄລ່ຕາມຈັນທະປະຕິທິນ ແລະ ໄຂຂຶ້ນຢ່າງເປັນທາງການໃນວັນທີ 06 ເດືອນ ຈຽງ ໃນແຕ່ລະປີ.

+ ງານບຸນ ບຸນເຕັດ ອຽນຕື, ກວາງນິງ: ງານບຸນນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ສຸດຢູ່ພາກເໜືອຂອງ ຫວຽດນາມ, ໄດ້ຈັດຂຶ້ນແຕ່ວັນທີ 10 ເດືອນ ຈຽງ ຮອດເດືອນ 3 ປະຈຳປີ (ໄລ່ຕາມຈັນທະປະຕິທິນ). ງານບຸນ ບຸນເຕັດ ອຽນຕື ກວາງນິງ ໄດ້ຈັດຂຶ້ນຢູ່ເຂດພູ ອຽນຕື, ຕາແສງ ເທື້ອງອຽນກົງ, ເມືອງ ອວງບີ, ແຂວງ ກວາງນິງ. ງານບຸນໄດ້ເລີ່ມດຳເນີນດ້ວຍບັນດາພິທີກຳ ທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ເຂດຕິນພູ ອຽນຕື. ຕໍ່ຈາກນັ້ນ, ແມ່ນໄປນະມັດສະການ ຂຶ້ນວັດ ດົ່ງ, ນອນຢູ່ຍອດພູ.

+ ງານບຸນມວຍປ້ຳບ້ານ ຊິ່ງ ຢູ່ ເຫ້ວ: ງານບຸນມວຍປ້ຳບ້ານ ຊິ່ງ ຢູ່ ເຫ້ວ ໄດ້ມີປະຫວັດສາດກວ່າ 200 ປີ ແລະ ພັດທະນາຢ່າງຕໍ່ເນື່ອງມາຮອດປະຈຸບັນ. ແຕ່ລະປີ, ພາຍຫຼັງບຸນເຕັດ, ງານບຸນໄດ້ຈັດຂຶ້ນດ້ວຍຄວາມຫວັງໃຫ້ປະຊາຊົນມີສຸຂະພາບແຂງແຮງ, ໝູ່ບ້ານມີຄວາມສະຫງົບ, ລະດູການງອກງາມ, ຄວາມຜາສຸກມີຕໍ່ໝົດທຸກຄົນ. ງານບຸນມວຍປ້ຳບ້ານ ຊິ່ງ ເຫ້ວ ໄດ້ຈັດຂຶ້ນໃນວັນທີ 10 ເດືອນ ຈຽງ.

TAG
VOV/VOVworld/ສັດມຸງຄຸນ/ປີໃໝ່/ຄູ່ຮ່ວມມືໃນ/ບັນເທິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ