ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຫງວຽນທິກີມເງິນ ຮອງປະທານສະພາແຫ່ງຊາດ ນຳຫນ້າ ຫາກໍ່ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ເມຊີໂກ. ໃນໄລຍະຢູ່ຢ້ຽມຢາມເມຊີໂກ, ຄະນະໄດ້ມີການເຈລະຈາກັບການນຳສະພາສູງ, ສະພາຕຳ່, ຜູ້ຕາງຫນ້າບັນດາຄະນະກຳມາທິການສະພາແຫ່ງຊາດ ແລະ ປະທານກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບເມຊີໂກ ຫວຽດນາມ, ແນໃສ່ເພີ່ມທະວີການພົວພັນສອງຝ່າຍ. ທີ່ການເຮັດວຽກຄັ້ງຕ່າງໆນັ້ນ, ຝ່າຍເມຊີໂກ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະ ລັດຫວຽດນາມ ໃນວິວັດການຍົກສູງຊີວິດການເປັນຢູ່ຂອງ ປຊຊ ແລະ ຮັບຮູ້ວ່າ: ໃນໄລຍະສັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງ ແລະ ສຳຄັນໃນທຸກດ້ານ, ນຳປະເທດຊາດກ້າວຂຶ້ນ. ຝ່າຍ ເມຊີໂກ ກໍຕີລາຄາສູງບົດບາດຂອງສະພາແຫ່ງຊາດຫວຽດນາມ ໃນວິວັດການສ້າງສາ ແລະ ພັດທະນາເສດຖະກິດ ສັງຄົມ ພ້ອມທັງເຊີດຊູການເຂົ້າຮ່ວມຢ່າງຕັ້ງຫນ້າຂອງແມ່ຍິງຫວຽດນາມໃນທຸກການເຄື່ອນໄຫວສັງຄົມ ແລະ ຖືວ່າ ນີ້ແມ່ນແບບຢ່າງໃຫ້ແກ່ເມຊີໂກ ແລະ ປະຊາຊາດອື່ນໃນໂລກ./.




