(VOVWORLD) - ວັນທີ 22 ທັນວາ ປີ 1944, ຢູ່ຕີນພູ ສລາມກາວ, ໃນເຂດປ່າເຈິ່ນຮຶງດ້າວ, ຢູ່ຕາແສງ ຕາມກິມ, ເມືອງຫງວຽນບິ່ງ, ແຂວງ ກາວບັ່ງ, ມີນັກຮົບ 34 ຄົນໄດ້ຮ້ອງໂຮກ່າວ 10 ຄຳປະຕິຍານຕົວແຫ່ງກຽດສັກສີ, ເປັນຂີດໝາຍສ້າງຕັ້ງ ກອງໂຄສະນາທະຫານປົດປ່ອຍ ຫວຽດນາມເຊິ່ງແມ່ນຕົ້ນກຳເນີດຂອງກອງທັບປະຊາຊົນຫວຽດນາມ ໃນປັດຈຸບັນ. ຄຳປະຕິຍານຕົວ ຫງວຽນບິ່ງໃນປີນັ້ນ ຍາມໃດພະນັກງານ, ນັກຮົບລຸ້ນຕ່າງໆກໍ່ໄດ້ຮັກສາ, ຈົດຈຳຍ້ອນວ່ານັ້ນແມ່ນກຳລັງ, ແມ່ນພື້ນຖານເພື່ອໃຫ້ກອງທັບເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ພາບພິທີສ້າງຕັ້ງກອງໂຄສະນາທະຫານປົດປ່ອຍ ຫວຽດນາມ (ພາບ: VOV) |
ໃນຊຸມວັນເດືອນທັນວາ, ພວກຂ້າພະເຈົ້າໄດ້ໄປຢາມຄອບຄົວຂອງ ລຸງ ເຢືອງມາກທັງ, ລູກຊາຍຂອງທ່ານ ເຢືອງມາກແທັກ ນັກການເມືອງທຳອິດຂອງກອງໂຄສະນາທະຫານປົດປ່ອຍ ຫວຽດນາມ ຢູ່ຕາແສງ ມິງເຕິມ (ເມືອງຫງວຽນບິ່ງ, ແຂວງກາວບັ່ງ). ເຮືອນຂອງຄອບຄົວລຸງ ເຢືອງມາກແທັກ ເບິ່ງຄືວ່າແມ່ນຖານທີ່ໝັ້ນປອດໄພເພື່ອໃຫ້ບັນດາພະນັກງານຂອງພັກເຄື່ອນໄຫວປະຕິວັດ.
ຢູ່ທີ່ນີ້, ປະທານໂຮ່ຈີມິນເຄີຍມາຊີ້ນຳການປະຕິບັດວຽກງານ, ທ່ານພົນເອກ ຫວໍຫງວຽນຢາບ ກໍ່ເຄີຍດຳລົງຊີວິດ ແລະ ຊີ້ນຳຂະບວນການປະຕິວັດ. ລຸງ ເຢືອງມາກທັງເລົ່າສູ່ຟັງວ່າ ໂດຍໄດ້ພົບກັບລຸງໂຮ່, ລຸງຢາບ ແລະ ເຂົ້າຮ່ວມຫຼາຍການເຄື່ອນໄຫວ ດັ່ງນັ້ນ ພໍ່ຂອງລຸງ ມີຄວາມຕື່ນຕົວຕໍ່ການປະຕິວັດໂດຍໄວ ແລະ ກາຍເປັນພະນັກງານປະຈັນບານຂອງທ້ອງຖິ່ນ. ລຸງ ເຢືອງມາກທັງ ຫວນຄືນເລື່ອງໂດຍພໍ່ຕົນເລົ່າ ໃນວັນສ້າງຕັ້ງກອງໂຄສະນາ ທະຫານປົດປ່ອຍ ຫວຽດນາມ:
ລຸງຢາບໄດ້ປຶກສາກັບຄະນະຊີ້ນຳກອງ, ຄາບເຂົ້າທຳອິດ ກິນຈ່າງຫຼາຍ, ບໍ່ມີເກືອ, ບໍ່ມີຜັກ ຍ້ອນວ່າຕ້ອງກຳນົດເມື່ອເຂົ້າເປັນສະມາຊິກຂອງກອງ, ຊ້ຳບໍ່ໜຳ ໃນພາຍພາກໜ້າເມື່ອໄປຕໍ່ສູ້ຈະມີບາງຄັ້ງທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ດັ່ງນັ້ນຈຶ່ງສະແດງຄວາມຕັດສິນ ແລະ ກະກຽມຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ. ຕາມການເລົ່າເລື່ອງຂອງພໍ່ຂ້າພະເຈົ້າແລ້ວ, ຕອນກັບເມືອເຕົ້າໂຮມ, ບັນດາສະມາຊິກກອງຜູ້ມີເສື້ອ, ຜູ້ບໍ່ມີ. ໃນຍາມນັ້ນ, ໜາວກວ່າປັດຈຸບັນຫຼາຍແຕ່ບັນດານັກຮົບຍັງອົດໄດ້ ນັ້ນກໍ່ແມ່ນຄວາມຕັດສິນໃຈ, ຄວາມອົງອາດກ້າຫານແລ້ວ.
ກ່ຽວກັບຈຸດເວລາປະຫວັດສາດນັ້ນ, ທ່ານພົນເອກ ຫວໍຫງວຽນຢາບ ໄດ້ຈົດຈຳວ່າ: ທ່າມກາງລະດູໜາວ, ອາກາດໜາວຈັດຢູ່ເຂດພູສູງ, ໃນດິນຕອນໜຶ່ງທີ່ເຂດປ່າສະຫງວນ, ເປັນຄັ້ງທຳອິດ ກອງໂຄສະນາທະຫານປົດປ່ອຍຫວຽດນາມ ໄດ້ເຕົ້າໂຮມກັນຢູ່ໃຕ້ຜືນທຸງຊາດສີແດງ. ຜູ້ຕາງໜ້າຄະນະພັກລະຫວ່າງແຂວງ ກາວ - ບັກ - ລ້າງ ພ້ອມກັບການເຂົ້າຮ່ວມຂອງຜູ້ແທນປະຊາຊົນເຜົ່າໄຕ, ນຸ່ງ, ມ້ານຂອງສອງແຂວງ ກາວບັ່ງ ແລະ ບັກກ້ານ ຢືນເປັນສອງແຖວຂ້າງທະຫານ. ຂ້າພະເຈົ້າໄດ້ຮັບໜ້າທີ່ຕາງໜ້າໃຫ້ໝູ່ຄະນະປະກາດສ້າງຕັ້ງກອງໂຄສະນາທະຫານປົດປ່ອຍຫວຽດນາມ ແລະ ວາງອອກໜ້າທີ່ຂອງກອງຕໍ່ກັບປະເທດຊາດຢ່າງຈະແຈ້ງ.
ທ່ານພັນຕີ ຫງວຽນກວນ, ອະດີດພະນັກງານຄະນະ 559 ທະຫານເຈື່ອງເຊີນ, ປັດຈຸບັນອາຍຸ 95 ປີຖືວ່າ ຕົນເອງມີຄວາມໂຊກດີ ແລະ ມີຄວາມເປັນກຽດເມື່ອໄດ້ເຂົ້າຮ່ວມກອງທັບນັບແຕ່ປີ 1946 ແລະ ໄດ້ຜ່ານການຕໍ່ສູ້ກູ້ຊາດຂອງປະເທດຊາດມາເປັນສອງຄັ້ງ. ທັງຊີວິດເປັນທະຫານ ຍິ່ງຊ່ວຍໃຫ້ທ່ານມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ຄວາມສັກກະລະບູຊາຂອງ 10 ຄຳປະຕິຍານຕົວແຫ່ງກຽດສັກສີ.
10 ຄຳປະຕິຍານຕົວຂອງກອງທັບ ສິ່ງສຳຄັນທີ່ສຸດແມ່ນຈົງຮັກພັກດີ. ສິ່ງນັ້ນແມ່ນການຮັກສາການພົວພັນລະຫວ່າງກອງທັບກັບພັກ ແລະ ປະຊາຊົນ. ມາຮອດປັດຈຸບັນ, ສຳລັບພັກ, ກອງທັບຍັງແມ່ນກຳລັງຈົງຮັກພັກດີທີ່ສຸດ, ຄວາມຈົງຮັກພັກດີນັ້ນໄດ້ຕິດພັນກັບຊີວິດຂອງບັນດານັກຮົບ. ພວກຂ້າພະເຈົ້າໄດ້ໄປຍັງສະໜາມຮົບພາກໃຕ້ໃນປີ 1968, ເວລານັ້ນກໍ່ກຳນົດວ່າ ເຂົ້າສະໜາມຮົບແລ້ວ ບໍ່ຫວັງຈະມີວັນກັບເມືອ, ແຕ່ຍັງຕັດສິນໃຈໄປ, ດັ່ງນັ້ນ ສິ່ງໃດຊຸກຍູ້ເຮົາໄປຕໍ່ສູ້ຕ້ານສັດຕູ? ສິ່ງສຳຄັນທີ່ສຸດນັ້ນແມ່ນ ຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ເອກະລາດ, ຄວາມເສລີຂອງປະເທດຊາດ.
ທ່ານພັນຕີ ຫງວຽນກວນ, ອະດີດພະນັກງານຄະນະ 559 ທະຫານເຈື່ອງເຊີນ (ພາບ: VOV) |
ສົມກັບຄຳປະຕິຍານຕົວນັ້ນ, ແຕ່ກອງທະຫານທີ່ມີນັກຮົບ 34 ຄົນ, ກອງທັບປະຊາຊົນຫວຽດນາມ ໄດ້ສ້າງຕັ້ງ, ເຕີບໂຫຍ່ເທື່ອລະກ້າວ. ປັດຈຸບັນ, ຢູ່ຕີນສາຍພູ ສລາມກາວ, 10 ຄຳປະຕິຍານຄົວແຫ່ງກຽດສັກສີນັ້ນ ໄດ້ສະຫຼັກໄວ້ໃນແຜ່ນສີລາຈາລຶກ ສະຖານທີ່ຮ່ອງຮອຍບ່ອນສ້າງຕັ້ງກອງໂຄສະນາທະຫານປົດປ່ອຍຫວຽດນາມ. ທ່ານພັນຕີ ຫງວຽນງອກກວັນ, ຜູ້ຮັບຜິດຊອບວຽກງານການເມືອງປ້ອມປ້ອງກັນຊາຍແດນ ກວ໋າງລອງ, ກອງບັນຊາການທະຫານປ້ອງກັນຊາຍແດນ ກາວບັ່ງໃຫ້ຮູ້ວ່າ:
ວັນຈັນຂອງທຸກທິດ, ເມື່ອຢືນຢູ່ໃຕ້ທຸງຊາດ, ອ່ານຄຳປະຕິຍານຕົວແຫ່ງກຽດສັກສິີຂອງກອງທັບປະຊາຊົນ, ພວກຂ້າພະເຈົ້າລ້ວນແຕ່ຮູ້ສຶກເປັນກຽດ, ມີຄວາມເອກອ້າງທະນົງໃຈ. ຂ້າພະເຈົ້າພ້ອມກັບບັນດາພະນັກງານ, ນັກຮົບໃນກົມກອງຍາມໃດກໍ່ສູ້ຊົນປະຕິບັດບົດບາດໜ້າທີ່ໃນແຕ່ລະຕຳແໜ່ງປະຕິບັດວຽກງານໃຫ້ເປັນຢ່າງດີ, ສາມັກຄີກັນ, ເປັນເອກະພາບ, ແກ້ໄຂທຸກຄວາມຫຍຸ້ງຍາກລຳບາກ, ຮັບ ແລະ ປະຕິບັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ.
ນັກຮົບ 34 ຄົນທຳອິດ ແລະ ນັກຮົບລຸ້ນຕ່າງໆຂອງກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ຈາລຶກ ແລະ ປະຕິບັດ 10 ຄຳປະຕິຍານຕົວແຫ່ງກຽດສັກສີຢ່າງຄົບຖ້ວນ. ຈາກນັ້ນກໍ່ປະຕິບັດການປົກປັກຮັກສາເຂດດິນແດນ, ເຂດທະເລໝູ່ເກາະ, ເຂດນ່ານຟ້າຂອງປະເທດຊາດຢ່າງໝັ້ນຄົງ, ນຳການດຳລົງຊີວິດທີ່ອິ່ນໜຳສຳລານ, ສົມບູນພູມສຸກ, ສະຫງົບສຸກມາໃຫ້ປະຊາຊົນ./.




